leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: vov.vn

ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນພົ້ນເດັ່ນໃນການປະຕິບັດງານຂອງທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ໃນສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 32 ແລະການເຮັດວຽກສອງຝ່າຍຢູ່ ສ.ເກົາຫຼີ ນັ້ນ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ທ່ານປະທານປະເທດຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີ, ມາດຕະການເພື່ອຮ່ວມມື APEC ນັບມື້ນັບແທດຈິງ, ມີປະສິດທິຜົນ, ຕອບສະໜອງຖືກຕ້ອງບັນດາການປ່ຽນແປງຢ່າງວ່ອງໄວເກີດຂຶ້ນ ແລະນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ການພັດທະນາຂອງພາກພື້ນ ແລະແຕ່ລະພື້ນຖານເສດຖະກິດສະມາຊິກ.

ຜ່ານການເຄື່ອນໄຫວນີ້, ຫວຽດນາມ ໄດ້ແບ່ງປັນຢ່າງເລິກເຊິ່ງກ່ຽວກັບກຳນົດທິດພັດທະນາ, ຍູ້ແຮງການດຶງດູດນັກລົງທຶນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດ, ເຊັ່ນ: ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ນະວັດຕະກໍາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ