ເຂົ້າຮ່ວມເຫດການມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີລາວ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ອັກຄະລັດຖະທູດ ແລະຜູ້ຕາງໜ້າບັນດາອົງການການທູດ, ອົງການຈັດຕັ້ງສາກົນ, ປະຊາຄົມວິສາຫະກິດຂອງຫຼາຍປະເທດພວມການເຄື່ອນໄຫວຢູ່ ລາວ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ປະຕິບັດການຕີກ໊ອຟ ໄຂງານແຂ່ງຂັນ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງພິທີໄຂ, ນັກກິລາໄດ້ເຂົ້າແຂ່ງຂັນໃນບັນຍາກາດທີ່ຟົດຟື້ນ, ສະແດງໃຫ້ເຫັນຈິດໃຈມິດຕະພາບ, ສາມັກຄີ.

ນັກກ໊ອຟຈາກຫຼາຍອົງການ, ອົງການຈັດຕັ້ງ, ວິສາຫະກິດຂອງຫວຽດນາມ, ມາເລເຊຍ, ລາວ ແລະບັນດາປະເທດເພື່ອນເຂົ້າຮ່ວມແຂ່ງຂັນ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງປະຊາຄົມການທູດ ແລະວິສາຫະກິດບັນດາປະເທດທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ລາວ.

ງານແຂ່ງຂັນຍັງສະແດງໃຫ້ເຫັນບົດບາດຢ່າງຕັ້ງໜ້າຂອງບັນດາອົງການຕາງໜ້າການທູດໃນການກໍ່ສ້າງຂົວຕໍ່ການຮ່ວມມື, ສ້າງກາລະໂອກາດເພື່ອບັນດາວິສາຫະກິດສອງປະເທດແລກປ່ຽນຂໍ້ມູນຂ່າວສານ, ຊອກຫາຄູ່ຮ່ວມມື ແລະເປີດກວ້າງບັນດາໂຄງການຮ່ວມມືຢູ່ລາວ.

ຕາມຄະນະຈັດຕັ້ງແລ້ວ, ງານແຂ່ງຂັນກິລາກ໊ອຟມິດຕະພາບ ຫວຽດນາມ-ມາເລເຊຍ 2025 ບໍ່ພຽງແຕ່ແມ່ນການເຄື່ອນໄຫວກິລາງ່າຍດາຍເທົ່ານັ້ນ, ຫາກຍັງແມ່ນໂອກາດເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຄົມວິສາຫະກິດ, ບັນດາອົງການການທູດ ແລະບັນດາກະຊວງ, ຂະແໜງການຂອງລາວ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ນັບມື້ນັບພັດທະນາກວ່າອີກ, ພ້ອມທັງເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ເຈິ່ນຮວ່ຽນ