ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມວາລະປະຊຸມ ຄັ້ງປະຖົມມະເລີກຂອງກອງປະຊຸມບັນດາການນໍາ APEC 2025
ກປ.ອອນໄລ - ຕອນເຊົ້າວັນທີ 31 ຕຸລາ (ຕາມເວລາທ້ອງຖິ່ນ) ທີ່ຫໍປະຊຸມສາກົນ Gyeongju, ສ. ເກົາຫຼີ, ຫຼັງຈາກພິທີຕ້ອນຮັບບັນດາການນໍາ APEC, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳປາໄສທີ່ວາລະປະຊຸມ ຄັ້ງປະຖົມມະເລີກ ຂອງກອງປະຊຸມບັນດາການນໍາ APEC 2025 ພ້ອມກັບບັນດາການນຳ, ຫົວໜ້າ 21 ພື້ນຖານເສດຖະກິດສະມາຊິກ ແລະແຂກທີ່ຖືກເຊີນ.
ດ້ວຍຫົວຂໍ້ “ມຸ່ງໄປເຖິງພາກພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອມຕໍ່ ແລະບືນຕົວອອກໄປໄກ”, ວາລະປະຊຸມໄດ້ປຶກສາຫາລືກ່ຽວກັບສອງບັນຫາໃຫຍ່ນັ້ນແມ່ນການຊຸກຍູ້ການຄ້າ ແລະລົງທຶນໃນສະພາບການຂາດສະຖຽນລະພາບທົ່ວໂລກ ແລະການເພີ່ມທະວີການຮ່ວມມືພາກລັດ-ເອກະຊົນ ເພື່ອແນໃສ່ເປີດກວ້າງຄວາມສາມາດບົ່ມຊ້ອນຂອງເອກະຊົນ, ມຸ່ງໄປເຖິງການເຕີບໂຕກວມລວມ ແລະຍືນຍົງ.
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມວາລະປະຊຸມ ຄັ້ງປະຖົມມະເລີກຂອງກອງປະຊຸມບັນດາການນໍາ APEC 2025. ພາບ: APEC 2025 KOREA & Yonhap News |
ກອງປະຊຸມໄດ້ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບຂໍ້ລິເລີ່ມ, ມາດຕະການເພື່ອຍົກສູງກໍາລັງຄວາມສາມາດການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງບັນດາພື້ນຖານເສດຖະກິດ ແລະຊຸກຍູ້ການເຊື່ອມຕໍ່ເສດຖະກິດສາກົນເພື່ອແນໃສ່ຮັບມືກັບສິ່ງທ້າທາຍລວມທົ່ວໂລກ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ຄວາມຮຽກຮ້ອງໂດຍດ່ວນຂອງການເພີ່ມເຕີມເຊື່ອມຕໍ່ ແລະຍົກສູງຄວາມສາມາດທົນທານຂອງບັນດາພື້ນຖານເສດຖະກິດ APEC, ພິເສດແມ່ນບັນດາພື້ນຖານເສດຖະກິດພວມພັດທະນາ, ຕໍ່ໜ້າບັນດາຜົນກະທົບບໍ່ດີຈາກພາກນອກ ແລະຂອງເຕັກໂນໂລຢີ.
    |
 |
|
ວາລະປະຊຸມ ຄັ້ງປະຖົມມະເລີກ ຂອງກອງປະຊຸມບັນດາການນໍາ APEC 2025. ພາບ: APEC 2025 KOREA & Yonhap News |
ທ່ານປະທານປະເທດ ຢັ້ງຢືນວ່າ ດ້ວຍບົດບາດທີ່ເປັນປະເທດເຈົ້າພາບ APEC 2027, ຫວຽດນາມ ຈະສົມທົບກັບບັນດາພື້ນຖານເສດຖະກິດທັງຢູ່ພາຍໃນ ແລະນອກ APEC ຢ່າງແໜ້ນແຟ້ນເພື່ອເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ຊຸກຍູ້ການເຕີບໂຕສີຂຽວ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຮ່ວມມື ແລະພັດທະນາເພື່ອພາກພື້ນ ອາຊີ-ປາຊີຟິກ ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.
ໂດຍ: ຈາງຫງວຽນ