ເຂົ້າຮ່ວມງານລ້ຽງມີທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ແລະການນຳບາງຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນຫວຽດນາມ ພ້ອມກັບຜູ້ຕາງໜ້າຄະນະທູຕານຸທູດ ແລະບັນດາອົງການຈັດຕັ້ງສາກົນຢູ່ຮ່າໂນ້ຍ. ຝ່າຍກະຊວງປ້ອງກັນປະເທດຫວຽດນາມ ມີທ່ານພົນໂທ ຟ້າມຮວ່າຍນາມ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ຜູ້ແທນເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ 75 ປີແຫ່ງວັນສະຖາປະນາປະເທດຈີນ. ພາບ: ຮ່າເຟືອງ

ກ່າວຄຳເຫັນທີ່ງານລ້ຽງ, ທ່ານ He Wei ເອກອັກຄະລັດຖະທູດຈີນ ເນັ້ນໜັກວ່າ ຈີນ ຍາມໃດກໍ່ຖືການພົວພັນກັບຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການທູດບ້ານໃກ້ເຮືອນຄຽງ, ແມ່ນການເລືອກເຟັ້ນຍຸດທະສາດຂອງ ຈີນ ອີງຕາມການພັດທະນາອັນຍາວນານຂອງການພົວພັນລະຫວ່າງສອງພັກ, ສອງລັດ; ຈີນ ພ້ອມແລ້ວທີ່ຈະພ້ອມກັບຝ່າຍຫວຽດນາມ ຊາບຊຶມປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຢຶດໝັ້ນທິດທາງຍຸດທະສາດຂອງການນຳຂັ້ນສູງສອງພັກ, ສອງລັດ ກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ. ທ່ານ He Wei ຢືນຢັນວ່າໃນອາຍຸການປະຕິບັດງານ, ຈະມານະພະຍາຍາມເສີມຂະຫຍາຍບົດບາດເຊື່ອມຕໍ່, ປະສານງານ, ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຝ່າຍຈີນ ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ, ສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ.

ໂດຍ: ເຈິ່ນຮວ່ຽນ