ນີ້ແມ່ນການຢ້ຽມຢາມ ກູບາ ຄັ້ງທຳອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນຜູ້ນຳພັກ ແລະລັດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຢ່າງສູງຂອງພັກ, ລັດ ແລະໃນນາມສ່ວນຕົວທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສຳລັບ ກູບາ ແລະການພົວພັນ ຫວຽດນາມ-ກູບາ.

ສຳລັບຫວຽດນາມ, ກູບາ ແມ່ນປະເທດສະໜິດສະໜົມທີ່ສຸດ. ເຖິງວ່າຢູ່ຄົນລະເຄິ່ງຊີກໂລກກໍ່ຕາມ, ແຕ່ສອງປະເທດຍາມໃດກໍ່ມຸ່ງໜ້າໄປຫາກັນດ້ວຍຄວາມສາມັກຄີ, ຄວາມຈິງໃຈ, ຄວາມສະໜິດຕິດພັນ, ສັດຊື່ບໍລິສຸດຄືດັ່ງຄໍາຢັ້ງຢືນຂອງປະທານໂຮ່ຈີມິນ ທີ່ວ່າ: “ຫວຽດນາມ ແລະກູບາ ຢູ່ຫ່າງໄກກັນຫຼາຍພັນກວ່າກິໂລແມັດ ແຕ່ຫົວໃຈປະຊາຊົນສອງປະເທດມີຄວາມໃກ້ຊິດຄືດັ່ງອ້າຍນ້ອງໃນຄອບຄົວດຽວ”. 60 ກວ່າປີກ່ອນນີ້, ວັນທີ 2 ທັນວາ 1960, ຫວຽດນາມ ແລະກູບາ ໄດ້ສ້າງຕັ້ງການພົວພັນທາງການທູດ. ນັບແຕ່ນັ້ນມາ, ກໍ່ຜ່ານຜ່າໄລຍະຫ່າງທາງດ້ານພູມສາດ ແລະຄວາມແຕກຕ່າງທາງດ້ານພາສາ, ຫວຽດນາມ ແລະກູບາ ຍາມໃດກໍ່ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ປົດປ່ອຍຊາດ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາຄຳເວົ້າອະມະຕະທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງຢ່າງສຸດຊື້ງ “ເພື່ອຫວຽດນາມ, ກູບາ ກຽມພ້ອມສະລະຊີວິດເລືອດເນື້ອຂອງຕົນ” ຂອງຜູ້ນຳກູບາ Fidel Castro.

leftcenterrightdel
ລາຍການສະແດງສິລະປະພິເສດທີ່ມີຫົວຂໍ້ວ່າ: “ຫວຽດນາມ-ກູບາ ຂີດໝາຍປະຫວັດສາດ”, ເດືອນ ເມສາ 2023. ພາບ: ສໍານັກຂ່າວສານຫວຽດນາມ

ຜ່ານໄລຍະປະຫວັດສາດ, ການພົວພັນ ຫວຽດນາມ-ກູບາ ໄດ້ກາຍເປັນ “ສັນຍາລັກແຫ່ງຍຸກສະໄໝ”, ແມ່ນແບບຢ່າງຂອງການພົວພັນສາກົນ. ພັກ, ລັດ ແລະປະຊາຊົນສອງປະເທດຖືເປັນສຳຄັນທີ່ສຸດຕໍ່ການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ຫວຽດນາມ-ກູບາ, ຖືນີ້ແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ. ຫວຽດນາມ ຍາມໃດກໍ່ຮັກສາ, ຕັດສິນໃຈເຮັດໃຫ້ການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດແລະການຮ່ວມມືຮອບດ້ານ ຫວຽດນາມ-ກູບາ ໃຫ້ເລິກເຊິ່ງກວ່າອີກ, ພ້ອມທັງມີຫຼັກໝັ້ນສະເໝີຕົ້ນສະເໝີປາຍສາມັກຄີ, ສະໜັບສະໜູນກູບາ. ຝ່າຍ ກູບາ, ການນໍາຂັ້ນສູງກູບາ ຢັ້ງຢືນວ່າ ຫວຽດນາມ ແມ່ນ “ພັນທະມິດຍຸດທະສາດ”, “ຄູ່ຮ່ວມມືສາກົນທີ່ໄວ້ເນື້ອເຊື່ອໃຈທີ່ສຸດ”.

ຫວນຄືນໃນຊຸມປີຜ່ານມາ, ການພົວພັນສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນ ແລະການຮ່ວມມືຮອບດ້ານ ຫວຽດນາມ-ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຊ່ອງທາງ ແລະໃນທຸກຂົງເຂດ. ການພົວພັນລະຫວ່າງສອງພັກເຂົ້າສູ່ລວງເລິກ, ຮັກສາບົດບາດເປັນພື້ນຖານການເມືອງ, ກໍານົດທິດພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ. ສອງຝ່າຍໄດ້ຮັກສາການເຄື່ອນໄຫວພົບປະສອງຝ່າຍ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ. ສອງຝ່າຍກໍ່ໄດ້ຜັນຂະຫຍາຍກົນໄກຄະນະກຳມະການຮ່ວມມືລະຫວ່າງລັດຖະບານ, ການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ... ກ່ຽວກັບການຮ່ວມມືດ້ານການຄ້າ, ປະຈຸບັນຫວຽດນາມ ແມ່ນຄູ່ຮ່ວມມືການຄ້າອາຊີໃຫຍ່ອັນດັບທີ 2 ຂອງ ກູບາ. ກ່ຽວກັບການຮ່ວມມືດ້ານການລົງທຶນ, ປະຈຸບັນຫວຽດນາມ ແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຂອງອາຊີຢູ່ ກູບາ. ທີ່ເວທີປາໄສສາກົນ, ເປັນຕົ້ນແມ່ນສະຫະປະຊາຊາດ, ສອງຝ່າຍໄດ້ຕັ້ງໜ້າໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະກັນ, ພິເສດແມ່ນກ່ຽວກັບຜົນປະໂຫຍດຍຸດທະສາດຂອງຫວຽດນາມ. ຫວຽດນາມ ຢຶດໝັ້ນຕໍ່ຫຼັກໝັ້ນສາມັກຄີກັບກູບາ, ຄັດຄ້ານນະໂຍບາຍປິດລ້ອມ, ຂວ້ຳບາດຕ້ານກູບາ ແລະຮຽກຮ້ອງໃຫ້ຍົກເລີກການປິດລ້ອມຂວ້ຳບາດນັ້ນ.

ເຖິງວ່າສະພາບການໂລກມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນອັນໝັ້ນແກ່ນ, ສັດຊື່ບໍລິສຸດ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດນັບມື້ນັບຮັດແໜ້ນໝັ້ນແກ່ນ, ເລິກເຊິ່ງ ແລະອົບອຸ່ນຂຶ້ນເລື້ອຍໆ. ການນຳສອງປະເທດເຫັນດີສືບຕໍ່ສືບທອດ ແລະເສີມຂະຫຍາຍມູນເຊື້ອອັນດີງາມ, ຕັດສິນໃຈນຳການພົວພັນ ຫວຽດນາມ-ກູບາ ໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໃນນັ້ນສຸມໃສ່ຍົກລະດັບການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນໃຫ້ຂຶ້ນສູ່ລະດັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ.

ໃນສະພາບການພົວພັນ ຫວຽດນາມ-ກູບາ ພັດທະນາອັນດີງາມ, ການຢ້ຽມຢາມທາງລັດຖະກິດຢູ່ ກູບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ແມ່ນເຫດການທີ່ມີຄວາມໝາຍສຳຄັນໃນການພົວພັນສອງປະເທດ. ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງພັກ, ສອງລັດ, ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ. ພວກເຮົາ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສຳຄັນເຂົ້າໃນການນຳການພົວພັນ ຫວຽດນາມ-ກູບາ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ແຕ່ລະພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ