ສ້າງອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະຍືນຍົງ

ທີ່ວາລະປຶກສາຫາລືລວມທຳອິດ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ມີບົດກ່າວປາໄສດ້ວຍສານທີ່ແຂງແຮງ ແລະຮອບດ້ານກ່ຽວກັບ “ການປັບປຸງລັດທິຫຼາຍຝ່າຍ, ພ້ອມກັນກະທໍາເພື່ອສ້າງອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະຍືນຍົງໃຫ້ແກ່ປະຊາຊົນໝົດທຸກຄົນ”.

ທ່ານເລຂາທິການໃຫຍ່, ປະທານປະເທດ ຖືວ່າ: ສັນຕິພາບ, ການຮ່ວມມື ແລະການພັດທະນາພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ ແລະຮ້າຍແຮງກວ່າເກົ່າ. ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ບັນດາປະເທດຄວນເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ພ້ອມກັນກະທໍາ, ຮ່ວມມືກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດຂອງບັນດາລະບອບລະບຽບການທົ່ວໂລກໃຫ້ຢູ່ໃນລະດັບສູງ, ພິເສດແມ່ນສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງໃນພາກພື້ນ, ໃນນັ້ນມີອາຊຽນ, ເພື່ອແນໃສ່ບັນລຸເປົ້າໝາຍສູງສຸດນັ້ນແມ່ນຢຸດຕິສົງຄາມ, ລົບລ້າງທຸກຮູບການກົດຂີ່ຂູດຮີດ, ສ້າງສັນຕິພາບ, ສ້າງໂລກທີ່ດີງາມກວ່າ ແລະນຳເອົາຄວາມຜາສຸກມາໃຫ້ມວນມະນຸດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ກ່າວຄຳເຫັນທີ່ວາລະປະຊຸມປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79. ພາບ: ເລິມແຄ໊ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ສັນຕິພາບ ແລະສະຖຽນລະພາບ ແມ່ນພື້ນຖານເພື່ອສ້າງອະນາຄົດ ແລະບັນດາປະເທດໃຫ້ຈະເລີນຮຸ່ງເຮືອງ, ພິເສດແມ່ນບັນດາປະເທດໃຫຍ່ ຕ້ອງປະຕິບັດຕາມກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ມີການປະພຶດທີ່ມີຄວາມຮັບຜິດຊອບ, ປະຕິບັດຕາມຄຳໝັ້ນສັນຍາ, ປະກອບສ່ວນເຂົ້າໃນວຽກງານລວມ, ປັບປຸງຄວາມສາມັກຄີ, ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ເຊີດຊູການເຈລະຈາ, ສົນທະນາ, ຫຼີກລ້ຽງການສູ້ຢັນກັນ.

leftcenterrightdel
ບັນດາຜູ້ແທນຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79. ພາບ: ເລິມແຄ໊ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ຕ້ອງມີວິໄສທັດໃນໄລຍະຍາວທາງດ້ານວິທະຍາສາດ-ເຕັກໂນໂລຢີ, ເປັນຕົ້ນແມ່ນເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຄື: ປັນຍາປະດິດ, ຊຸກຍູ້ການພັດທະນາຄວາມກ້າວໜ້າ, ພ້ອມກັນນັ້ນກໍ່ເປັນເຈົ້າການສະກັດກັ້ນ ແລະຍູ້ຖອຍໄພອັນຕະລາຍສໍາລັບສັນຕິພາບ, ການພັດທະນາແບບຍືນຍົງ ແລະມວນມະນຸດ. ພ້ອມກັນນັ້ນ, ຕ້ອງຖືເອົາມະນຸດເປັນໃຈກາງ, ໃນນັ້ນຕ້ອງເອົາໃຈໃສ່ເປັນພິເສດເຖິງການລົງທຶນ ແລະພັດທະນາຄົນຮຸ່ນໜຸ່ມທັງດ້ານຄວາມຮູ້ ແລະວັດທະນະທຳຢ່າງຮອບດ້ານ.

ບັນດາທິດທາງແນໃສ່ພັດທະນາການພົວພັນລະຫວ່າງຫວຽດນາມ ກັບ ສປຊ ແລະບັນດາອົງການຈັດຕັ້ງສາກົນ

ໃນຂອບເຂດການໄປປະຕິບັດງານ ຢູ່ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມີການພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ, ທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 79, ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (EC), ທ່ານ Achim Steiner, ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະທ່ານນາງ Catherine Russell ຜູ້ອໍານວຍການບໍລິຫານກອງທຶນເດັກສາກົນ (UNICEF).

* ທີ່ການພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍທີ່ຕັ້ງໜ້າ ຂອງບັນດາອົງການ ສປຊ ປະຈໍາຢູ່ຫວຽດນາມ ແລະສະເໜີໃຫ້ ສປຊ ຊຸກຍູ້ການຮ່ວມມືເພື່ອແນໃສ່ເພີ່ມທະວີກໍາລັງຄວາມສາມາດຂອງບັນດາປະເທດໃນການຕ້ານທານ ແລະຮັບມືກັບໄພພິບັດທຳມະຊາດ ແລະການຄຸ້ມຄອງຄວາມສ່ຽງ; ສະເໜີໃຫ້ທ່ານເລຂາທິການໃຫຍ່ ສປຊ ສືບຕໍ່ເອົາໃຈໃສ່ຊຸກຍູ້ຂົງເຂດຮ່ວມມືຄື: ການຫັນປ່ຽນພະລັງງານ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ກໍ່ສ້າງລະບົບການຄຸ້ມຄອງດີຈີຕອນ..., ໃນນັ້ນເອົາໃຈໃສ່ເຖິງຜົນປະໂຫຍດຂອງບັນດາປະເທດກໍາລັງພັດທະນາ, ລວມມີ ຫວຽດນາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ແລະທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. ພາບ: ເລິມແຄ໊ງ

ທ່ານເລຂາທິການໃຫຍ່ ສປຊ  ຕີລາຄາສູງຕໍ່ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ຢູ່ອົງການສຳຄັນ, ກໍ່ຄືໃນທຸກຂົງເຂດບູລິມະສິດຂອງ ສປຊ, ເປັນຕົ້ນແມ່ນໃນການຮັກສາສັນຕິພາບ ແລະການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານຢ່າງມີຄວາມຍຸທິທໍາ.

ສອງຝ່າຍໄດ້ເຫັນດີນຳກັນວ່າ ຈະສືບຕໍ່ມານະພະຍາຍາມ, ເພີ່ມທະວີການເຈລະຈາ ແລະຊຸກຍູ້ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ສປຊ ແລະອາຊຽນ-ສປຊ ໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນກວ່າເກົ່າ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ໃນການແກ້ໄຂບັນຫາຂອງພາກພື້ນ, ເປັນຕົ້ນແມ່ນໃນການຮັກສາສັນຕິພາບ ແລະສະຖຽນລະພາບໃນພາກພື້ນ, ແກ້ໄຂການຂັດແຍ້ງກັນ ຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ພິເສດແມ່ນປະຕິບັດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ສອງຝ່າຍກໍ່ເຫັນດີເປັນເອກະສັນຕໍ່ມາດຕະການຮ່ວມມືເພື່ອຊຸກຍູ້ການພັດທະນາແບບຍືນຍົງ, ນຳໂຄງການດໍາເນີນງານ ປີ 2030 ກັບຄືນສູ່ວົງໂຄຈອນ, ຫັນປ່ຽນພະລັງງານ, ຍົກສູງກໍາລັງຄວາມ ສາມາດເພື່ອຮັບມືກັບສິ່ງທ້າທາຍໃນທົ່ວໂລກຢ່າງມີປະສິດທິຜົນ, ເພີ່ມທະວີການເຂົ້າຮ່ວມຂອງຫວຽດນາມ ໃນການຮັກສາສັນຕິພາບສະຫະປະຊາຊາດ ໃຫ້ຫຼາຍກວ່າເກົ່າ.

* ທີ່ການພົບປະກັບທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 79, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຢຶດໝັ້ນສະໜັບສະໜູນລັດທິຫຼາຍຝ່າຍ ດ້ວຍ ສະຫະປະຊາຊາດ ສວມບົດບາດໃຈກາງໃນການຄຸ້ມຄອງທົ່ວໂລກ, ເຊີດຊູບົດບາດຂອງສະມັດຊາໃຫຍ່ ສປຊ ນັ້ນແມ່ນອົງການສຳຄັນທີ່ສຸດ ລວມມີບັນດາສະມາຊິກຂອງ ສປຊ ທັງໝົດ; ຊຸກຍູ້ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 79. ພາບ: ເລິມແຄ໊ງ

* ທີ່ການພົບປະກັບທ່ານນາງ Ursula von der Leyen ປະທານ EC,  ທ່ານ ໂຕເລິມ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ, ໃນນັ້ນໃຫ້ບຸລິມະສິດການແກ້ໄຂສິ່ງກີດຂວາງກ່ຽວກັບການເປີດປະຕູຕະຫຼາດໃຫ້ແກ່ສິນຄ້າສອງຝ່າຍ, ລວມມີເລື່ອງ EC ຍົກເລີກບັດເຫຼືອງໂດຍໄວ ແລະໜູນຊ່ວຍຫວຽດນາມໃນການປະຕິບັດມາດຕະການແກ້ໄຂການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຖືກກັບການກໍານົດ (IUU).

* ທີ່ການພົບປະກັບທ່ານ Achim Steiner ຜູ້ອຳນວຍການໃຫຍ່ UNDP, ທ່ານ ໂຕເລິມ ສະເໜີໃຫ້ UNDP ສຸມໃສ່ໜູນຊ່ວຍຫວຽດນາມ ດ້ານສະຕິປັນຍາ, ແຫຼ່ງກຳລັງ, ຊຸກຍູ້ການຖ່າຍທອດວິທະຍາສາດ-ເຕັກໂນໂລຢີ, ມຸ່ງໄປເຖິງການສ້າງພື້ນຖານເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ໜູນຊ່ວຍຫວຽດນາມ ແລະຄະນະກຳມາທິການແມ່ນ້ຳຂອງສາກົນໃນການຄຸ້ມຄອງ ແລະນຳໃຊ້ແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ ແລະມີປະສິດທິຜົນ.

* ທີ່ການພົບປະກັບທ່ານນາງ Catherine Russell ຜູ້ອຳນວຍການບໍລິຫານ UNICEF, ທ່ານ ໂຕເລິມ ຕີລາຄາສູງການຮ່ວມມືລະຫວ່າງສອງຝ່າຍສືບຕໍ່ນຳເອົາໝາກຜົນຕັ້ງໜ້າຫຼາຍຢ່າງ,  ພິເສດແມ່ນການໜູນຊ່ວຍອັນລ້ຳຄ່າຂອງ UNICEF ແກ່ໂຄງການສັກວັກຊີນໃຫ້ເດັກນ້ອຍ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນແຫຼ່ງກໍາລັງເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງທີ່ກ່ຽວຂ້ອງເຖິງເດັກນ້ອຍ.

ໂດຍ: ທູຈາງ