ຕອນເຊົ້າວັນດຽວກັນ, ທ່ານ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມເຂດພັດທະນາພິເສດ Mariel ເຊິ່ງແມ່ນເຂດປຸງແຕ່ງການຄ້າເສລີແຫ່ງທຳອິດຂອງກູບາ. ທ່ານ Miguel Diaz-Canel Bermudez ພ້ອມກັບທ່ານ ໂຕເລິມ ໄດ້ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ.

ທ່ານ ໂຕເລິມ  ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມເຂດພັດທະນາພິເສດ Mariel; ຖືວ່າ ນີ້ແມ່ນຮູບແບບເສດຖະກິດທີ່ມີຄວາມສາມາມາດບົ່ມຊ້ອນ, ທົດສອບບັນດານະໂຍບາຍໃໝ່, ຈຳເພາະ ກ່ອນທີ່ຈະຜັນຂະຫຍາຍຢ່າງກວ້າງຂວາງ, ຈາກນັ້ນ ສ້າງກຳລັງໜູນທີ່ແຂງແຮງກວ່າເກົ່າເພື່ອໃຫ້ພື້ນຖານເສດຖະກິດກູບາ ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍໃນປະຈຸບັນ.

leftcenterrightdel
ທ່ານນາງ Ana Teresa Igarza Martínez ຜູ້ອໍານວຍການໃຫຍ່ເຂດເສດຖະກິດພິເສດ Mariel  ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ຢືນຢັນແຜນນະໂຍບາຍຂອງພັກ, ລັດ ແລະບັນດານັກລົງທຶນຫວຽດນາມ ແມ່ນປາດຖະໜາຢາກປະກອບສ່ວນໜູນຊ່ວຍ ກູບາ ໃນໄລຍະສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

ເນື່ອງໃນໂອກາດນີ້, ການນຳສອງປະເທດຫວຽດນາມ ແລະກູບາ ໄດ້ເປັນສັກຂີພິຍານພິທີປະກາດມອບໜັງສືອະນຸຍາດລົງທຶນໃຫ້ແກ່ວິສາຫະກິດ 2 ແຫ່ງຂອງຫວຽດນາມ.

* ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ກູບາ, ຕອນເຊົ້າວັນທີ 26 ກັນຍາ, ທ່ານນາງ ໂງເຟືອງລີ ພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ໄດ້ໄປຢ້ຽມຢາມໂຮງຮຽນປະຖົມສຶກສາ ຫວໍທິຖັ໊ງ ຢູ່ນະຄອນຫຼວງ La Habana.

leftcenterrightdel
ພວກນ້ອງນັກຮຽນ ໂຮງຮຽນປະຖົມສຶກສາ ຫວໍທິຖັ໊ງ ຕ້ອນຮັບທ່ານນາງ ໂງເຟືອງລີ  ພັນລະຍາຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານນາງ Lis Cuesta Peraza  ພັນລະຍາຂອງເລຂາທິການຜູ້ທີໜຶ່ງ, ປະທານປະເທດກູບາ. ພາບ: qdnd.vn
leftcenterrightdel
ທ່ານນາງ ໂງເຟືອງລີ  ພັນລະຍາຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ມອບຂອງຂວັນໃຫ້ນັກຮຽນ ຂອງໂຮງຮຽນປະຖົມສຶກສາ ຫວໍທິຖັ໊ງ. ພາບ: qdnd.vn

ນະທີ່ນີ້, ທ່ານນາງ ໂງເຟືອງລີ ໄດ້ຮັບຟັງການນຳຂະແໜງການສຶກສາກູບາ ແລະອະທິການບໍດີໂຮງຮຽນ ແນະນຳກ່ຽວກັບປະຫວັດແຫ່ງການສ້າງຕັ້ງ, ພັດທະນາກໍຄືໝາກຜົນການຮຽນ-ການສອນຂອງຄູອາຈານ ແລະນັກຮຽນໃນໂຮງຮຽນ ຫວໍທິຖັ໊ງ, ຢ້ຽມຊົມພື້ນຖານດ້ານວັດຖຸຂອງໂຮງຮຽນ. ເນື່ອງໃນໂອກາດນີ້, ທ່ານນາງ ໂງເຟືອງລີ ໄດ້ມອບອຸປະກອນການສອນ ແລະ ອຸປະກອນການຮຽນຈຳນວນໜຶ່ງໃຫ້ແກ່ໂຮງຮຽນ ແລະພວກນ້ອງນັກຮຽນ.

* ກ່ອນໜ້ານັ້ນ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ສະໄໝທີ 79 ຢູ່ອາເມລິກາ, ວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Joe Biden ປະທານາທິບໍດີອາເມລິກາ.

ທີ່ການພົບປະ, ທ່ານ ໂຕເລິມ ຕີລາຄາສູງປະທານາທິບໍດີ Joe Biden ທີ່ໄດ້ແບ່ງປັນກັບໂລກກ່ຽວກັບບົດຮຽນຂອງອາເມລິກາ ແລະຫວຽດນາມ ໃນການຊຸກຍູ້ການຮຳບາດແຜ ແລະສ້າງສາຍພົວພັນພາຍຫຼັງສົງຄາມທີ່ວາລະໄຂສະມັດຊາໃຫຍ່ ສປຊ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ເຫັນດີເປັນເອກະສັນວ່າ ຫວຽດນາມ ແລະອາເມລິກາ ມີວິໄສທັດຮ່ວມໃນການສ້າງອະນາຄົດລວມທີ່ດີງາມກວ່າເກົ່າໃຫ້ແກ່ມວນມະນຸດຈາກບົດຮຽນດັ່ງກ່າວ.

ນັ້ນແມ່ນເຊີດຊູບົດບາດຂອງຈິດໃຈຮໍາບາດແຜ, ເຄົາລົບນັບຖື ແລະເຂົ້າໃຈເຊິ່ງກັນ ແລະກັນ, ໃນນັ້ນ ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງຂອງກັນແມ່ນສຳຄັນທີ່ສຸດ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢືນຢັນວ່າ, ສາຍພົວພັນລະຫວ່າງຫວຽດນາມ - ອາເມລິກາ ມີຈຸດພິເສດຫຼາຍຢ່າງ, ໃນໄລຍະ 50 ປີຜ່ານມາ, ຈາກສອງປະເທດອາຄາດບາດໝາງໄດ້ກາຍເປັນຄູ່ຮ່ວມມື, ຄູ່ຮ່ວມມືຮອບດ້ານ ແລະປະຈຸບັນມີການພົວພັນໃນລະດັບສູງສຸດແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສາຍພົວພັນລະຫວ່າງສອງປະເທດພວມກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ແລະແມ່ນແບບຢ່າງໃນການພົວພັນສາກົນກ່ຽວກັບຄວາມມານະພະຍາຍາມຮໍາບາດແຜ ແລະສ້າງການພົວພັນພາຍຫຼັງສົງຄາມ.

ການນຳສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນຕັ້ງໜ້າທີ່ບັນລຸໄດ້ພາຍຫຼັງ 1 ປີແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສອດຄ່ອງກັບຄວາມປາດຖະໜາ ແລະຜົນປະໂຫຍດຂອງສອງຝ່າຍ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ການນຳສອງທ່ານເຫັນດີເປັນເອກະພາບນຳກັນວ່າ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຖະແຫຼງການຮ່ວມຫວຽດນາມ-ອາເມລິກາ ປີ 2023 ຢ່າງມີປະສິດທິຜົນ, ໃນນັ້ນມີການເພີ່ມທະວີການພົວພັນ ແລະແລກປ່ຽນລະຫວ່າງທຸກຂັ້ນ, ເປັນຕົ້ນແມ່ນໃນຂັ້ນສູງ, ສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ; ເຕັກໂນໂລຢີສູງ, ການຮ່ວມມືຊິບ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນການຮ່ວມມືໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຖືວ່ານີ້ແມ່ນຈຸດສຸມ ແລະຂອດບຸກທະລຸໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອາເມລິກາ.

ທ່ານປະທານາທິບໍດີ Joe Biden ຢືນຢັນວ່າ ອາເມລິກາ ໃຫ້ຄຳໝັ້ນສັນຍາຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ ມະຫາສະໝຸດອິນໂດຍ-ປາຊີຟິກ, ຖືບົດບາດໃຈກາງຂອງອາຊຽນ ເປັນສຳຄັນ; ສະໜັບສະໜູນຫວຽດນາມ ສວມບົດບາດນັບມື້ນັບສຳຄັນກວ່າໃນພາກພື້ນ ແລະສາກົນ; ແບ່ງປັນຄວາມປາດຖະໜາຢາກສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ເຄົາລົບກົດໝາຍສາກົນ, ຮັບປະກັນສິດເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະສາກົນ.

ໂດຍ: ທູຈາງ