leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Miguel Diaz-Canel Bermudez ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ກູບາ ກວດແຖວກຽດຕິຍົດ. ພາບ: ຟ້າມກຽນ

ການພົວພັນລະຫວ່າງສອງພັກ ກໍານົດທິດທາງຍຸດທະສາດໃຫ້ການພົວພັນ ຫວຽດນາມ-ກູບາ

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ດໍາເນີນການພົບປະເຈລະຈາກັບທ່ານ Miguel Diaz-Canel Bermudez ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ.

ທີ່ການພົບປະເຈລະຈາ, ການນຳສອງທ່ານ ເຫັນດີເປັນເອກະພາບຖືວ່າ, ການພົວພັນລະຫວ່າງສອງພັກ ແມ່ນພື້ນຖານການເມືອງກຳນົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍໃນຫຼາຍຂົງເຂດ. ຕາມນັ້ນແລ້ວ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ແລກປ່ຽນລະຫວ່າງບັນດາຄະນະ, ອົງການເສນາທິການຂອງສອງພັກໃນການແລກປ່ຽນ, ແບ່ງປັນບົດຮຽນ, ທິດສະດີກໍ່ສ້າງລັດທິສັງຄົມນິຍົມ, ກໍ່ສ້າງພັກ...

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Miguel Diaz-Canel Bermudez ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດກູບາ. ພາບ: ຟ້າມກຽນ

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການນໍາສອງທ່ານ ເຫັນດີເປັນເອກະພາບສູງຈະພ້ອມກັນຄົ້ນຄວ້າບັນດາທິດທາງຮ່ວມມືໃໝ່, ເສີມຂະຫຍາຍສັນຍາການຄ້າລະຫວ່າງສອງປະເທດ ແນໃສ່ຍົກວົງເງິນການຄ້າໃຫ້ຂຶ້ນເປັນ 500 ລ້ານໂດລາສະຫະລັດ ໃນ 5 ປີຈະມາເຖິງ, ສ້າງເງື່ອນໄຂຈຳເປັນໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດແບບຍືນຍົງຂອງວິສາຫະກິດຫວຽດນາມ ຢູ່ກູບາ, ສອດຄ່ອງກັບນະໂຍບາຍດຶງດູດການລົງທຶນເພື່ອພັດທະນາເສດຖະກິດຂອງ ກູບາ. ການນໍາສອງທ່ານ ເຫັນດີເປັນເອກະພາບສືບຕໍ່ຕັ້ງໜ້າໜູນຊ່ວຍ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສສາກົນ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ  ໂຕເລິມ ໄດ້ແຈ້ງໃຫ້ຊາບວ່າ ຫວຽດນາມ ມອບເຂົ້າສານ 10.000 ໂຕນໃຫ້ປະຊາຊົນກູບາ; ສູນກາງພັກກອມມູນິດຫວຽດນາມ ມອບຄອມພິວເຕີ 500 ຊຸດໃຫ້ສູນກາງພັກກອມມູນິດກູບາ; ສະຫະພັນໃຫຍ່ແຮງງານຫວຽດນາມ ແລະບາງທ້ອງຖິ່ນຂອງຫວຽດນາມ ມອບຂວັນຈຳນວນໜຶ່ງໃຫ້ສູນກາງຜູ້ອອກແຮງງານກູບາ ແລະປະຊາຊົນ.

ພ້ອມນັ້ນ, ການນຳສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດ.

ພາຍຫຼັງສິ້ນສຸດການພົບປະເຈລະຈາຢ່າງຈົບງາມ, ທ່ານເລຂາທິການຜູ້ທີໜຶ່ງ, ປະທານປະເທດກູບາ Miguel Diaz-Canel Bermudez ໄດ້ເປັນປະທານພິທີປະດັບຫຼຽນໄຊ Jose Marti ໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ນີ້ແມ່ນລາງວັນອັນສູງສົ່ງ ແລະລ້ຳຄ່າທີ່ສຸດຂອງພັກ ແລະລັດກູບາ ເພື່ອຮັບຮູ້ການປະກອບສ່ວນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນການພັດທະນາສາຍພົວພັນສາມັກຄີ, ມິດຕະພາບ, ສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ກູບາ.

ຍູ້ແຮງ ແລະຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ

ກໍ່ໃນຕອນບ່າຍວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Manuel Marrero Cruz ນາຍົກລັດຖະມົນຕີ ກູບາ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Manuel Marrero Cruz ນາຍົກລັດຖະມົນຕີ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ Manuel Marrero Cruz ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ; ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນລະຫວ່າງຫວຽດນາມ-ກູບາ ໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໄວ້ເນື້ອເຊື່ອໃຈ ແລະຍືນຍົງ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການ ແນໃສ່ຍົກສູງປະສິດທິຜົນການຮ່ວມມືຫວຽດນາມ-ກູບາ ໃນຂົງເຂດຕ່າງໆ; ເນັ້ນໜັກວ່າ, ສອງລັດຖະບານ ຄວນສືບຕໍ່ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ; ຕັ້ງໜ້າປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ ແລະເປີດກວ້າງການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນໃນທຸກຂົງເຂດ, ດ້ວຍຫຼາຍຮູບການຢ່າງມີໄຫວພິບ.

ເນັ້ນໜັກວ່າ, ປະຈຸບັນຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີສອງ ແລະນັກລົງທຶນໃຫຍ່ກວ່າໝູ່ຂອງພາກພື້ນອາຊີ ແລະທະວີບມະຫາສະໝຸດຢູ່ ກູບາ, ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບຍູ້ແຮງ ແລະຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ເອົາໃຈໃສ່, ປະຕິບັດບັນດາໂຄງການຮ່ວມມືດ້ານກະສິກຳ, ຄົ້ນຄວ້າທິດທາງການຮ່ວມມືຢ່າງມີປະສິດທິຜົນ ແລະຍືນຍົງ... ການນຳສອງທ່ານ ກໍ່ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນ ແລະສົມທົບກັນຢ່າງແໜ້ນແຟ້ນໃນບັນຫາສາກົນ, ສະໜັບສະໜູນຜົນປະໂຫຍດອັນຊອບທຳຂອງກັນ.

ສະພາແຫ່ງຊາດສອງປະເທດ ປະກອບສ່ວນສຳຄັນເຂົ້າໃນການພົວພັນ ຫວຽດນາມ-ກູບາ

ຕອນບ່າຍວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະພາແຫ່ງຊາດກູບາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Esteban Lazo Hérnandez ປະທານສະພາແຫ່ງຊາດ ກູບາ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະກັບທ່ານ Esteban Lazo Hérnandez ປະທານສະພາແຫ່ງຊາດ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະປະຊາຊົນຫວຽດນາມ ແມ່ນສາມັກຄີ ແລະສະໜັບສະໜູນການປະຕິວັດ ກູບາ ຢ່າງແຮງ, ຮຽກຮ້ອງຢຸດຕິບັນດາມາດຕະການຂວ້ຳບາດຕ້ານ ກູບາ.

ສ່ວນທ່ານ Esteban Lazo Hérnandez ຢືນຢັນວ່າ ກູບາ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດເລິກເຊິ່ງກວ່າອີກ. ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ບາງທິດທາງໃຫຍ່ເພື່ອຊຸກຍູ້ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ກູບາ.

ໂດຍ: ເຈິ່ນຮວ່ຽນ