ນັກຂ່າວ: ຂໍຮຽນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຂໍທ່ານໃຫ້ຮູ້ວ່າໝາກຜົນພົ້ນເດັ່ນໃນການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ?

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ  ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ບັນລຸໄດ້ບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກດ້ວຍເກືອບ 50 ການເຄື່ອນໄຫວສອງຝ່າຍ ແລະຫຼາຍຝ່າຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ດວ່ານກາ

ນີ້ກໍ່ແມ່ນການປະຕິບັດງານທີ່ດຳເນີນພາຍຫຼັງ 1 ປີທີ່ຫວຽດນາມ ແລະອາເມລິກາ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະສອງປະເທດກະກຽມສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນສະພາບການນັ້ນ, ການປະຕິບັດງານບັນລຸໄດ້ບາງໝາກຜົນຕົ້ນຕໍ, ຄື:

ທີໜື່ງ, ນີ້ແມ່ນການປະຕິບັດງານດ້ານການທູດຫຼາຍຝ່າຍຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ  ໂຕເລິມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ໂດຍກົງ. ຜ່ານບົດກ່າວປາໄສສຳຄັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ, ພວກເຮົາໄດ້ສົ່ງສານແຂງແຮງ, ຈະແຈ້ງໃນລະດັບສູງສຸດກ່ຽວກັບແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງຫວຽດນາມ ໃນສັງກາດບືນຕົວຂອງຊາດ; ພ້ອມທັງແບ່ງປັນຂໍ້ສັງເກດ ແລະພ້ອມກັບປະເທດຕ່າງໆຍົກອອກທິດທາງນະໂຍບາຍສຳຄັນເພື່ອແນໃສ່ແກ້ໄຂສິ່ງທ້າທາຍໃນທົ່ວໂລກ.

ທີສອງ, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນພາບພົດຂອງປະເທດສັນຕິພາບ, ສະຖຽນລະພາບ, ສະໜິດສະໜົມ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ໜ້າໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ; ເປັນປະເທດໃນທ່າພັດທະນາເສດຖະກິດ-ສັງຄົມຢ່າງແຂງແຮງ, ປາດຖະໜາຢາກປະກອບສ່ວນເຂົ້າໃນວຽກງານລວມເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາໃນທົ່ວໂລກ. ທັງໝົດເຫຼົ່ານັ້ນສືບຕໍ່ຊ່ວຍຢັ້ງຢືນຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ - ປະເທດພວມກ້າວເຂົ້າສູ່ສັງກາດບືນຕົວໃນເວທີສາກົນ.

ທີສາມ, ພວກເຮົາໄດ້ປະສົບຜົນສຳເລັດ, ເພາະວ່າຜ່ານການປະຕິບັດງານໄດ້ຊຸກຍູ້ການພົວພັນກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ.

ທີສີ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີການພົບປະກັບເຈົ້າໜ້າທີ່, ອະດີດເຈົ້າໜ້າທີ່ອຳນາດການປົກຄອງ, ສະພາແຫ່ງຊາດ, ປະຊາຄົມວິສາຫະກິດ, ເພື່ອນມິດ, ນັກຊ່ຽວຊານ, ນັກຮຽນຮູ້, ນັກຮຽນ ແລະຊາວຫວຽດນາມ ອາໄສຢູ່ອາເມລິກາ 27 ຄັ້ງ. ຜ່ານບັນດາການເຄື່ອນໄຫວ, ພວກເຮົາສືບຕໍ່ຊຸກຍູ້ຝ່າຍອາເມລິກາ ຮັກສາຄຳໝັ້ນສັນຍາຕໍ່ບັນດາບຸລິມະສິດແຖວໜ້າຂອງຫວຽດນາມ ໃນການຜັນຂະຫຍາຍຂອບເຂດການພົວພັນໃໝ່, ລວມມີບັນຫາເສດຖະກິດຕະຫຼາດ, ການບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຄວາມໝັ້ນຄົງທາງອິນເຕີເນັດ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...

ນັກຂ່າວ: ສະເໜີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ທິດທາງຜັນຂະຫຍາຍໝາກຜົນຂອງການປະຕິບັດງານ?

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ເສີມຂະຫຍາຍໝາກຜົນດັ່ງກ່າວ, ໃນໄລຍະຈະມາເຖິງ, ພວກເຮົາ ຕ້ອງສຸມໃສ່ບັນດາບຸລິມະສິດດັ່ງນີ້:

ສໍາລັບ ສປຊ, ພວກເຮົາ ຕ້ອງສືບຕໍ່ເປັນເຈົ້າການ, ຕັ້ງໜ້າເພີ່ມທະວີການເຂົ້າຮ່ວມການເຄື່ອນໄຫວຂອງ ສປຊ ແລະເວທີປາໄສຫຼາຍຝ່າຍຢ່າງມີຄວາມຮັບຜິດຊອບ, ປະດິດສ້າງ ແລະມີປະສິດທິຜົນ; ສະແດງໃຫ້ເຫັນບົດບາດ, ສີສັນສະເພາະ, ຜ່ານບັນດາຄຳໝັ້ນສັນຍາລະອຽດ, ຂໍ້ລິເລີ່ມຢ່າງແທດຈິງ ແລະການປະກອບສ່ວນສົມກັບບົດບາດ ແລະທີ່ຕັ້ງຂອງຫວຽດນາມ.

ສຳລັບອາເມລິກາ, ການປະຕິບັດງານໄດ້ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊຸກຍູ້ການຮ່ວມມືຍຸດທະສາດ, ມີລັກສະນະບຸກທະລຸ, ມີເນື້ອແທ້,  ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ພວກເຮົາ ຕ້ອງສຸມໃສ່ຍູ້ແຮງບັນດາຂົງເຂດ, ຄື: ທີໜຶ່ງ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ.

ທີສອງ, ຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ຂົງເຂດຈຸດສຸມ ແລະກຳລັງໜູນຂອງການພົວພັນສອງປະເທດ, ສ້າງສະພາບແວດລ້ອມສະດວກໃຫ້ການເຄື່ອນໄຫວຂອງວິສາຫະກິດສອງຝ່າຍ.

ທີສາມ, ນໍາການຮ່ວມມືວິທະຍາສາດ-ເຕັກໂນໂລຢີ, ຂົງເຂດມີລັກສະນະບຸກທະລຸຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຂຶ້ນສູ່ລະດັບສູງໃໝ່, ໃນນັ້ນບຸລິມະສິດແກ່ການຊອກຫາບາດກ້າວບຸກທະລຸໃນຂົງເຂດໃໝ່, ຄື: ເຄິ່ງຊັກນຳໄຟຟ້າ, AI, ການຫັນປ່ຽນສີຂຽວ; ຄຽງຄູ່ກັນນັ້ນແມ່ນການບໍາລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ທີສີ່, ຜັນຂະຫຍາຍຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ໃນນັ້ນ ສືບຕໍ່ຖືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນບຸລິມະສິດສູງ, ສຸມໃສ່ເກັບກູ້ລະເບີດ, ໝາກມິ່ນທີ່ຍັງຄ້າງໄວ້... ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງຄົບຖ້ວນກັບອາເມລິກາ ໃນການຊອກຫາທະຫານອາເມລິກາ ຫາຍສາບສູນໃນສົງຄາມ.

ທີຫ້າ, ເພີ່ມທະວີການສົມທົບກັນ, ປະກອບສ່ວນຫຼາຍກວ່າອີກໃຫ້ສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນອາຊີ-ປາຊີຟິກ ແລະມະຫາສະໝຸດອິນເດຍ, ໃນນັ້ນຍົກສູງບົດບາດໃຈກາງຂອງອາຊຽນ ແລະເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ອາເມລິກາ, ການພົວພັນຄູ່ຮ່ວມມືແມ່ນໍ້າຂອງ-ອາເມລິກາ; ພ້ອມທັງຍົກສູງປະສິດທິຜົນການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງອິນເຕີເນັດ, ຄວາມໝັ້ນຄົງແຫຼ່ງຊັບພະຍາກອນນ້ຳ...

ທີຫົກ, ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການເຈລະຈາ, ແບ່ງປັນ ແລະສະໜັບສະໜູນເຊິ່ງກັນ ແລະກັນເພື່ອຮັດແຄບຄວາມແຕກຕ່າງກັນ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ