leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາງ Helga Margarete ເອກອັກຄະລັດຖະທູດ ເຢຍລະມັນ. ພາບ: VGP

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມພາກພູມໃຈເມື່ອເຫັນວ່າ ພາຍຫຼັງເກືອບ 50 ປີ, ການພົວພັນ ຫວຽດນາມ-ເຢຍລະມັນ ສືບຕໍ່ມີການພັດທະນາຢ່າງດີງາມ. ປັດຈຸບັນ, ເຢຍລະມັນ ແມ່ນຄູ່ຮ່ວມມືທາງດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນສະຫະພາບເອີລົບ (ອີຢູ) ດ້ວຍວົງເງິນການຄ້າໃນປີ 2023 ບັນລຸກວ່າ 11 ຕື້ໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງເລື່ອງອຳນາດການປົກຄອງເຢຍລະມັນ ສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ດຳລົງຊີວິດ ແລະເຮັດວຽກທີ່ເປັນປົກກະຕິຢູ່ເຢຍລະມັນ.

ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ສອງຝ່າຍຍາດແຍ່ງກາລະໂອກາດຂອງສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA), ທ່ານສະເໜີສະພາແຫ່ງຊາດເຢຍລະມັນ ຮັບຮອງເອົາສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ, ຊຸກຍູ້ຄະນະກຳມະການເອີລົບແກ້ໄຂບັນຫາບັດເຫຼຶືອງ IUU ສຳລັບສິນໃນນຳຫວຽດນາມ ໂດຍໄວ, ເພີ່ມທະວີການຮ່ວມມື ແລະສະໜັບສະໜູນກັນຢູ່ເວທີປາໄສສາກົນ ແລະພາກພື້ນ.

ສ່ວນທ່ານນາງ Helga Margarete ເອກອັກຄະລັດຖະທູດ ເຢຍລະມັນ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງເຢຍລະມັນ ຢູ່ພາກພື້ນ ແລະໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນສອງປະເທດ. ທ່ານນາງ Helga Margarete ກໍ່ແບ່ງປັນບັນດາຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະຊັບສິນຂອງປະຊາຊົນຫວຽດນາມ ພາຍຫຼັງພາຍຸຢາກີ ແລະໃຫ້ຮູ້ວ່າ ຈະສືບຕໍ່ໜູນຊ່ວຍຫວຽດນາມ ຜ່ານບັນດາກົນໄກຫຼາຍຝ່າຍ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ