leftcenterrightdel
ສະຫາຍ ຟານດີ່ງຈາກ ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພົບປະກັບທ່ານ Doto Mashaka Biteko ຮອງນາຍົກລັດຖະມົນຕີທານຊາເນຍ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະກັບການນຳຂອງພັກປະຕິວັດທານຊາເນຍ (CCM) ກຳອຳນາດ, ລັດຖະບານ, ສະພາແຫ່ງຊາດ ແລະອົງການຕ່າງໆໃນຂົງເຂດປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະຕຸລາການ ທານຊາເນຍ, ສະຫາຍ ຟານດີ່ງຈາກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອກັບ ທານຊາເນຍ, ກໍານົດ ທານຊາເນຍ ແມ່ນໜຶ່ງໃນບັນດາປະເທດຢູ່ ອາຟະລິກາ ທີ່ຄວນບຸລິມະສິດຊຸກຍູ້ການພົວພັນທາງດ້ານການເມືອງ-ການທູດ ແລະການຮ່ວມມືດ້ານເສດຖະກິດ; ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຕ້ອນຮັບປະທານາທິບໍດີ ທານຊາເນຍ, ປະທານພັກ CCM ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ໂດຍໄວ ເພື່ອສືບຕໍ່ເຮັດໃຫ້ການພົວພັນເລິກເຊິ່ງກວ່າ ແລະເປີດກວ້າງການຮ່ວມມືສອງຝ່າຍ.

ບັນດາການນຳ ທານຊາເນຍ ເຫັນດີກັບມາດຕະການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ; ທານຊາເນຍ ຈະເປີດຫ້ອງການຜູ້ຕາງໜ້າການທູດຢູ່ຮ່າໂນ້ຍໂດຍໄວ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2025; ເປີດກວ້າງຂົງເຂດຮ່ວມມືໃໝ່, ຄື: ການສຶກສາ-ບໍາລຸງສ້າງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນປ່ຽນດີຈີຕອນ, ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ; ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ເພີ່ມທະວີການຮ່ວມມືໃນຂອບເຂດໃຕ້-ໃຕ້ ແລະຮູບແບບສາມຝ່າຍ.

ໂດຍ: ເຈິ່ນຮວ່ຽນ