ເນື່ອງໃນໂອກາດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79, ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບໄດ້ຕອບສຳພາດຕໍ່ນັກຂ່າວຫວຽດນາມ ປະຈຳ ນິວຢອກ ກ່ຽວກັບການປະກອບສ່ວນຂອງຫວຽດນາມ ໃນອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ.

ນັກຂ່າວ: ຫວຽດນາມ ນັບມື້ນັບແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງສະຫະປະຊາຊາດ. ນີ້ກໍ່ແມ່ນຄັ້ງທຳອິດທີ່ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ. ຂໍທ່ານຕີລາຄາກ່ຽວກັບການປະກອບສ່ວນຂອງຫວຽດນາມ ໃຫ້ສະຫະປະຊາຊາດ, ເປັນຕົ້ນແມ່ນການເຄື່ອນໄຫວຮັກສາສັນຕິພາບໃນຊຸມປີຜ່ານມາ?

ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ: ພວກຂ້າພະເຈົ້າສະແດງຄວາມປິຕິຊົມຊື່ນຕໍ່ການປະກອບສ່ວນທີ່ແທດຈິງຂອງຫວຽດນາມ ໃຫ້ສະຫະປະຊາຊາດ, ໃນນັ້ນມີບັນດາການເຄື່ອນໄຫວຮັກສາສັນຕິພາບ, ບໍ່ພຽງແຕ່ຍ້ອນບັນດາສິ່ງທີ່ມີຢູ່ແລ້ວເທົ່ານັ້ນ, ຫາກຍັງແມ່ນຄວາມສາມາດບົ່ມຊ້ອນໃນການເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະສະຫະປະຊາຊາດ.

ຫວຽດນາມ ໄດ້ຜັນຂະຫຍາຍກຳລັງເຂົ້າຮ່ວມຄະນະຮັກສາສັນຕິພາບຂອງສະຫະປະຊາຊາດ, ໂຮງໝໍຂັ້ນ 2 ຢູ່ ຊູດັງໃຕ້ ແລະຫວ່າງແລ້ວນີ້ ແມ່ນກົມກອງເຕັກນິກໄດ້ເຂົ້າຮ່ວມຄະນະຮັກສາສັນຕິພາບຂອງ ສປຊ ຢູ່ພາກພື້ນ Abyei.

leftcenterrightdel
ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບຕອບສຳພາດຕໍ່ນັກຂ່າວຫວຽດນາມ ປະຈຳ ນິວຢອກ. ພາບ: ສໍານັກຂ່າວສານຫວຽດນາມ

ຈຳນວນທະຫານຫວຽດນາມ ຢູ່ບັນດາຄະນະຮັກສາສັນຕິພາບນັບມື້ນັບເພີ່ມຂຶ້ນ, ໃນນັ້ນມີທັງຊາຍ, ຍິງ ແລະກຳລັງຕຳຫຼວດ, ທັງຢູ່ພູມສາດຕົວຈິງ ແລະຢູ່ສຳນັກງານຕົ້ນຕໍ.

ນອກຈາກນັ້ນ, ພວກຂ້າພະເຈົ້າຍັງຕີລາຄາສູງຄຸນນະພາບຂອງກຳລັງຮັກສາສັນຕິພາບຂອງຫວຽດນາມ. ຂ້າພະເຈົ້າຖືວ່າ ນີ້ແມ່ນຄວາມຄືບໜ້າທີ່ດີ, ສະແດງໃຫ້ເຫັນລະດັບການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະສະຫະປະຊາຊາດ.

ນັກຂ່າວ: ຂໍຮຽນທ່ານຮອງເລຂາທິການໃຫຍ່ ສປຊ, ທ່ານມີຂໍ້ສະເໜີໃດແດ່ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະສະຫະປະຊາຊາດ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ?

ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ: ສະຫະປະຊາຊາດປາດຖະໜາຢາກເປີດກວ້າງ ແລະເພີ່ມທະວີການຮ່ວມມືກັບຫວຽດນາມ. ເນື່ອງໃນໂອກາດສັບປະດາຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຄັ້ງທີ 79, ຂ້າພະເຈົ້າໄດ້ພົບປະ ແລະປຶກສາຫາລືບາງທິດທາງກັບຄະນະປະຕິບັດງານຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະລັດຖະມົນຕີກະຊວງຕຳຫຼວດຫວຽດນາມ.

ພວກເຮົາມີຫຼາຍແນວຄວາມຄິດທີ່ດີ ເພື່ອສືບຕໍ່ພັດທະນາການພົວພັນຮ່ວມມື, ຕົວຢ່າງຄືບຳລຸງ ແລະກໍ່ສ້າງຄວາມສາມາດ, ພ້ອມທັງ ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍມີຫຼາຍກາລະໂອກາດ ແລະຮັບຮູ້ໄດ້ຄວາມຈຳເປັນຕ້ອງເພີ່ມທະວີການສົມທົບກັນ, ກ່ອນອື່ນໝົດແມ່ນຫວຽດນາມ ພ້ອມແລ້ວທີ່ຈະຜັນຂະຫຍາຍກຳລັງຕຳຫຼວດເຂົ້າຮ່ວມການຮັກສາສັນຕິພາບຂອງ ສປຊ. ສປຊ ປາດຖະໜາຢາກຊຸກຍູ້ການພົວພັນນີ້ກັບຫວຽດນາມ.

ປະຈຸບັນ, ສປຊ ມີການເຄື່ອນໄຫວຮັກສາສັນຕິພາບຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະມີປະສົບການ. ຫວຽດນາມ ບໍ່ພຽງແຕ່ພ້ອມແລ້ວທີ່ຈະສືບຕໍ່ເຂົ້າຮ່ວມເທົ່ານັ້ນຫາກຍັງເພີ່ມທະວີການປະກອບສ່ວນ ແລະໜູນຊ່ວຍໃຫ້ແກ່ຄະນະຜູ້ຕາງໜ້າອີກດ້ວຍ.

ສປຊ ກໍ່ດຳເນີນການຕີລາຄາບັນດາແບບວິທີເຄື່ອນໄຫວຮັກສາສັນຕິພາບເພື່ອປັບຕົວກັບສິ່ງທ້າທາຍຢູ່ໂລກໃນປະຈຸບັນ. ແລະພວກຂ້າພະເຈົ້າຫວັງວ່າຈະມີການຮ່ວມມືກັບຫວຽດນາມ ໃນຄວາມມານະພະຍາຍາມຮ່ວມນີ້. ຄາດວ່າ ຈະມີກອງປະຊຸມລັດຖະມົນຕີໃນໄລຍະຈະມາເຖິງ ເພື່ອສຸມໃສ່ປຶກສາຫາລືກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບໃນອະນາຄົດ.

ສປຊ ຫວັງວ່າ ຮອດເວລານັ້ນພວກເຮົາຈະມີແນວຄິດທີ່ດີເພື່ອຜັນຂະຫຍາຍພາລະກິດຮັກສາສັນຕິພາບຢ່າງມີປະສິດທິຜົນ ແລະສອດຄ່ອງກັບສະພາບການສາກົນໃນປະຈຸບັນ.

ນັກຂ່າວ: ຂໍໃຫ້ທ່ານຕີລາຄາລະດັບຄວາມສໍາຄັນຂອງກອງປະຊຸມສຸດຍອດອະນາຄົດໃນສະພາບການສາກົນຄືໃນປະຈຸບັນ?

ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ: ກອງປະຊຸມສຸດຍອດອະນາຄົດແມ່ນເຫດການສຳຄັນທີ່ສຸດ ແລະຂ້າພະເຈົ້າສະແດງຄວາມປິຕິຊົມຊື່ນເມື່ອກອງປະຊຸມໄດ້ຮັບຮອງເອົາສົນທິສັນຍາອະນາຄົດ.

ສິ່ງນັ້ນມີຄວາມໝາຍອັນໃຫຍ່ຫຼວງຕໍ່ບົດບາດຂອງອົງການສະຫະປະຊາຊາດໃນພາລະກິດຮັກສາສັນຕິພາບ ແລະຄວາມໝັ້ນຄົງ, ເປັນຕົ້ນແມ່ນຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການປະທະກັນ, ຄວາມໝັ້ນຄົງ, ການຂາດຄວາມສະເໝີພາບ, ຂາດຄວາມຄືບໜ້າໃນຄວາມມານະພະຍາຍາມສໍາເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະການເຄື່ອນໄຫວຂອງອາດຊະຍາກໍາຂ້າມຊາດ.

ທຸກສິ່ງທຸກຢ່າງຕ້ອງໄດ້ຮັບການແກ້ໄຂໂດຍຜ່ານການເຄື່ອນໄຫວຫຼາຍຝ່າຍ ແລະການຮ່ວມແຮງຮ່ວມໃຈຢ່າງມີປະສິດທິຜົນກວ່າອີກ. ກອງປະຊຸມຍັງມີຄວາມສຳຄັນຕໍ່ການເຄື່ອນໄຫວຮັກສາສັນຕິພາບ, ເພາະວ່າການເຄື່ອນໄຫວຮັກສາສັນຕິພາບແມ່ນເຄື່ອງມືທີ່ຕ້ອງໄດ້ຮັບການສະໜັບສະໜູນດ້ວຍຄວາມມານະພະຍາຍາມຫຼາຍຝ່າຍ ແລະການສະໜັບສະໜູນດ້ານການເມືອງຫຼາຍກວ່າອີກ.

ນັກຂ່າວ: ຂໍຂອບໃຈທ່ານຮອງເລຂາທິການໃຫຍ່ ສປຊ.

ໂດຍ: ຈາງຫງວຽນ