ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕີລາຄາວ່າ ການປ່ຽນແປງໃໝ່ປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະບຸລິມະສິດແຖວໜ້າຂອງຫຼາຍປະເທດໃນວິວັດແຫ່ງການພັດທະນາຢ່າງວ່ອງໄວ, ຍືນຍົງ ແລະບໍ່ປະໃຫ້ໃຜຖືກຕົກຄ້າງໄວ້ຢູ່ເບື້ອງຫຼັງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳປາໄສທາງອອນລາຍທີ່ພິທີປະກາດດັດຊະນີປ່ຽນແປງໃໝ່ປະດິດສ້າງທົ່ວໂລກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ: “ພວກເຮົາຕ້ອງແບ່ງປັນເຊິ່ງກັນ ແລະກັນ: ການປ່ຽນແປງໃໝ່ປະດິດຄິດສ້າງສົ່ງຜົນກະທົບຕໍ່ທົ່ວປວງຊົນ, ຮອບດ້ານ ແລະທົ່ວໂລກ, ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ດັ່ງນັ້ນພວກເຮົາຕ້ອງມີວິທີການເຂົ້າເຖິງທົ່ວໂລກ, ວິທີການເຂົ້າເຖິງທົ່ວປວງຊົນ, ເຊີດຊູລັດທິຫຼາຍຝ່າຍ,  ຮຽກຮ້ອງການຮ່ວມມືສາກົນໃນວິວັດການຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ. ຂ້າພະເຈົ້າຮຽກຮ້ອງບັນດາປະເທດຮັ່ງມີ, ປະເທດພັດທະນາ, ປະເທດກ້າວໜ້າ ແລະບັນດາປະເທດທີ່ມີເງື່ອນໄຂດີກວ່າ ສະໜັບສະໜູນ, ຊ່ວຍເຫຼືອ, ສ້າງເງື່ອນໄຂໃຫ້ບັນດາປະເທດພວມພັດທະນາ, ປະເທດທຸກຍາກ ແລະບັນດາປະເທດມີເງື່ອນໄຂຫຍຸ້ງຍາກກວ່າກ່ຽວກັບການກໍ່ສ້າງລະບອບລະບຽບການ, ກ່ຽວກັບບຸລິມະສິດດ້ານການເງິນ, ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ກ່ຽວກັບການຖ່າຍທອດເຕັກໂນໂລຊີທີ່ກ້າວຫນ້າ ແລະການຄຸ້ມຄອງອັດສະລິຍະ. ຫວຽດນາມ ກໍານົດການສຶກສາ - ບຳລຸງກໍ່ສ້າງ, ວິທະຍາສາດ - ເຕັກໂນໂລຊີ ແມ່ນລັດຖະນະໂຍບາຍແຖວໜ້າ, ໃນນັ້ນ ຖືການປ່ຽນແປງໃໝ່ປະດິດສ້າງທັງເປັນກໍາລັງໜູນ, ແຫຼ່ງກຳລັງ, ທັງແມ່ນຈຸດໝາຍຂອງການພັດທະນາ, ປະກອບສ່ວນເຂົ້າໃນການສ້າງສາ ແລະປົກປັກຮັກສາປະເທດຊາດ, ປະກອບສ່ວນຊຸກຍູ້ການກໍ່ສ້າງປະເທດຊາດຫວຽດນາມ ໝັ້ນຄົງເຂັ້ມແຂງ ແລະວັດທະນາຖາວອນ, ປະຊາຊົນຫວຽດນາມ ນັບມື້ນັບມີຄວາມຜາສຸກ ແລະອີ່ມໜໍາຊໍາລານ”.

ຜູ້ອຳນວຍການໃຫຍ່ WIPO Darren Tang ຊົມເຊີຍບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ, ຕີລາຄາສູງຄວາມເອົາໃຈໃສ່ຂອງພັກ ແລະລັດຫວຽດນາມ ທີ່ມີຕໍ່ວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ແລະຊັບສິນທາງປັນຍາ. ລະອຽດ, ແມ່ນໃນບົດລາຍງານດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກປີ 2024, ຫວຽດນາມ ໄດ້ເພີ່ມ 2 ຂັ້ນເມື່ອທຽບໃສ່ປີກາຍ, ຂຶ້ນເປັນ 44/132 ປະເທດ.

ໂດຍ: ທະນາພອນ