ບໍ່ແມ່ນເລື່ອງບັງເອີນທີ່ວຽກງານນິຕິບັນຍັດໃນປີສຸດທ້າຍຂອງອາຍຸການສະພາແຫ່ງຊາດ ຊຸດທີ XV, ພິເສດແມ່ນໃນກອງປະຊຸມເທື່ອສຸດທ້າຍນີ້ ໄດ້ຮັບການຍູ້ແຮງ. ໂດຍເລີ່ມມາຈາກພຶດຕິກຳຕົວຈິງ, ພັກເຮົາ ໄດ້ໃຫ້ຂໍ້ສັງເກດວ່າ: ລະບອບກົດໝາຍ ພວມແມ່ນຈຸດອຸດຕັນຂອງຈຸດອຸດຕັນ, ກົດໝາຍແມ່ນຮັບໃຊ້ການເຄື່ອນໄຫວຄຸ້ມຄອງລັດ, ຍັງບໍ່ທັນເອົາໃຈໃສ່ເຖິງການສ້າງສາພັດທະນາ.

ຍ້ອນເຫດນັ້ນ, ພັກຈຶ່ງວາງອອກຄວາມຮຽກຮ້ອງຕ້ອງການ ຕ້ອງນໍາເອົາກົດໝາຍໃຫ້ກາຍເປັນການ “ບຸກທະລຸຂອງບຸກທະລຸ”, ກໍ່ສ້າງລະບົບກົດໝາຍສ້າງສາພັດທະນາ  ແລະກາຍເປັນທ່າໄດ້ປຽບແກ່ງແຍ້ງແຫ່ງຊາດ. ສະພາແຫ່ງຊາດ ໄດ້ຫັນເນື້ອໃນຈິດໃຈດັ່ງກ່າວນັ້ນໃຫ້ປະກົດຜົນເປັນຈິງ ດ້ວຍການປ່ຽນແປງໃໝ່ຢ່າງຂ້ຽວຂາດໃນວຽກງານນິຕິບັນຍັດ, ພິເສດແມ່ນກ່ຽວກັບຂັ້ນຕອນການສ້າງກົດໝາຍຕາມທິດຫຼຸດຂັ້ນຕອນໃຫ້ສັ້ນລົງ, ຍູ້ໄວຄວາມຄືບໜ້າ ແຕ່ຕ້ອງຮັບປະກັນຄຸນນະພາບ; ເດັດດ່ຽວກຳຈັດແນວຄິດພາຍໃນ “ຂໍ-ໃຫ້” ໃຫ້ໝົດໄປ, ເພີ່ມທະວີຄວາມຮັບຜິດຊອບໃນການອະທິບາຍ ແລະລັກສະນະເປີດເຜີຍ, ໂປ່ງໃສ.

leftcenterrightdel
ຕອນບ່າຍວັນທີ 11 ທັນວາ, ສະພາແຫ່ງຊາດ ດໍາເນີນວາລະອັດກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊຸດທີ XV. ພາບ: chinhphu.vn

ນີ້ແມ່ນເງື່ອນໄຂສຳຄັນເພື່ອໃຫ້ປະເທດຫວຽດນາມ ກ້າວເຂົ້າສູ່ໄລຍະເລັ່ງພັດທະນາ, ກະກຽມໃຫ້ບັນລຸເປົ້າໝາຍປະຕິບັດໜ້າທີ່ຍຸດທະສາດພັດທະນາປະເທດຊາດ ໃນ 2 ຂີດໝາຍສຳຄັນຄື: 100 ປີແຫ່ງວັນສ້າງຕັ້ງພັກ ແລະ 100 ປີແຫ່ງວັນສ້າງຕັ້ງປະເທດ.

ແຕ່ກ່ອນມາຮອດປັດຈຸບັນ, ຈໍານວນເອກະສານດ້ານກົດໝາຍທີ່ສະພາແຫ່ງຊາດ ຮັບຮອງເອົາແມ່ນສູງຫຼາຍ ບໍ່ພຽງແຕ່ສະແດງໃຫ້ເຫັນປະສິດທິຜົນ, ສະມັດຕະພາບການເຮັດວຽກຂອງສະພາແຫ່ງຊາດ ເທົ່ານັ້ນ ຫາກຍັງສ່ອງແສງໃຫ້ເຫັນວ່າ  ສະພາບການຕົວຈິງຍັງມີຂໍ້ຄົງຄ້າງ, ຂໍ້ບົກພ່ອງ, ຈຸດອຸດຕັນຫຼາຍທີ່ສຸດກ່ຽວກັບລະບຽບກົດໝາຍ ແລະສ່ວນຫຼາຍໃນຈໍານວນນ້ັນ ໄດ້ຮັບຮູ້ຢ່າງຈະແຈ້ງ ແລະແກ້ໄຂຢ່າງເດັດຂາດ. ລະບຽບການບໍລິຫານທີ່ບໍ່ກະທັດຮັດ ໄດ້ຖືກຕັດອອກ; ບັນດານະໂຍບາຍຄຸ້ມຄອງທີ່ເປີດເຜີຍ, ການຫັນປ່ຽນຢ່າງແຂງແຮງຈາກການກວດກາກ່ອນ ໄປສູ່ການກວດກາຕາມຫຼັງ ຫຼືບັນດາກົນໄກ, ນະໂຍບາຍໜູນຊ່ວຍປະຊາຊົນ, ວິສາຫະກິດແມ່ນແທດຕົວຈິງກວ່າ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ. ນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ສະແດງໃຫ້ເຫັນພື້ນຖານກົດໝາຍສ້າງສາພັດທະນາ ບໍ່ພຽງແຕ່ຮັບໃຊ້ການຄຸ້ມຄອງເທົ່ານັ້ນ, ຫາກຍັງເປີດທາງໃຫ້ແກ່ການປະດິດຄິດສ້າງ ແລະບຸກທະລຸ.

ສະພາແຫ່ງຊາດໄດ້ປະຕິບັດສຳເລັດພາລະກໍາຢ່າງວ່ອງໄວ ໃນການປ່ຽນແປງໃໝ່, ສ້າງຄວາມບຸກທະລຸໃນການສ້າງລະບອບລະບຽບການ. ປະຈຸບັນ ແມ່ນເວລາທີ່ທ່ົວລະບົບການເມືອງ ໂດຍສະເພາະແມ່ນບັນດາອົງການບໍລິຫານ ແລະຕຸລາການ ຮີບດ່ວນນຳເອົາກົດໝາຍໃໝ່ເຂົ້າໃນການດຳລົງຊີວິດຕົວຈິງ, ເພື່ອໃຫ້ນະໂຍບາຍກົດໝາຍໃໝ່ທຸກສະບັບ ໄດ້ຊຶມຊັບເຂົ້າສູ່ການດໍາລົງຊີວິດຕົວຈິງຢ່າງວ່ອງໄວ, ແຜ່ຂະຫຍາຍໄປຮອດແຕ່ລະອົງການ, ແຕ່ລະທ້ອງຖິ່ນ, ປະຊາຊົນແຕ່ລະຄົນ ແລະວິສາຫະກິດແຕ່ລະແຫ່ງ.

ເມື່ອໃດ ຈຸດອຸດຕັນໃນການປະຕິບັດກົດໝາຍໃໝ່ຖືກທຳລາຍ,  ສະພາບແວດລ້ອມແຫ່ງການລົງທຶນ - ດໍາເນີນທຸລະກິດຈຶ່ງເປີດເຜີຍກະຈ່າງແຈ້ງຢ່າງແທ້ຈິງ, ການດໍາລົງຊີວິດຂອງປະຊາຊົນຈຶ່ງໄດ້ຮັບການເບິ່ງແຍງໃຫ້ດີຂຶ້ນ, ກໍາລັງຄວາມສາມາດແກ່ງແຍ້ງຂອງຊາດ ຈຶ່ງໄດ້ຍົກຂຶ້ນສູ່ລະດັບສູງໃໝ່.

ໂດຍ: ທູຈາງ