ພາຍຫຼັງກວ່າ 35 ປີແຫ່ງການສ້າງຕັ້ງ ແລະພັດທະນາ, APEC ສືບຕໍ່ຢືນຢັນແມ່ນກົນໄກຮ່ວມສໍາພັນເສດຖະກິດພາກພື້ນແຖວໜ້າ, ແມ່ນຂໍ້ລິເລີ່ມ ແລະນຳໜ້າໃນການຊຸກຍູ້ບັນດາທ່າອ່ຽງຫັນເສດຖະກິດ, ການຄ້າ ແລະການລົງທຶນຢູ່ພາກພື້ນ ແລະໃນໂລກເປັນເສລີ, ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕເສດຖະກິດ ແລະຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ອາຊີ-ປາຊີຟິກ.
ໃນຊຸມປີຜ່ານມາ, APEC ສືບຕໍ່ຢືນຢັນບົດບາດທີ່ຂາດບໍ່ໄດ້ໃນການຮ່ວມມື ແລະບໍລິຫານເສດຖະກິດພາກພື້ນ, ຕິດພັນກັບສູນເສດຖະກິດແຖວໜ້າຂອງໂລກ, ຮັກສາດ້ານການຄ້າ ແລະການລົງທຶນຢ່າງຍຸຕິທຳ, ໝັ້ນຄົງ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ທຸກຝ່າຍ, ປະຊາຊົນ ແລະວິສາຫະກິດ, ຊຸກຍູ້ການຮ່ວມສໍາພັນເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ພາກພື້ນ. ບົນພື້ນຖານນັ້ນ, ປີ APEC 2025 ມີຫົວຂໍ້ “ສ້າງອະນາຄົດແບບຍືນຍົງ” ດ້ວຍ 3 ບຸລິມະສິດຕົ້ນຕໍກ່ຽວກັບການເຊື່ອມຕໍ່, ການປ່ຽນແປງໃໝ່ ແລະວັດທະນາຖາວອນ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ຫວຽດນາມ ກາຍເປັນສະມາຊິກຂອງ APEC ຢ່າງເປັນທາງການໃນປີ 1998. ນີ້ແມ່ນຂີດໝາຍສຳຄັນໃນການຜັນຂະຫຍາຍນະໂຍບາຍການພົວພັນຕ່າງປະເທດທີ່ເປີດກວ້າງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງຫວຽດນາມ. ພາກພື້ນ APEC ມີຄວາມໝາຍສຳຄັນ, ຍຸດທະສາດສໍາລັບຄວາມໝັ້ນຄົງ ແລະການພັດທະນາຂອງຫວຽດນາມ. ໃນວິວັດການເຂົ້າຮ່ວມ APEC, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ຮ່ວມສໍາພັນເສດຖະກິດພາກພື້ນ ແລະຮັກສາບົດບາດຂອງ APEC. ຫວຽດນາມ ກໍ່ແມ່ນໜຶ່ງໃນຈຳນວນໜ້ອຍສະມາຊິກທີ່ໄດ້ເປັນເຈົ້າພາບຈັດຕັ້ງ APEC 2 ຄັ້ງ ປະສົບຜົນສໍາເລັດຢ່າງຈົບງາມໃນປີ 2006 ແລະ 2017.
ໃນຊຸມປີມໍ່ໆມານີ້, ການພົວພັນ ຫວຽດນາມ-ສ.ເກົາຫຼີ ໄດ້ພັດທະນາຢ່າງແຂງແຮງ, ແທດຈິງ ແລະຮອບດ້ານໃນຫຼາຍຂົງເຂດພາຍຫຼັງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນທັນວາ 2022. ການພົບປະຂັ້ນສູງກໍ່ໄດ້ດໍາເນີນໄປເປັນປະຈໍາ, ພິເສດແມ່ນການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ (ເດືອນ ສິງຫາ 2025) ເຊິ່ງໄດ້ປັບປຸງຄວາມເຊື່ອໝັ້ນດ້ານການເມືອງລະຫວ່າງສອງປະເທດຢ່າງແຂງແຮງ. ສ.ເກົາຫຼີ ສືບຕໍ່ຮັກສາແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດສໍາຄັນແຖວໜ້າຂອງຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດການຄ້າ, ການລົງທຶນ, ການຮ່ວມມືພັດທະນາ.
ໃນສະພາບການນັ້ນ, ການເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງທີ 32 ແລະເຮັດວຽກສອງຝ່າຍຢູ່ ສ.ເກົາຫຼີ ຂອງທ່ານປະທານປະເທດ ເລືອງເກື່ອງ ໄດ້ຢືນຢັນຄຳໝັ້ນສັນຍາ ແລະຍົກໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ການຮ່ວມມືຫຼາຍຝ່າຍເວົ້າລວມ ແລະ APEC ເວົ້າສະເພາະ; ຢືນຢັນບົດບາດ, ທີ່ຕັ້ງ ແລະການປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ຢູ່ APEC ກໍ່ຄືໃນການຮ່ວມມືຫຼາຍຝ່າຍ ແລະແກ້ໄຂສິ່ງທ້າທາຍລວມຂອງພາກພື້ນ ແລະທົ່ວໂລກ; ພ້ອມທັງສະແດງໃຫ້ເຫັນສານຫວຽດນາມ ໃນການພັດທະນາຢ່າງຂະຫຍັນຂັນເຄື່ອນ, ເປີດອົກເປີດໃຈ, ບືນຕົວຂຶ້ນຢ່າງແຂງແຮງໃນສັງກາດໃໝ່, ປາດຖະໜາຢາກສືບຕໍ່ຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນກັບບັນດາພື້ນຖານເສດຖະກິດສະມາຊິກ APEC. ນີ້ກໍ່ແມ່ນໂອກາດເພື່ອແບ່ງປັນແຜນນະໂຍບາຍ, ນະໂຍບາຍຂອງປະເທດໃນການພັດທະນາເສດຖະກິດ-ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ, ກາລະໂອກາດຮ່ວມມື, ລົງທຶນ ແລະດໍາເນີນທຸລະກິດຢູ່ຫວຽດນາມ ກັບປະຊາຄົມວິສາຫະກິດສາກົນ ແລະແມ່ນການກະກຽມຢ່າງຕັ້ງໜ້າຂອງຫວຽດນາມ ໃຫ້ແກ່ການເປັນເຈົ້າພາບຈັດຕັ້ງປີ APEC 2027.
ພ້ອມກັນນັ້ນ, ການໄປປະຕິບັດງານຄັ້ງນີ້ຂອງທ່ານປະທານປະເທດ ເລືອງເກື່ອງ ຍັງຢືນຢັນເຖິງການຮັບຮູ້ ແລະຕີລາຄາສູງຂອງຫວຽດນາມ ຕໍ່ບົດບາດເປັນເຈົ້າພາບຂອງ ສ.ເກົາຫຼີ; ເພື່ອໃຫ້ສອງປະເທດສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະການຮ່ວມມືຮອບດ້ານ, ຫັນຄຳໝັ້ນສັນຍາລະຫວ່າງການນຳຂັ້ນສູງສອງປະເທດໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ...
ຫວຽດນາມ ເຊື່ອໝັ້ນວ່າ, ການເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງທີ 32 ແລະເຮັດວຽກສອງຝ່າຍຢູ່ ສ.ເກົາຫຼີ ຂອງທ່ານປະທານປະເທດ ເລືອງເກື່ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ APEC, ສ.ເກົາຫຼີ, ຄູ່ຮ່ວມມືສາກົນ ແລະເພື່ອນມິດສາກົນໃຫ້ສືບຕໍ່ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ