ປະຈຸບັນ ອັງກິດ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 6 ຂອງໂລກ, ດ້ວຍນະຄອນຫຼວງລອນດອນ ແມ່ນໜຶ່ງໃນບັນດາສູນການເງິນແຖວໜ້າຂອງໂລກ. ອັງກິດ ໄປຕາມແນວທາງຕ່າງປະເທດຫຼາຍຝ່າຍທີ່ເຂັ້ມແຂງ, ເພີ່ມທະວີສຳພັນທະມິດ ແລະຮັກສາສາຍພົວພັນແບບພິເສດກັບອາເມລິກາ; ເລີ່ມສ້າງຕັ້ງການພົວພັນກັບ ອີຢູ ແລະຈີນ ຄືນໃໝ່; ເສີມຂະຫຍາຍບົດບາດນໍາໜ້າໃນບາງຂົງເຂດ ຄື ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງບໍ່ເປັນການທະຫານ... ອັງກິດ ຖືມະຫາສະໝຸດອິນເດຍ-ປາຊີຟິກ ແມ່ນບຸລິມະສິດຍຸດທະສາດ, ຊຸກຍູ້ການຮ່ວມມື, ຍູ້ແຮງການເຊື່ອມຕໍ່ເສດຖະກິດ, ຫັນການພົວພັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ເຂົ້າສູ່ຕະຫຼາດເຕີບໂຕໄວຂອງພາກພື້ນຢ່າງເລິກເຊິ່ງ, ໃນນັ້ນມີຫວຽດນາມ.

ຫວຽດນາມ ແລະອັງກິິດ ສ້າງຕັ້ງການພົວພັນທາງການທູດໃນວັນທີ 11 ກັນຍາ 1973. ສອງຝ່າຍເຊັນຖະແຫຼງການຮ່ວມວ່າດ້ວຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດເມື່ອເດືອນກັນຍາ 2010. ມາຮອດປີ 2020, ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ, ສອງຝ່າຍອອກຖະແຫຼງການຮ່ວມວ່າດ້ວຍການກໍານົດທິດພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດໃນ 10 ປີຈະມາເຖິງ, ສຸມໃສ່ເຮັດໃຫ້ 7 ຂົງເຂດບຸລິມະສິດເລິກເຊິ່ງຂຶ້ນຕື່ມ, ລວມມີ: ການເມືອງ-ການຕ່າງປະເທດ; ການຄ້າ-ການລົງທຶນ ແລະສະພາບແວດລ້ອມດໍາເນີນທຸລະກິດ; ພັດທະນາແບບຍືນຍົງ ແລະການຮ່ວມມືພັດທະນາ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການປ້ອງກັນ ແລະຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ; ການພົບປະແລກປ່ຽນປະຊາຊົນ ແລະບັນດາສິດສະເໝີພາບ; ບັນດາບັນຫາສາກົນ ແລະພາກພື້ນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍຮັກສາການແລກປ່ຽນຄະນະ ແລະພົບປະທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ຍູ້ແຮງການສົມທົບກັນໃນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ບັນດາເວທີປາໄສຫຼາຍຝ່າຍ ຄື ສປຊ, ຂອບການຮ່ວມມື ອາຊຽນ - ອັງກິດ. ຫວຽດນາມ ຕັ້ງໜ້າໜູນຊ່ວຍອັງກິດ ໃນວິວັດການເຈລະຈາເຂົ້າເປັນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ສອງຝ່າຍໄດ້ລົງນາມສັນຍາການຄ້າເສລີຫວຽດນາມ-ອັງກິດ (UKVFTA). ອັງກິດ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ ໃນເອີຣົບ ແລະຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອັງກິດ ໃນອາຊີຕາເວັນອອກສ່ຽງໃຕ້. ວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸ 8,4 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 18% ເມື່ອທຽບກັບປີ 2023), ສະເພາະ 8 ເດືອນຕົ້ນປີ 2025 ບັນລຸ 6,1 ຕື້ໂດລາສະຫະລັດ (ເພີ່ມຂຶ້ນເກືອບ 10% ເມື່ອທຽບກັບໄລຍະດຽວກັນໃນປີ 2024). ກ່ຽວກັບການລົງທຶນ, ປະຈຸບັນ ອັງກິດ ມີ 600 ກວ່າໂຄງການລົງທຶນທີ່ມີຜົນສັກສິດຢູ່ຫວຽດນາມ,  ດ້ວຍຍອດຈໍານວນທຶນຈົດທະບຽນປະມານ 4,65 ຕື້ໂດລາສະຫະລັດ, ຢືນອັນດັບທີ 15/152 ປະເທດ ແລະເຂດແຄ້ວນມີໂຄງການລົງທຶນຢູ່ຫວຽດນາມ, ສຸມໃສ່ເຂົ້າບັນດາຂົງເຂດ ຄື: ອຸດສະຫະກໍາປຸງແຕ່ງ, ອະສັງຫາລິມະຊັບ, ຂຸດຄົ້ນບໍ່ແຮ່. ຫວຽດນາມ ມີ 16 ໂຄງການລົງທຶນຢູ່ ອັງກິດ, ດ້ວຍຍອດເງິນລົງທຶນຈົດທະບຽນກວ່າ 37,6 ລ້ານໂດລາສະຫະລັດ, ເປັນຕົ້ນແມ່ນໃນຂົງເຂດ: ລົງທຶນການເງິນ, ຂາຍສົ່ງ-ຂາຍຍ່ອຍ, ສ້ອມແປງໂອໂຕ, ລົດຈັກ, ການບໍລິການພັກເຊົາຢູ່ ແລະກິນດື່ມ.

ສອງຝ່າຍໄດ້ສ້າງຕັ້ງກົນໄກການເຈລະຈານະໂຍບາຍປ້ອງກັນຊາດປະຈໍາປີຂັ້ນຮອງລັດຖະມົນຕີ; ແລກປ່ຽນຄະນະຜູ້ແທນຢ່າງຕັ້ງໜ້າ, ຮ່ວມມືບໍາລຸງສ້າງ, ແບ່ງປັນຂໍ້ມູນຂ່າວສານ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ຄື ຮັກສາສັນຕິພາບ ສປຊ, ບໍາລຸງສ້າງພາສາອັງກິດ, ຄວາມໝັ້ນຄົງທາງທະເລ, ແຜນທີ່... ສອງຝ່າຍຮ່ວມມືຢ່າງຕັ້ງໜ້າໃນການປ້ອງກັນ ແລະຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ, ການກໍ່ການຮ້າຍ, ການເຄື່ອນຍ້າຍຖິ່ນຖານຜິດກົດໝາຍ ແລະການຄ້າມະນຸດ.

ໃນຂົງເຂດການສຶກສາ ແລະບໍາລຸງສ້າງ, ປະຈຸບັນມີນັກສຶກສາຫວຽດນາມ ປະມານ 12.000 ຄົນ ພວມຮຽນຢູ່ອັງກິດ. ມະຫາວິທະຍາໄລໃຫຍ່ຈຳນວນໜຶ່ງຂອງອັງກິດ ໄດ້ເປີດສາຂາຢູ່ຫວຽດນາມ. ສອງຝ່າຍໄດ້ຈັດຕັ້ງປະຕິບັດໂຄງການຄົ້ນຄວ້າຮ່ວມປະມານ 50 ໂຄງການ ແລະກິດຈະກຳຮ່ວມມືອື່ນຈຳນວນໜຶ່ງ. ອັງກິດ ເປັນປະເທດປະສານງານ ແລະຕັ້ງໜ້າສະໜັບສະໜູນຫວຽດນາມ ໃນການປະຕິບັດຂໍ້ຕົກລົງຄູ່ຮ່ວມມືຫັນປ່ຽນພະລັງງານຍຸດຕິທຳ (JETP) ລະຫວ່າງຫວຽດນາມ ກັບກຸ່ມບັນດາຄູ່ຮ່ວມມືສາກົນ (IPG).

ການຢ້ຽມຢາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ສະແດງໃຫ້ເຫັນການຖືເປັນສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດກັບອັງກິດ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ກໍ່ຄືການປະກອບສ່ວນເຂົ້າໃນການປັບປຸງ ແລະເສີມຂະຫຍາຍບົດບາດ ແລະທີ່ຕັ້ງຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງອັງກິດ ແລະເອີຣົບ. ນີ້ຍັງແມ່ນໂອກາດເພື່ອໃຫ້ຫວຽດນາມ ຢືນຢັນນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ການຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍການພົວພັນຕ່າງປະເທດ ແລະຕັ້ງໜ້າ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ.

ບົນພື້ນຖານນັ້ນ, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ