ນີ້ແມ່ນບັນດາກອງປະຊຸມທີ່ສຳຄັນ ແລະໃຫຍ່ທີ່ສຸດໃນປີເປັນປະທານອາຊຽນ 2025 ຂອງມາເລເຊຍ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງພວມດໍາເນີນໃນຈຸດເວລາທີ່ອາຊຽນ ພວມຢືນຢັນກ່ຽວກັບການຮ່ວມມື ແລະການເຊື່ອມຕໍ່ພາກພື້ນຢ່າງບໍ່ຢຸດຢັ້ງ, ດ້ວຍບົດບາດ ແລະອິດທິພົນຊື່ສຽງທີ່ນັບມື້ນັບສູງຂຶ້ນພາຍຫຼັງເກືອບ 6 ທົດສະວັດແຫ່ງການສ້າງຕັ້ງ ແລະພັດທະນາ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: tienphong.vn |
ຕໍ່ໜ້າການຜັນປ່ຽນຢ່າງວ່ອງໄວ, ສັບສົນໃນສະພາບແວດລ້ອມທາງດ້ານພູມສາດການເມືອງ, ຄວາມໝັ້ນຄົງ, ເສດຖະກິດຂອງໂລກ ແລະພາກພື້ນ, ໄດ້ສ້າງກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນໄປ, ອາຊຽນ ມານະພະຍາຍາມຮັກສາຄວາມສາມັກຄີ, ເປັນເອກະພາບ, ປັບປຸງ, ເປີດກວ້າງ ແລະເຮັດໃຫ້ວິວັດການຮ່ວມມື ແລະການຮ່ວມສຳພັນພາຍໃນກຸ່ມເລິກເຊິ່ງຂຶ້ນຕື່ມເທື່ອລະກ້າວ ກໍ່ຄືລະຫວ່າງປະຊາຄົມກັບບັນດາຄູ່ຮ່ວມມືພາຍໃນ ແລະນອກພາກພື້ນ, ສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກເລິກເຊິ່ງກວ່າ, ສະແດງໃຫ້ເຫັນບົດບາດໃຈກາງຢູ່ພາກພື້ນ ແລະແມ່ນປັດໄຈທີ່ຂາດບໍ່ໄດ້ໃນນະໂຍບາຍພາກພື້ນຂອງຄູ່ຮ່ວມມື. ການສະໜັບສະໜູນ, ຄວາມສົນໃຈ ແລະການເຂົ້າຮ່ວມຂອງບັນດາຄູ່ຮ່ວມມື, ເປັນຕົ້ນແມ່ນບັນດາປະເທດໃຫຍ່, ໃນກົນໄກທີ່ອາຊຽນ ເປັນຜູ້ຊັກຈູງໄດ້ສະແດງໃຫ້ເຫັນວ່າ ປະຊາຄົມສືບຕໍ່ເສີມຂະຫຍາຍກຳລັງຄວາມສາມາດ “ເຕົ້າໂຮມ”, ບົດບາດ ແລະຄວາມໄວ້ເນື້ອເຊື່ອໃຈກັບບັນດາປະເທດກ່ຽວກັບຄວາມສາມາດໃນການບັນຊາ, ການປັບຕົວການຮັກສາຄວາມດຸ່ນດ່ຽງໃນການພົວພັນຢ່າງມີໄຫວພິບ.
ພິເສດ, ປີ 2025 ເປັນປີທີ່ສ້າງຂີດໝາຍໄລຍະ 10 ປີແຫ່ງການສ້າງຕັ້ງປະຊາຄົມອາຊຽນ ແລະອາຊຽນ ພວມຢູ່ໃນໄລຍະສຸດທ້າຍຂອງການຜັນຂະຫຍາຍແຜນການສັງລວມປີ 2025. ແນໃສ່ກະກຽມໃຫ້ແກ່ການພັດທະນາໃນໄລຍະໃໝ່, ອາຊຽນ ໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ພ້ອມກັບຍຸດທະສາດຜັນຂະຫຍາຍດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມມຸ່ງໄປເຖິງການກໍ່ສ້າງປະຊາຄົມໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ປະດິດສ້າງ ແລະຖືປະຊາຊົນເປັນໃຈກາງ.
ດ້ວຍສະພາບການດັ່ງກ່າວ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງແມ່ນໂອກາດເພື່ອໃຫ້ການນຳບັນດາປະເທດຕີລາຄາໝາກຜົນການຮ່ວມມືພາຍໃນກຸ່ມ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃນປີ 2025 ດ້ວຍຫົວຂໍ້ “ກວມລວມ ແລະຍືນຍົງ”, ກໍານົດທິດສ້າງປະຊາຄົມອາຊຽນ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນບົນພື້ນຖານການກໍ່ສ້າງຂັ້ນຕອນ ແລະໃຫ້ບຸລິມະສິດປະຕິບັດວິໄສທັດປະຊາຄົມອາຊຽນ 2045, ຍົກສູງປະສິດທິຜົນຂອງບັນດາກົນໄກໂດຍອາຊຽນ ຊັກຈູງ, ຫັນການພົວພັນຕ່າງປະເທດຂອງອາຊຽນໃຫ້ມີຄວາມແທດຈິງ.
ບໍ່ສາມາດປະຕິເສດໄດ້ວ່າ ໃນເກືອບ 6 ທົດສະວັດທີ່ຜ່ານມາ, ອາຊຽນ ໄດ້ຫັນປ່ຽນຕົນເອງຢ່າງຕໍ່ເນື່ອງເພື່ອໃຫ້ກາຍເປັນປະຊາຄົມທີ່ມີຄວາມສະໜິດຕິດພັນພ້ອມກັນແບ່ງປັນເປົ້າໝາຍ, ວິໄສທັດ ແລະຄຸນຄ່າລວມ. ການຫັນປ່ຽນຢ່າງເລິກເຊິ່ງຂອງສະພາບການພວມຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ແລະບັນດາຄູ່ຮ່ວມມືສືບຕໍ່ຮ່ວມແຮງຮ່ວມໃຈກັນຊຸກຍູ້ບັນດາຄຸນຄ່າຂອງການເຈລະຈາ, ການຮ່ວມມື, ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍ, ພິເສດແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ແມ່ນເງື່ອນໄຂເບື້ອງຕົ້ນເພື່ອຮັບປະກັນການເຕີບໂຕແບບຍືນຍົງ ແລະສຳເລັດລວມຂອງປະຊາຄົມອາຊຽນ.
ການເຂົ້າຮ່ວມ “ຊາຍຄາລວມ” ອາຊຽນ ໄດ້ 30 ປີແມ່ນຫຼັກຖານພະຍານທີ່ມີຊີວິດຊີວາຕໍ່ບົດບາດຂອງຫວຽດນາມ ໃນຖານະທີ່ເປັນປະເທດສະມາຊິກອາຊຽນເຊິ່ງບໍ່ສາມາດຕັດແຍກອອກໄດ້, ຕິດພັນການພັດທະນາຂອງປະເທດກັບອາຊຽນ. ນະໂຍບາຍສໍາລັບອາຊຽນ ກໍ່ໄດ້ກາຍເປັນບຸລິມະສິດຍຸດທະສາດໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ. ໃນຕະຫຼອດການເດີນທາງນັ້ນ, ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບບັນດາປະເທດສະມາຊິກ, ຄູ່ຮ່ວມມື ແລະເພື່ອນມິດສາກົນເພື່ອເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ຜ່ານຜ່າສິ່ງທ້າທາຍຕ່າງໆ ເພື່ອຮ່ວມແຮງຮ່ວມໃຈສ້າງປະຊາຄົມອາຊຽນ ໃຫ້ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມຸ່ງໄປເຖິງອະນາຄົດ.
3 ທົດສະວັດທີ່ຜ່ານມາ, ຫວຽດນາມ ໄດ້ເຂົ້າຮ່ວມອາຊຽນ ດ້ວຍນ້ຳໃຈໄມຕີຈິດມິດຕະພາບ ແລະນັບແຕ່ນັ້ນມາກໍ່ໄດ້ເຂົ້າຮ່ວມອາຊຽນ ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ. ປັດຈຸບັນ, ໃນໂລກພວມມີການຫັນປ່ຽນຢ່າງແຂງແຮງ, ຫວຽດນາມ ດ້ວຍຈິນຕະນາການໃໝ່, ທ່າທີ ແລະກຳລັງແຮງຂອງປະເທດເພີ່ມຂຶ້ນພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ພ້ອມກັບຄວາມຄາດຫວັງຢາກບຸກທະລຸຈາກສັງກາດບືນຕົວຂຶ້ນຂອງຊາດ ກໍ່ຄືຄວາມໄວ້ວາງໃຈຂອງປະຊາຄົມສາກົນກ່ຽວກັບກຳລັງຄວາມສາມາດນຳພາໃນຂະບວນການຮ່ວມມື, ຈະສືບຕໍ່ປະກອບສ່ວນໃຫ້ຫຼາຍກວ່າເກົ່າ, ຮ່ວມແຮງຮ່ວມໃຈຂຽນເລື່ອງລາວ ຂອງອາຊຽນໃນສັງກາດແຫ່ງການພັດທະນາໃຫ້ສຳເລັດ.
ໂດຍ: ເຈິ່ນຮວ່ຽນ