ເກືອບ 50 ປີທີ່ຜ່ານພົ້ນໄປ, ນັບແຕ່ຫວຽດນາມ ໄດ້ເຂົ້າເປັນສະມາຊິກ ສປຊ ຢ່າງເປັນທາງການ (ວັນທີ 20 ກັນຍາ 1977), ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະສປຊ ໄດ້ພັດທະນາຢ່າງດີງາມ, ມີປະສິດທິຜົນ ແລະບັນລຸໄດ້ບັນດາຜົນງານຢ່າງຕັ້ງໜ້າ. ສປຊ ໄດ້ຮ່ວມເດີນທາງໄປພ້ອມກັບຫວຽດນາມ ໃນໄລຍະແຫ່ງການສ້າງສາປະເທດຊາດຄືນໃໝ່, ຟື້ນຟູຫຼັງສົງຄາມຕະຫຼອດຮອດການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ. ການພົວພັນນັ້ນໄດ້ປະກອບສ່ວນປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດຂອງປະເທດ-ຂອງຊາດຫວຽດນາມ, ເປັນຕົ້ນແມ່ນການຮັກສາ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ; ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງກວ່າ ແລະປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງ ແລະພາບພົດຂອງຫວຽດນາມ ໃນເວທີສາກົນ; ເປີດຊ່ອງທາງສຳຄັນເພື່ອໃຫ້ຫວຽດນາມ ເຮັດໃຫ້ການພົວພັນກັບບັນດາປະເທດ ແລະຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ຈາກນັ້ນ ຍາດແຍ່ງເອົາແຫຼ່ງກຳລັງທີ່ສຳຄັນເພື່ອຮັບໃຊ້ກິດຈະການພັດທະນາປະເທດຊາດ.
    |
 |
|
ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນຫວຽດນາມ ກໍ່ເຂົ້າຮ່ວມນັບມື້ນັບເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນຖານະເປັນປະເທດສະມາຊິກ, ປະກອບສ່ວນຢ່າງແທດຈິງ, ເລິກເຊິ່ງກວ້າງຂວາງເຂົ້າໃນ 3 ເສົາຄໍ້າຕົ້ນຕໍຂອງ ສປຊ ນັ້ນແມ່ນສັນຕິພາບ-ຄວາມໝັ້ນຄົງ, ການຮ່ວມມືພັດທະນາ ແລະຊຸກຍູ້ການຮັບປະກັນສິດທິມະນຸດ; ພ້ອມທັງປະກອບສ່ວນເຂົ້າຮ່ວມວິວັດການປຶກສາຫາລື, ຮັບຮອງເອົາຫຼາຍມະຕິ, ຖະແຫຼງການສຳຄັນຂອງ ສປຊ. ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຫຼາຍຕຳແໜ່ງ, ຫຼາຍອົງການທີ່ສຳຄັນຂອງ ສປຊ ແລະສ້າງ “ຂີດໝາຍ” ຢູ່ບັນດາອົງການ, ຄື: ກອງປະຊຸມສະມັດຊາໃຫຍ່ ສປຊ, ສະພາຄວາມໝັ້ນຄົງ ສປຊ, ສະພາສິດທິມະນຸດ ສປຊ, ສະພາເສດຖະກິດ-ສັງຄົມ ສປຊ (ECOSOC). ພວກເຮົາ ກໍ່ຕັ້ງໜ້າຊຸກຍູ້ບັນດາຂໍ້ລິເລີ່ມປະຕິຮູບ ສປຊ, ພິເສດແມ່ນໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາປະເທດນຳໜ້າທີ່ຜັນຂະຫຍາຍຂໍ້ລິເລີ່ມ “ເປັນເອກະພາບຕໍ່ການກະທໍາ” ຂອງ ສປຊ ແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ສປຊ ໃນລະດັບຊາດ.
ທ່ານເລຂາທິການໃຫຍ່ ສປຊ Guterres ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີເປີດການເຊັນສົນທິສັນຍາ ສປຊ ວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ ຢູ່ຮ່າໂນ້ຍ ແມ່ນກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສປຊ ຄົບຮອບ 80 ປີ (24-10-1945 / 24-10-2025), ເຊິ່ງສະແດງໃຫ້ເຫັນວ່າ ຜູ້ນໍາໜ້າອົງການຈັດຕັ້ງຫຼາຍຝ່າຍໃຫຍ່ສຸດໃນໂລກໄດ້ຖືເປັນສໍາຄັນຕໍ່ການພົວພັນຮ່ວມມືກັບຫວຽດນາມ ຫຼາຍທີ່ສຸດ ກໍ່ຄືການປະກອບສ່ວນ, ບົດບາດຂອງຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍເວົ້າລວມ ແລະສປຊ ເວົ້າສະເພາະ. ຜ່ານນັ້ນ ກໍ່ຢືນຢັນຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ ຢູ່ ສປຊ ແລະບັນດາລະບອບລະບຽບການຫຼາຍຝ່າຍ.
ເຫດການນີ້ຍັງມີຄວາມໝາຍພິເສດ ແລະເປັນສັນຍາລັກຢ່າງເລິກເຊິ່ງ, ຍ້ອນວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍທີ່ສຸດທີ່ທ່ານເລຂາທິການໃຫຍ່ Guterres ໄປຢ້ຽມຢາມຫຼາຍກວ່າເທື່ອໜຶ່ງໃນຖານະທີ່ເປັນເລຂາທິການໃຫຍ່ ສປຊ, ຍິ່ງໄປກວ່ານັ້ນແມ່ນໃນອາຍຸການໜຶ່ງ. ຄຽງຂ້າງນັ້ນ, ການຢ້ຽມຢາມໄດ້ສ່ອງແສງໃຫ້ເຫັນໄລຍະທາງແຫ່ງການພັດທະນາໄປພ້ອມໆກັນຂອງຫວຽດນາມ ແລະສປຊ, ພ້ອມກັນແບ່ງປັນບັນດາຄຸນຄ່າຫຼັກແຫຼ່ງ ກໍ່ຄື ຫຼັກການ ທີ່ໄດ້, ພວມ ແລະຈະສືບຕໍ່ສ້າງອະນາຄົດໃຫ້ເປັນຮູບເປັນຮ່າງ.
ຕ້ອນຮັບທ່ານເລຂາທິການໃຫຍ່ ສປຊ Guterres ທີ່ກັບມາຢ້ຽມຢາມຫວຽດນາມ, ອີກເທື່ອໜຶ່ງ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈໃນການຜັນຂະຫຍາຍຢ່າງສະເໝີຕົ້ນສະເໝີປາຍຕໍ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ; ຢືນຢັນວ່າ ສປຊ ຮັກສາທີ່ຕັ້ງສຳຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ ແລະຫວຽດນາມ ກໍ່ເຄົາລົບນັບຖືຢ່າງສູງຕໍ່ການໜູນຊ່ວຍອັນລໍ້າຄ່າ, ແທດຈິງຂອງ ສປຊ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຍາດແຍ່ງເອົາການສະໜັບສະໜູນຈາກ ສປຊ ແລະປະຊາຄົມສາກົນຕໍ່ກິດຈະການພັດທະນາເສດຖະກິດ-ສັງຄົມ, ການສັບຊ້ອນ, ປັບປຸງກົງຈັກໃຫ້ກະທັດຮັດ, ມີປະສິດທິພາບ ແລະປະສິດທິຜົນຢູ່ທຸກຂັ້ນ ແລະບາງບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດດ້ານຄວາມໝັ້ນຄົງ, ການພັດທະນາຂອງປະເທດ, ສອດຄ່ອງກັບຫຼັກການ, ການກໍານົດທິດການເຄື່ອນໄຫວຂອງ ສປຊ.
ການຢ້ຽມຢາມຫວຽດນາມ ໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ສປຊ Guterres ແມ່ນການຮັບຮູ້ຄຳໝັ້ນສັນຍາຢ່າງແຂງແຮງ ແລະຄວາມມານະພະຍາຍາມ, ການປະກອບສ່ວນຂອງຫວຽດນາມ ເຂົ້າໃນການເຄື່ອນໄຫວ ແລະການໃຫ້ບຸລິມະສິດໃຫຍ່ຂອງ ສປຊ ກໍ່ຄື ປະຊາຄົມສາກົນ. ຫວຽດນາມ ເຊື່ອໝັ້ນວ່າ, ຜ່ານການຢ້ຽມຢາມ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ຈະໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ສືບຕໍ່ປະກອບສ່ວນຊ່ວຍໃຫ້ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນການປ່ຽນແປງໃໝ່ ແລະພັດທະນາ.
ໂດຍ: ເຈິ່ນຮວ່ຽນ