ປີ 2025 ແມ່ນປີທີ່ສ້າງຂີດໝາຍສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ບຸນກາຣີ (1950-2025). ບຸນກາຣີ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ສະໜັບສະໜູນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນຢ່າງແຂງແຮງ, ກໍ່ຄືໃນການພັດທະນາຂອງປະເທດໃນປະຈຸບັນ. ບຸນກາຣີ ຖື ຫວຽດນາມ ແມ່ນຂົວເຊື່ອມຕໍ່ທີ່ໄວ້ເນື້ອເຊື່ອໃຈເພື່ອຊ່ວຍໃຫ້ແຊກຊຶມເຂົ້າສູ່ຕະຫຼາດອາຊຽນ ແລະພ້ອມແລ້ວທີ່ຈະກາຍເປັນຂົວຕໍ່ເພື່ອຊ່ວຍໃຫ້ ຫວຽດນາມ ໄດ້ເຂົ້າສູ່ຕະຫຼາດສະຫະພາບເອີລົບ (ອີຢູ) ຢ່າງຕັ້ງໜ້າ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ໃນໄລຍະ 3/4 ຂອງສະຕະວັດທີ່ຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະສືບຕໍ່ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ. ໃນດ້ານການເມືອງ-ການທູດ, ບັນດາການນຳຂອງ ບຸນກາຣີ ຕີລາຄາສູງການພົວພັນກັບ ຫວຽດນາມ, ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດອັນດັບໜຶ່ງຂອງ ບຸນກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້. ສອງຝ່າຍໄດ້ຮັກສາການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະຂັ້ນສູງຢ່າງເປັນປະຈຳ ແລະຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຕາມການກໍານົດເວລາ; ຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ສະຫະປະຊາຊາດ, ຂອບເຂດຄູ່ຮ່ວມມືຍຸດທະສາດອາຊຽນ - ອີຢູ, ສະຫະພັນລັດຖະສະພາສາກົນ (IPU)...

ໃນຂົງເຂດເສດຖະກິດ, ການແລກປ່ຽນການຄ້າລະຫວ່າງສອງປະເທດໄດ້ເຕີບໂຕຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້, ດ້ວຍວົງເງິນສອງສົ້ນໃນປີ 2024 ບັນລຸ 263 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 24,4% ເມື່ອທຽບໃສ່ປີ 2023); ໃນ 6 ເດືອນຕົ້ນປີ 2025, ວົງເງິນການຄ້າສອງຝ່າຍບັນລຸເກືອບ 110 ລ້ານໂດລາສະຫະລັດ. ປະຈຸບັນ, ບຸນກາຣີ ມີ 14 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈໍານວນທຶນຈົດທະບຽນ 35 ລ້ານໂດລາສະຫະລັດ, ຢືນອັນດັບທີ 68/143 ປະເທດ ແລະເຂດແຄ້ວນທີ່ລົງທຶນຢູ່ຫວຽດນາມ. ສອງໂຄງການໃຫຍ່ທີ່ສຸດຂອງບຸນກາຣີ ຢູ່ຫວຽດນາມ ແມ່ນໂຄງການໂຮງງານປຸງແຕ່ງກາເຟ ຢູ່ແຂວງ ເລິມດົ່ງ ແລະໂຄງການບໍລິສັດຕ່ຳແຜ່ນແພ ແລະຕັດຫຍິບຢູ່ນະຄອນ ເຫ້ວ.

ການຮ່ວມມືດ້ານການສຶກສາ-ກໍ່ສ້າງ ສືບຕໍ່ແມ່ນຈຸດທີ່ພົ້ນເດັ່ນໃນການພົວພັນສອງຝ່າຍ. ສອງຝ່າຍໄດ້ລົງນາມໃນໂຄງການຮ່ວມມື ໄລຍະ 2025-2028 ແລະພວມຄົ້ນຄວ້າເປີດກວ້າງການຮ່ວມມືດ້ານການບຳລຸງສ້າງໃນບັນດາຂົງເຂດທີ່ມີທ່າແຮງຂອງບຸນກາຣີ ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ຄວາມໝັ້ນຄົງທາງໄຊເບີ, ລັດຖະບານເອເລັກໂຕນິກ, ການບໍລິຫານລັດ... ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍໄດ້ສົມທົບກັນໃນການກໍ່ສ້າງນັກຮຽນທະຫານ, ພະນັກງານປ້ອງກັນຄວາມສະຫງົບ ແລະແລກປ່ຽນຂໍ້ມູນຂ່າວສານກ່ຽວກັບພົນລະເມືອງລະເມີດກົດໝາຍ, ເຄື່ອນຍ້າຍຜິດກົດໝາຍ, ເຂົ້າເມືອງຜິດກົດໝາຍ. ສອງຝ່າຍໄດ້ຜັນຂະຫຍາຍ, ຈັດຕັ້ງປະຕິບັດບາງໜ້າທີ່ໃນການຮ່ວມມືຄົ້ນຄວ້າວິທະຍາສາດ; ໄດ້ສ້າງຕັ້ງຄະນະກຳມະການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີ, ໂດຍສຸມໃສ່ຂົງເຂດ ຄື: ເຕັກໂນໂລຊີຊີວະວິທະຍາ, ກະສິກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະການສື່ສານ, ການຫັນເປັນດີຈີຕອນ, ປັນຍາປະດິດ, ພະລັງງານສີຂຽວ.

ສອງຝ່າຍຍັງໄດ້ລົງນາມໂຄງການຮ່ວມມືດ້ານວັດທະນະທຳ, ແຜນການຮ່ວມມືດ້ານການທ່ອງທ່ຽວໄລຍະ 2024-2026, ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານແຮງງານ, ວຽກເຮັດງານທໍາ ແລະການຮັບປະກັນຊີວິດສັງຄົມ. ການຮ່ວມມືຢູ່ທ້ອງຖິ່ນກໍ່ໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ... ທັງໝົດເຫຼົ່ານີ້ ໄດ້ສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງ ຫວຽດນາມ - ບຸນກາຣີ ພວມກ້າວເຂົ້າສູ່ໄລຍະພັດທະນາຢ່າງຂະຫຍັນຂັນເຄື່ອນ, ຮອບດ້ານກວ່າເກົ່າ, ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະນໍ້າໃຈສະໜິດຕິດພັນທີ່ແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ.

ການຢ້ຽມຢາມບຸນກາຣີ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ສືບຕໍ່ຢືນຢັນແນວທາງການພົວພັນຕ່າງປະເທດທີ່ຊື່ສັດຕໍ່ເພື່ອນມິດທີ່ເປັນມູນເຊື້ອທີ່ໄດ້ຕັ້ງໜ້າຊ່ວຍເຫຼືອຫວຽດນາມ ໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ; ສະແດງໃຫ້ເຫັນການຖືເປັນສໍາຄັນຂອງການພົວພັນຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບ ບຸນກາຣີ ໃນນະໂຍບາຍການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ຜ່ານສິ່ງດັ່ງກ່າວນັ້ນ ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຂອງຫວຽດນາມ ແລະບຸນກາຣີ ເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ພວກເຮົາ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍໃນໄລຍະຕໍ່ໄປທີ່ເໝາະສົມກັບສະພາບການໃໝ່, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ຈາງຫງວຽນ