ຫວຽດນາມ ແລະສປປ.ເກົາຫຼີ ສ້າງຕັ້ງການພົວພັນທາງການທູດໃນວັນທີ 31 ມັງກອນ 1950. ໃນເດືອນ ມັງກອນ 1955, ຫວຽດນາມ ໄດ້ຕົກລົງເປີດສະຖານທູດຫວຽດນາມ ປະຈໍາຢູ່ພຽງຢາງ ແລະຮອດເດືອນເມສາ 1955, ສປປ.ເກົາຫຼີ ໄດ້ເປີດສະຖານທູດ ສປປ.ເກົາຫຼີ ປະຈຳຢູ່ ຮ່າໂນ້ຍ. ກວ່າ 75 ປີຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ-ສປປ.ເກົາຫຼີ ໂດຍ ປະທານໂຮ່ຈີມິນ ແລະປະທານ Kim Il Sung ເປັນຜູ້ກໍ່ຕັ້ງ, ການນໍາຮຸ່ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ, ເຄົາລົບນັບຖື, ຮັກສາ, ປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.
    |
 |
ທຸງຊາດ ຫວຽດນາມ ແລະສປປ.ເກົາຫຼີ. ພາບປະກອບຄັດຈາກ: phapluatxahoi.kinhtedothi.vn |
ການປະກອບສ່ວນເຂົ້າໃນການຮັກສາສາຍພົວພັນອັນດີງາມນັ້ນ ສາມາດເວົ້າເຖິງການຢ້ຽມຢາມຂອງການນຳຂັ້ນສູງຂອງສອງພັກ, ສອງລັດ ນັບແຕ່ວັນ ຫວຽດນາມ ແລະສປປ.ເກົາຫຼີ ສ້າງຕັ້ງການພົວພັນທາງການທູດ, ພົ້ນເດັ່ນແມ່ນ: ປະທານໂຮ່ຈີມິນ ຢ້ຽມຢາມສັນຖະວະໄມຕີ ສປປ.ເກົາຫຼີ ຢ່າງເປັນທາງການ (1957); ທ່ານ Kim Il Sung ນາຍົກລັດຖະມົນຕີ ໄດ້ມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ (1958); ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ສປປ.ເກົາຫຼີ (1961); ທ່ານປະທານ Kim Il Sung ໄດ້ມາຢ້ຽມຢາມຫວຽດນາມ ຢ່າງບໍ່ເປັນທາງການ (1964); ທ່ານ ເຈິ່ນດຶ໊ກເລືອງ ປະທານປະເທດ ໄດ້ໄປຢ້ຽມຢາມ ສປປ.ເກົາຫຼີ (2002); ທ່ານ ນົງດື໊ກແມັ້ງ ເລຂາທິການໃຫຍ່ ໄດ້ໄປຢ້ຽມຢາມສັນຖະວະໄມຕີ ສປປ.ເກົາຫຼີ ຢ່າງເປັນທາງການ (2007); ທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ.ເກົາຫຼີ ໄດ້ມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ (2019)...
ນັບແຕ່ທົດສະວັດ 1980 ມາຮອດປະຈຸບັນ, ສອງຝ່າຍໄດ້ຮັກສາກົນໄກຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກນິກ ຫວຽດນາມ-ສປປ.ເກົາຫຼີ, ພ້ອມທັງມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ຜ່ານສັນຍາ, ຂໍ້ຕົກລົງ, ເອກະສານຮ່ວມມືສຳຄັນສະບັບຕ່າງໆ ເຊິ່ງ ສອງປະເທດໄດ້ລົງນາມ, ຄື: ສັນຍາການຮ່ວມມືດ້ານວັດທະນະທຳ (1957), ສັນຍາການຮ່ວມມືດ້ານວິທະຍາສາດເຕັກນິກ (1958), ສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ (1961), ສັນຍາການຄ້າ ແລະການເດີນທະເລ (1962), ສັນຍາການຮ່ວມມືຂົນສົ່ງການບິນພົນລະເຮືອນ (1997), ສັນຍາການຮ່ວມມືດ້ານການຂົນສົ່ງທາງທະເລ (2002), ສັນຍາການຄ້າ (2002), ສັນຍາຊ່ວຍເຫຼືອດ້ານຍຸຕິທຳ (2002), ສັນຍາສົ່ງເສີມ ແລະປົກປ້ອງການລົງທຶນ (2002)...
ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຍັງໄດ້ສະແດງໃຫ້ເຫັນຜ່ານການເຄື່ອນໄຫວຮ່ວມມືໃນຂົງເຂດອື່ນໆ, ໃນນັ້ນມີ ແຕ່ປີ 1960-1970, ສປປ.ເກົາຫຼີ ໄດ້ຊ່ວຍເຫຼືອຫວຽດນາມ ກໍ່ສ້າງນັກສຶກສາຫຼາຍຮ້ອຍຄົນ. ປະຈຸບັນຄະນະກຳມະການການສຶກສາ ສປປ.ເກົາຫຼີ ແລະກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ພວມຊຸກຍູ້ການລົງນາມຂໍ້ຕົກລົງຮ່ວມມືໃນຂົງເຂດການສຶກສາ. ນອກຈາກນັ້ນ, ຫວຽດນາມ ໄດ້ຈັດສົ່ງຄະນະສິລະປະໄປຢ້ຽມຢາມສັນຖະວະໄມຕີ ແລະສະແດງຢູ່ ສປປ.ເກົາຫຼີ.
ສາມາດຢັ້ງຢືນໄດ້ວ່າ ການຢ້ຽມຢາມທາງລັດຖະກິດຢູ່ ສປປ.ເກົາຫຼີ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີຂອງທ່ານເລຂາທິການໃຫຍ່ ໂຕເລິມ ບໍ່ພຽງແຕ່ເປັນຂີດໝາຍສຳຄັນໃນປະຫວັດສາດການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງແມ່ນຈຸດພົ້ນເດັ່ນໃນສະພາບການທີ່ຫວຽດນາມ ແລະສປປ.ເກົາຫຼີ ຈັດຕັ້ງປີມິດຕະພາບ 2025 ແລະສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 75 ປີ ອີກດ້ວຍ.
ການຢ້ຽມຢາມແນໃສ່ເພື່ອຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ການປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ປັບປຸງ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດ ແລະປະຊາຊົນ ສປປ.ເກົາຫຼີ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ ກໍ່ຄືບັນດາຄຳໝັ້ນສັນຍາສາກົນຂອງແຕ່ລະປະເທດ, ປະກອບສ່ວນແທດຈິງໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ປະຊາຊົນສອງປະເທດເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະປະສົບຜົນສຳເລັດຢ່າງຈົບງາມ, ກາຍເປັນຂີດໝາຍປະຫວັດສາດໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະສປປ.ເກົາຫຼີ; ພ້ອມທັງແມ່ນໂອກາດເພື່ອໃຫ້ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ, ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບມາດຕະການຕ່າງໆເພື່ອແນໃສ່ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ.
ໂດຍ: ເຈິ່ນຮວ່ຽນ