ເບິ່ງຄືນໄລຍະ 2020-2025, ຜົນງານຂອງຂະບວນການແຂ່ງຂັນເດັດຂາດມີໄຊແມ່ນມີຄວາມໝາຍອັນໃຫຍ່ຫຼວງ ແລະເລິກເຊິ່ງ. ຂະບວນການໄດ້ຊຶມເລິກເຂົ້າໃນແຕ່ລະອົງການ, ກົມກອງ, ພະນັກງານ, ນັກຮົບແຕ່ລະຄົນ; ມີໜ້າຢູ່ສະໜາມຝຶກຊ້ອມ, ຢູ່ຊາຍແດນ, ໝູ່ເກາະ, ທະເລ, ໃນບ່ອນທີ່ເກີດນໍ້າຖ້ວມ, ໂລກລະບາດ...
    |
 |
ລາຍການສະແດງສິລະປະເພື່ອຕ້ອນຮັບກອງປະຊຸມໃຫຍ່ໄດ້ສ້າງຂຶ້ນຢ່າງມີເອກະລັກ. ພາບ: qdnd.vn |
ບໍ່ວ່າຢູ່ບ່ອນໃດກໍ່ແຜ່ປະກາຍແບບຢ່າງຂອງການອຸທິດຕົນ, ຄວາມກ້າຫານ, ມີຫົວຄິດປະດິດສ້າງ; ພ້ອມທັງສະແດງໃຫ້ເຫັນບັນຍາກາດ ແລະຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດສຳເລັດໜ້າທີ່. ຂະບວນການນັ້ນໄດ້ປະກອບສ່ວນຍົກສູງຄຸນນະພາບການຝຶກແອບ, ກຽມພ້ອມສູ້ຮົບ, ປັບປຸງກຳລັງແຮງສັງລວມຂອງທົ່ວກອງທັບ, ພ້ອມທັງຢັ້ງຢືນຄຸນນະທາດ, ເຈດຈໍານົງ, ຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນໄລຍະໃໝ່.
ກອງປະຊຸມໃຫຍ່ຄັ້ງນີ້ບໍ່ພຽງແຕ່ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານເທົ່ານັ້ນ, ເຊິ່ງມີຄວາມສຳຄັນກວ່າອີກແມ່ນການປຸກລຸກ ແລະສ້າງຄວາມຄາດຫວັງໃໝ່, ຄື: ຄວາມຄາດຫວັງອຸທິດຕົນ, ຄວາມຄາດຫວັງໄຊຊະນະ. ທະວີຄູນແບບຢ່າງຂອງການແຂ່ງຂັນແມ່ນວິທີເຮັດໃຫ້ດອກໄມ້ທີ່ສວຍງາມແຜ່ຂະຫຍາຍເພື່ອໃຫ້ມີສວນດອກໄມ້ທີ່ສົດໃສ, ເພື່ອໃຫ້ພະນັກງານ, ນັກຮົບ ແຕ່ລະຄົນເຕັມໄປດ້ວຍອຸດົມການ, ເປົ້າໝາຍ, ກໍາລັງໜູນທີ່ຈະກ້າວໄປຂ້າງໜ້າ. ແບບຢ່າງທີ່ສົດໃສຈະຈູດປະກາຍແປວໄຟໃຫ້ໝູ່ຄະນະທັງໝົດ; ໝູ່ຄະນະທີ່ແບບຢ່າງຈະສ້າງບັນຍາກາດ ແລະຈິດໃຈໃນການແຂ່ງຂັນ, ຮຽກຮ້ອງໃຫ້ທົ່ວກອງທັບບືນຕົວຂຶ້ນຢ່າງແຂງແຮງ.
ໃນໄລຍະຈະມາເຖິງຈະວາງຄວາມຮຽກຮ້ອງຕ້ອງການໃຫ້ສູງກວ່າ, ຄວາມຮັບຜິດຊອບຫຼາຍຂຶ້ນໃນວຽກງານແຂ່ງຂັນ. ແຕ່ລະຄະນະພັກ, ຄະນະບັນຊາ, ແຕ່ລະສະພາ (ໜ່ວຍ) ແຂ່ງຂັນ-ຍ້ອງຍໍຊົມເຊີຍໃນທົ່ວກອງທັບຄວນກໍາແໜ້ນທັດສະນະ ຄື: ການແຂ່ງຂັນແມ່ນຮັກຊາດ, ຮັກຊາດແມ່ນຕ້ອງແຂ່ງຂັນ. ຕ້ອງນໍາພາ, ຊີ້ນໍາຢ່າງແໜ້ນແຟ້ນ, ກຳນົດຈຸດສຸມໃຫ້ຖືກຕ້ອງ, ເຫັນໄດ້ຂອດອ່ອນ, ດ້ານອ່ອນເພື່ອສຸມໃສ່ບຸກທະລຸ; ພ້ອມທັງ, ຄົ້ນພົບ, ທະວີຄູນຮູບແບບໃໝ່, ວິທີເຮັດທີ່ດີ, ແບບຢ່າງວຽກດີຄົນເດັ່ນ. ສຳຄັນກວ່ານັ້ນ, ແມ່ນພະນັກງານ, ນັກຮົບແຕ່ລະຄົນຕ້ອງຖືການແຂ່ງຂັນບໍ່ພຽງແຕ່ແມ່ນໜ້າທີ່ເທົ່ານັ້ນ ຫາກຍັງແມ່ນຄວາມເປັນກຽດ, ແມ່ນຄວາມຄາດຫວັງ, ແມ່ນຄວາມເອກອ້າງທະນົງໃຈເມື່ອປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.
ທະວີຄູນແບບຢ່າງການແຂ່ງຂັນບໍ່ແມ່ນພຽງແຕ່ຄໍາຂວັນເທົ່ານັ້ນ ຫາກຍັງແມ່ນຄໍາສັ່ງຈາກພຶດຕິກຳຕົວຈິງ, ແມ່ນຄວາມຄາດຫວັງຂອງທົ່ວກອງທັບ. ເມື່ອແປວໄຟແຫ່ງການແຂ່ງຂັນລຸກຂຶ້ນ, ຈະປຸກລຸກບັນຍາກາດ ແລະຈິດໃຈໃໝ່, ກຳລັງແຮງໃໝ່, ຄວາມຕັດສິນໃຈໃໝ່, ຊຸກຍູ້ພະນັກງານ, ນັກຮົບແຕ່ລະຄົນເອົາຊະນະຕົນເອງ; ຫັນການເຮັດວຽກທຸກມື້, ການຝຶກແອບແຕ່ລະຄັ້ງ, ໃນທຸກໆໜ້າທີ່ໄດ້ຮັບມອບໝາຍ, ທຸກການກະທຳເພື່ອປະຊາຊົນເປັນການແຂ່ງຂັນເດັດຂາດມີໄຊ. ຈາກນັ້ນ, ປະກອບສ່ວນກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ເຮັດໃຫ້ພາບພົດຂອງທະຫານລຸງໂຮ່ ປະກາຍແສງຕື່ມອີກ.
ໂດຍ: ເຈິ່ນຮວ່ຽນ