ນີ້ແມ່ນການເຄື່ອນໄຫວຕ່າງປະເທດຫຼາຍຝ່າຍຄັ້ງທຳອິດຂອງທ່ານ ເລືອງເກື່ອງ ຢູ່ເວທີປາໄສໂລກທີ່ໃຫຍ່ທີ່ສຸດ, ມີຄວາມສຳຄັນແຖວໜ້າ. ການໄປປະຕິບັດງານໄດ້ດຳເນີນໃນຈຸດເວລາທີ່ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ພວມມີຂີດໝາຍສຳຄັນ.

ປີ 2025 ເປັນປີທີ່ມີຄວາມໝາຍພິເສດໃນການສ້າງຂີດໝາຍສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ. ສະນັ້ນ, ກອງປະຊຸມປີນີ້ເປັນໂອກາດອັນສຳຄັນ ເພື່ອໃຫ້ປະຊາຄົມສາກົນ ຫວນຄືນບັນດາຜົນງານ ແລະບົດຮຽນ ນັບແຕ່ ສປຊ ໄດ້ຮັບການສ້າງຕັ້ງ, ໃນສະພາບການລັດທິຫຼາຍຝ່າຍ ແລະເປັນຕົ້ນແມ່ນ ສປຊ ພວມປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງ ທັງພາຍໃນ ແລະພາຍນອກ. ເຖິງຢ່າງໃດກໍຕາມ, ໃນການພົວພັນສາກົນ ແລະລະບົບການບໍລິຫານທົ່ວໂລກໃນຍຸກປະຈຸບັນ, ສປຊ ສືບຕໍ່ສວມບົດບາດທີ່ບໍ່ສາມາດປ່ຽນແທນໄດ້ກັບລັກສະນະທົ່ວໄປ ແລະເປັນອົງການເພື່ອເຕົ້າໂຮມເຈດຈໍານົງລວມຂອງປະຊາຄົມສາກົນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງ ແລະປົກປັກຮັກສາບັນດາຄຸນຄ່າລວມຂອງມວນມະນຸດ. ວາລະປະຊຸມລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໃນປີນີ້ ດ້ວຍຫົວຂໍ້ວ່າ "ເສັ້ນທາງ 80 ປີທີ່ພ້ອມກັນ ແລະກ້າວໄປກວ່າເພື່ອສັນຕິພາບ, ການພັດທະນາ ແລະມະນຸດ" ຄາດວ່າຈະມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງຫຼາຍປະເທດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ. ພາບ: qdnd.vn

ພາຍຫຼັງເກືອບ 5 ທົດສະວັດ ນັບແຕ່ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ (ປີ 1977), ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສປຊ ໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງໃນຕະຫຼອດເສັ້ນທາງແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ ແລະພັດທະນາປະເທດຊາດ. ການເຂົ້າຮ່ວມຂອງຫວຽດນາມ ຢູ່ສະຫະປະຊາຊາດ ແລະການຮ່ວມມື, ໜູນຊ່ວຍຂອງບັນດາອົງການສະຫະປະຊາຊາດຢູ່ຫວຽດນາມ ໄດ້ສ້າງໄມ້ງັດ ແລະສະໜອງແຫຼ່ງກຳລັງທີ່ສຳຄັນໃຫ້ຫວຽດນາມ ໃນການປະຕິບັດຂະບວນການປ່ຽນແປງໃໝ່, ເປີດປະຕູສູ່ການເຊື່ອມໂຍງເຂົ້າກັບສາກົນ. ຫວຽດນາມ ໄດ້ ແລະກໍາລັງມີການປະກອບສ່ວນນັບມື້ນັບແທດຈິງທາງດ້ານແນວຄວາມຄິດ, ມະນຸດ, ແຫຼ່ງກຳລັງຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ, ໄດ້ຮັບຄວາມໄວ້ວາງໃຈ ແລະຕັ້ງຄວາມຫວັງຫຼາຍຢ່າງຈາກບັນດາການນຳ ສປຊ ແລະປະຊາຄົມສາກົນ. ປະຈຸບັນ, ຫວຽດນາມ ຍັງດຳລົງຫຼາຍຕຳແໜ່ງສາກົນທີ່ສຳຄັນ ແລະສືບຕໍ່ອອກສະໝັກເລືອກຕັ້ງຢ່າງຕັ້ງໜ້າໃນຫຼາຍຕຳແໜ່ງຢູ່ຫຼາຍກົນໄກ, ອົງການຈັດຕັ້ງຫຼາຍຝ່າຍທີ່ສຳຄັນ.

ໃນຂະນະນັ້ນ, ໃນຊຸມປີມໍ່ໆມານີ້, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ຮັກສາທ່າພົວພັນທີ່ຕັ້ງໜ້າ ແລະບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຮັບຮູ້, ເພີ່ມຄຸນນະພາບຍຸດທະສາດໃນການຮ່ວມມືລະຫວ່າງສອງຝ່າຍໃນທຸກຂົງເຂດ, ເປັນຕົ້ນແມ່ນການຮ່ວມມືເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ຜ່ານການແລກປ່ຽນ, ການນຳຂອງສອງປະເທດກໍ່ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະພົບປະໃນທຸກຊ່ອງທາງ, ທຸກຂັ້ນ, ພິເສດແມ່ນຂັ້ນສູງ. ການໄປປະຕິບັດງານຄັ້ງນີ້ຂອງທ່ານ ເລືອງເກື່ອງ ຍິ່ງມີຄວາມໝາຍກ່ວາອີກເມື່ອເປັນການສ້າງຂີດໝາຍສະເຫຼີມສະຫຼອງ 2 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ແລະດຳເນີນໄປກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງສາຍພົວພັນເປັນປົກກະຕິ. ຜ່ານນັ້ນສະແດງໃຫ້ເຫັນວິໄສທັດອັນຍາວນານຂອງການນຳຂັ້ນສູງ ແລະແຜນນະໂຍບາຍຂອງພັກ, ລັດ ໃນການພົວພັນກັບອາເມລິກາ.

ເລື່ອງທ່ານ ເລືອງເກື່ອງ ໄປເຂົ້າຮ່ວມວາລະປະຊຸມລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ສະແດງໃຫ້ເຫັນເຖິງການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະປະກອບສ່ວນຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນການເຄື່ອນໄຫວຂອງ ສປຊ; ເພື່ອແນໃສ່ປະກອບສ່ວນຢືນຢັນ, ຍົກສູງທີ່ຕັ້ງສາກົນຂອງຫວຽດນາມ, ໄດ້ສະແດງອອກໃຫ້ເຫັນສານກ່ຽວກັບທັດສະນະຂອງຫວຽດນາມ ໃນການເຄົາລົບກົດໝາຍສາກົນ, ກົດບັດ ສປຊ ແລະແກ້ໄຂການແກ່ງແຍ້ງຍາດຊິງ, ປະທະກັນດ້ວຍສັນຕິວິທີ.

ຜ່ານການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ ກໍ່ຄືການພົບປະຂອງທ່ານປະທານປະເທດຫວຽດນາມ ກັບອໍານາດການປົກຄອງ, ເພື່ອນມິດ, ວິສາຫະກິດ, ນັກຊ່ຽວຊານ, ນັກຮຽນຮູ້ອາເມລິກາ ແລະປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈໍາຖິ່ນ ກໍ່ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດກ່ວາອີກ, ຍາດແຍ່ງເອົາການສະໜັບສະໜູນຈາກທຸກວົງການ, ສະແດງໃຫ້ເຫັນນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດ ແລະດຶງດູດແຫຼ່ງກຳລັງກ່ວາອີກເພື່ອຮັບໃຊ້ກິດຈະການພັດທະນາປະເທດຊາດ.

ພວກເຮົາ ເຊື່ອໝັ້ນ ແລະຕັ້ງຄວາມຫວັງໄວ້ວ່າ ການໄປປະຕິບັດງານຄັ້ງນີ້ຂອງທ່ານ ເລືອງເກື່ອງ ຈະຍາດໄດ້ຜົນສຳເລັດຫຼາຍຢ່າງ, ພິເສດແມ່ນໃນການຍູ້ແຮງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ, ຄູ່ຮ່ວມມືສາກົນ, ເພື່ອນມິດສາກົນ ໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ; ພ້ອມທັງ ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນກວ່າເກົ່າ, ຫັນຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດເປັນລະອຽດ, ຊຸກຍູ້ການຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ...

ໂດຍ: ຈາງຫງວຽນ