ປະຫວັດສາດໄດ້ປະບົດຮຽນອັນມີຄ່າໄວ້ໃຫ້. ເມື່ອເສຍປະເທດ, ເສຍເອກະລາດ, ເສລີພາບນັ້ນ, ຊາວຫວຽດນາມສູນເສຍສິດຕ່າງໆທັງໝົດ, ໃນນັ້ນສູນເສຍທັງສິດທີ່ມີຄວາມສຳຄັນທີ່ສຸດນັ້ນແມ່ນສິດໄດ້ມີຊີວິດ. ເບິ່ງອອກໄປທົ່ວໂລກແລ້ວ, ມາຮອດປະຈຸບັນ, ບັນດາຊົນຊາດທີ່ສູນເສຍປະເທດ, ສູນເສຍເອກະລາດ, ເສລີພາບນັ້ນ, ສິດໄດ້ມີຊີວິດຂອງປະຊາຊົນ ກໍ່ຖືກນາບຂູ່.
ວັນທີ 2 ກັນຍາ 1945 ໄດ້ບັນທຶກໄວ້ໃນປະຫວັດສາດຂອງຊາດ, ເມື່ອປະທານໂຮ່ຈີມິນ ໄດ້ປະກາດກ່ຽວກັບເອກະລາດ, ເສລີພາບຂອງປະເທດຫວຽດນາມ, ຂອງຊາດຫວຽດນາມ ຕໍ່ກັບປະຊາຊົນໃນທົ່ວປະເທດທັງຊາດ ແລະໃນໂລກ. ແນວຄວາມຄິດຂອງໂຮ່ຈີມິນ ແມ່ນຄວາມຈິງ ທີ່ວ່າ: “ບໍ່ມີຫຍັງປະເສີດເລີດລໍ້າກວ່າເອກະລາດ ແລະເສລີພາບ”. ຖານະບົດບາດຂອງເອກະລາດ, ເສລີພາບໄດ້ເປີດກາລະໂອກາດ, ສິດ ແລະຜົນປະໂຫຍດໃຫ້ປະເທດ, ປະຊາຊົນຫວຽດນາມ.
    |
 |
ຝູງບິນເຮລີກອບແຕ ຖືທຸງພັກ, ທຸງຊາດ ບິນຜ່ານສະໜາມຫຼວງບາດິ່ງ ໃນການຝຶກຊ້ອມຄັ້ງໃຫຍ່ພິທີສວນສະໜາມ, ເດີນຂະບວນສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີທີ່ດໍາເນີນຢູ່ສະໜາມຫຼວງບາດິ່ງ, ນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn |
ພາລະກິດອັນໃຫຍ່ຫຼວງ, ກໍາລັງແຮງບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ ທີ່ມີຄືທຸກມື້ນີ້ແມ່ນຍ້ອນຫວຽດນາມ ເປັນປະເທດທີ່ມີເອກະລາດ, ເສລີພາບ. ເພື່ອໃຫ້ມີເອກະລາດ, ເສລີພາບນັ້ນ, ພາຍໃຕ້ການນຳພາຂອງພັກ, ປະຊາຊົນຫວຽດນາມ ໄດ້ລຸກຂຶ້ນເຮັດການປະຕິວັດເດືອນສິງຫາ. ເພື່ອຮັກສາເອກະລາດ, ເສລີພາບ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໄດ້, ຊາດຫວຽດນາມ ຕ້ອງ “ນໍາເອົາຈິດໃຈ ແລະກຳລັງຊີວິດ ແລະຊັບສິນທັງໝົດ” ປະຕິບັດການຕໍ່ສູ້ກູ້ຊາດ, ແລ້ວກໍ່ຕໍ່ສູ້ປົກປັກຮັກສາເຂດຊາຍແດນ, ທະເລ, ໝູ່ເກາະ.
ຄືແນວນັ້ນເພື່ອຢັ້ງຢືນວ່າ ເອກະລາດ, ເສລີພາບ, ເອກະພາບ, ສັນຕິພາບ ແລະການພັດທະນາໃນມື້ນີ້ແມ່ນລ້ຳຄ່າທີ່ສຸດ, ຕ້ອງໄດ້ແລກມາດ້ວຍເລືອດເນື້ອ, ເຫື່ອແຮງຂອງຄົນລຸ້ນຕ່າງໆ, ສະນັ້ນຈຶ່ງຕ້ອງເຄົາລົບ ແລະປົກປັກຮັກສາໄວ້ຈົນສຸດກຳລັງ. ແຕ່ ລຸງໂຮ່ ເຄີຍເວົ້າວ່າ: “ປະເທດມີເອກະລາດແຕ່ປະຊາຊົນບໍ່ມີຄວາມຜາສຸກ, ບໍ່ມີເສລີພາບນັ້ນ, ເອກະລາດກໍ່ບໍ່ມີຄວາມໝາຍຫຍັງ”. ປະຊາຊົນຫວຽດນາມ ມີຈິດໜຶ່ງໃຈດຽວກັນເດີນຕາມພັກເພື່ອຕໍ່ສູ້, ຕໍ່ຕ້ານ, ບໍ່ເສຍດາຍຊັບສິນເງິນຄຳ, ເລືອດເນື້ອ, ເຫື່ອແຮງແມ່່່່ນເພື່ອຫຍັງ? ແມ່ນເພື່ອຢາກໄດ້ເສລີພາບ ແລະຄວາມຜາສຸກ. ພວກເຮົາຂັບໄລ່ພວກລ່າເມືອງຂຶ້ນ, ຈັກກະພັດ, ໂຄ່ນລົ້ມສັກດີນາ, ສ້າງຕັ້ງປະເທດໃໝ່ຂຶ້ນນັ້ນແມ່ນ "ປະເທດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ". ສະນັ້ນ ພະນັກງານໃໝ່ຕ້ອງເປັນ “ຜູ້ຮັບໃຊ້ຂອງປະຊາຊົນ”, ເພື່ອຮັບໃຊ້ປະຊາຊົນ.
ພັກກອມມູນິດຫວຽດນາມ, ນັບແຕ່ຕອນມີສະມາຊິກພັກ ແຕ່ 5.000 ຄົນ, ໄດ້ນຳພາປະຊາຊົນລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດ ແລະເສລີພາບ. ປະຈຸບັນນີ້, ພັກໄດ້ມີຖັນແຖວທີ່ເຂັ້ມແຂງແຮງກ້າ, ຕ້ອງນຳພາປະຊາຊົນບັນລຸໄດ້ຜົນງານນຳປະເທດໄປສູ່ການພັດທະນາ, ມີລາຍຮັບສູງ ໃນປີ 2045. ຢາກເຮັດໄດ້ຄືແນວນັ້ນ, ຍາມໃດພັກ ກໍ່ຕ້ອງຮັກສາ ແລະເສີມຂະຫຍາຍຄວາມເຊື່ອໝັ້ນຂອງປະຊາຊົນໃຫ້ໄດ້. ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງເປັນແບບຢ່າງອັນໃສແຈ້ງ.
ກອງທັບຫວຽດນາມ ວິລະຊົນ, ຍາມໃດກໍ່ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ”, ຍາມໃດກໍ່ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງພັກ, ຂອງປະເທດຊາດ, ຂອງປະຊາຊົນ, ບໍ່ພຽງແຕ່ໃນການກຽມພ້ອມສູ້ຮົບເພື່ອປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນເທົ່ານັ້ນ ຫາກຍັງເປັນການສ້າງສາປະເທດຊາດ ອີກດ້ວຍ.
80 ປີທີ່ມີປະເທດ, ປະຊາຊົນຫວຽດນາມ ແຕ່ລະຄົນຕ້ອງເບິ່ງຄືນໃຫ້ຈະແຈ້ງ, ມີຄວາມຮັບຮູ້ຢ່າງຖືກຕ້ອງ, ເພື່ອມານະພະຍາຍາມຮ່ວມແຮງຮ່ວມໃຈປົກປັກຮັກສາເອກະລາດ, ເສລີພາບ, ສັນຕິພາບ, ນຳພາປະເທດຊາດໃຫ້ມີການພັດທະນາ, ເພື່ອຄວາມຜາສຸກຂອງປະຊາຊົນ.
ໂດຍ: ເຈິ່ນຮວ່ຽນ