ທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ໃນສະພາບການພົວພັນ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ພິເສດແມ່ນພາຍຫຼັງທີ່ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (ເດືອນທັນວາ 2022). ໃນນັ້ນ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງນັບມື້ນັບໄດ້ຮັບການປັບປຸງ, ສະແດງໃຫ້ເຫັນຜ່ານເລື່ອງສອງຝ່າຍຊຸກຍູ້ການຢ້ຽມຢາມ, ພົບປະແລກປ່ຽນລະຫວ່າງການນຳຂັ້ນສູງຂອງສອງປະເທດຢ່າງແຂງແຮງ; ພ້ອມທັງຮັກສາ, ເພີ່ມທະວີ ແລະຮັດແໜ້ນການຮ່ວມມືໃນທຸກຊ່ອງທາງຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະບັນດາອົງການຈັດຕັ້ງສັງຄົມ.
ເມື່ອເບິ່ງບັນດາໝາກຜົນຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ, ພວກເຮົາ ຮູ້ສຶກປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນ. ປັດຈຸບັນ ສ.ເກົາຫຼີ ແມ່ນນັກລົງທຶນໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ 94 ຕື້ USD, ມີ 10.203 ໂຄງການ, ກວມເອົາ 23,5% ຈໍານວນໂຄງການ ແລະ 18,1% ຈໍານວນເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າຫວຽດນາມ (ໄລ່ຮອດເດືອນພຶດສະພາ 2025); ຢືນອັນດັບທີສອງ ໃນການຮ່ວມມືພັດທະນາ ດ້ວຍຄຳໝັ້ນສັນຍາໜູນຊ່ວຍ 4 ຕື້ USD ຮອດປີ 2030; ຢືນອັນດັບທີ 3 ກ່ຽວກັບວົງເງິນການຄ້າສອງຝ່າຍ ດ້ວຍ 81,5 ຕື້ USD ໃນປີ 2024, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ປີ 2023. ຫວຽດນາມ ກໍມີ 112 ໂຄງການລົງທຶນຢູ່ ສ.ເກົາຫຼີ ດ້ວຍຍອດຈຳນວນເງິນລົງທຶນບັນລຸ 37,4 ລ້ານ USD. ພິເສດ, ສອງປະເທດພວມຜັນຂະຫຍາຍບັນດາລາຍການໃນ “ແຜນການກະທໍາເພື່ອປະຕິບັດເປົ້າໝາຍວົງເງິນການຄ້າສອງຝ່າຍ ໃຫ້ບັນລຸ 150 ຕື້ USD ຕາມທິດດຸ່ນດ່ຽງກວ່າໃນປີ 2030”. ຄຽງຂ້າງນັ້ນ, ການນຳ ສ.ເກົາຫຼີ ສືບຕໍ່ຖືຫວຽດນາມ ເປັນຄູ່ຮ່ວມມືພັດທະນາຍຸດທະສາດສໍາຄັນແຖວໜ້າໃນການຮ່ວມມືພັດທະນາ.
ໃນຊຸມປີຜ່ານມາ, ສອງປະເທດຍັງໄດ້ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ການຫັນເປັນດີຈີຕອນ, ສິ່ງແວດລ້ອມ; ແຮງງານ, ການພັດທະນາຊັບພະຍາກອນມະນຸດ; ການສຶກສາ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ສາທາລະນະສຸກ, ຍຸຕິທຳ, ການຮ່ວມມືທ້ອງຖິ່ນ ແລະພົບປະແລກປ່ຽນປະຊາຊົນ; ການຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ.
ບົນພື້ນຖານທີ່ໄດ້ຮັບການເສີມສ້າງຈາກການພົວພັນຮ່ວມມືມິດຕະພາບ ແລະບັນດາຜົນງານທີ່ໜ້າຊົມເຊີຍນັ້ນ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຂອງພັກກອມມູນິດຫວຽດນາມ; ເນັ້ນໜັກການຖືເປັນສໍາຄັນ, ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຫວຽດນາມ ແມ່ນຍາມໃດກໍປາດຖະໜາຢາກນຳການພົວພັນຮ່ວມມືກັບສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນ, ຮອບດ້ານ ແລະຍາວນານໃນທຸກຂົງເຂດ, ນັບທັງສອງຝ່າຍ ແລະຫຼາຍຝ່າຍ, ສົມກັບຂອບຂະໜາດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຜ່ານການຢ້ຽມຢາມຍັງໄດ້ປະກອບສ່ວນໂຄສະນາເຜີຍແຜ່ພາບພົດຂອງຫວຽດນາມແມ່ນສືບຕໍ່ປ່ຽນແປງໃໝ່, ກ້າວເຂົ້າສູ່ສັງກາດແຫ່ງການບືນຕົວຂຶ້ນ ແລະປາດຖະໜາຢາກມີການຮ່ວມເດີນທາງ, ໜູນຊ່ວຍຮອບດ້ານ, ເລິກເຊິ່ງກວ້າງຂວາງ, ທັນການ ແລະມີປະສິດທິຜົນຈາກເພື່ອນມິດສາກົນ, ໃນນັ້ນມີ ສ.ເກົາຫຼີ.
ການທີ່ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນແຂກຕ່າງປະເທດຄົນທຳອິດທີ່ໄປຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ພາຍໃຕ້ອໍານາດການປົກຄອງຂອງທ່ານ Lee Jae Myung ປະທານາທິບໍດີ ກໍ່ສະແດງໃຫ້ເຫັນວ່າ ສ.ເກົາຫຼີ ຖືເປັນສຳຄັນ ແລະຕັດສິນໃຈພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ຄືດັ່ງຄໍາຢັ້ງຢືນຂອງທ່ານ Lee Jae Myung ປະທານາທິບໍດີ.
ການພົວພັນທີ່ພວມພັດທະນາດີງາມລະຫວ່າງຫວຽດນາມ ແລະສ.ເກົາຫຼີ ຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ ເພື່ອໃຫ້ສອງຝ່າຍສາມາດຂຸດຄົ້ນຕື່ມອີກ. ສະນັ້ນ, ພວກເຮົາ ຈຶ່ງຕັ້ງຄວາມຫວັງໄວ້ວ່າ ການນຳຂັ້ນສູງຂອງສອງປະເທດ ຈະແລກປ່ຽນ ແລະຍົກອອກບັນດາມາດຕະການເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຄື: ເສດຖະກິດ, ການຄ້າ, ການລົງທຶນ, ຫັນລະບົບຕ່ອງໂສ້ການສະໜອງໃຫ້ມີຫຼາຍຮູບຫຼາຍແບບ, ການພົບປະແລກປ່ຽນປະຊາຊົນ, ການໜູນຊ່ວຍຊຸມຊົນ, ພົບປະແລກປ່ຽນວັດທະນະທຳ, ສິລະປະ, ການທ່ອງທ່ຽວ; ຊຸກຍູ້ການພັດທະນາບັນດາເສົາຄ້ຳໃໝ່ໃນຂົງເຂດການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະພັດທະນາຊັບພະຍາກອນມະນຸດ; ເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາຫຼາຍຝ່າຍຢູ່ເວທີປາໄສພາກພື້ນ ແລະ ສາກົນ.
ຫາງສຽງ ແລະປະຊາຊົນສອງປະເທດ ໄດ້ຕິດຕາມການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ດ້ວຍຄວາມປະເອີບໃຈ ແລະເຊື່ອໝັ້ນວ່າ ການຢ້ຽມຢາມຈະເພີ່ມກຳລັງໜູນຕື່ມອີກ ເພື່ອໃຫ້ການພົວພັນ ຫວຽດນາມ - ສ.ເກົາຫຼີ ກ້າວເຂົ້າສູ່ໄລຍະໃໝ່ທີ່ນັບມື້ນັບແຕກດອກອອກຜົນ, ເພື່ອການພັດທະນາຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ ແລະປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ກໍຄື ໃນໂລກ.
ໂດຍ: ໄຊຊະນະ