ການປະຕິວັດເດືອນສິງຫາ ແມ່ນບົດເພງໄຊອະມະຕະຂອງເຈດຈຳນົງທີ່ອົງອາດກ້າແກ່ນ, ຂອງຄວາມຄາດຫວັງຢາກມີເອກະລາດ ແລະອິດສະຫຼະພາບຢ່າງແຂງແຮງຢູ່ໃນໃຈຂອງຊາວຫວຽດນາມ ທຸກຄົນ. ໄຊຊະນະດັ່ງກ່າວແມ່ນການລວມເອົາສິ່ງຍອດຍິ່ງຂອງຂະບວນການກະກຽມຢ່າງອົດທົນ, ພາກພຽນ, ນັບແຕ່ຂະບວນການໂຊວຽດເງະຕີ໊ງ ທີ່ພິລະອາດຫານ, ຂະບວນການຕໍ່ຕ້ານຍີ່ປຸ່ນ ກູ້ຊາດທີ່ຟົດເດືອດ, ຈົນເຖິງການກໍ່ສ້າງກຳລັງປະກອບອາວຸດ, ປັບປຸງຖານທີ່ໝັ້ນການປະຕິວັດ. ທຸກສິ່ງທຸກຢ່າງປະສານເຂົ້າກັນຢ່າງກົມກຽວໜຽວແໜ້ນ, ເຕົ້າໂຮມ, ເພື່ອກາຍເປັນພາຍຸແຫ່ງການປະຕິວັດ ເມື່ອໂອກາດສຸກງອມ  “ພັນປີມີເທື່ອໜຶ່ງ”. ແລະເມື່ອສຽງຮຽກຮ້ອງຂອງປະເທດດັງຂຶ້ນ, ທົ່ວປວງຊົນທັງຊາດໄດ້ເປັນຈິດໜຶ່ງໃຈດຽວກັນ, ຕັດສິນໃຈ: “ຈົ່ງໃຊ້ກຳລັງແຮງຂອງຕົນ ເພື່ອປົດປ່ອຍຕົວເອງ!”.

leftcenterrightdel
ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງ, ຮ່າໂນ້ຍ, ປະທານ ໂຮ່ຈີມິນ ອ່ານ “ຖະແຫຼງການເອກະລາດ”, ສະຖາປະນາ ປະເທດ ປະຊາທິປະໄຕ ສາທາລະນະລັດ ຫວຽດນາມ. ພາບເອກະສານ

ໄຊຊະນະຂອງການປະຕິວັດເດືອນສິງຫາໄດ້ເປີດບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງປະເທດຊາດ. ຈາກຊາຕາຊີວິດທີ່ເປັນຂ້ອຍຂ້າ, ທຸກຍາກປາກໝອງ, ປະຊາຊົນຫວຽດນາມ ໄດ້ລຸກຂຶ້ນມາເປັນເຈົ້າຊາຕະກໍາຂອງຕົນ, ເປັນເຈົ້າຂອງປະເທດຊາດ. ໄຊຊະນະດັ່ງກ່າວຍັງຢືນຢັນເຖິງສັດຈະທຳອັນຮຸ່ງເຮືອງເຫຼືອງເຫຼື້ອມ: ປະເທດຊາດໜຶ່ງເຖິງວ່ານ້ອຍກໍ່ຕາມ, ແຕ່ຖ້າມີແນວທາງທີ່ຖືກຕ້ອງ, ມີຜູ້ນໍາທີ່ປີຊາສາມາດ, ມີຄວາມສາມັກຄີເປັນປຶກແຜ່ນ, ສັດຊື່ບໍລິສຸດນັ້ນ, ຈະຍາດໄດ້ໄຊຊະນະຈາກສັດຕູຜູ້ຮຸກຮານທັງໝົດ, ບັນຍາກາດທີ່ສະຫງ່າຜ່າເຜີຍເດືອນສິງຫາໄດ້ຂ້າມຊາຍແດນ, ແຜ່ລາມໄປທົ່ວ 5 ທະວີບໃນໂລກ, ກາຍເປັນແຫຼ່ງລະດົມກຳລັງໃຈຢ່າງແຂງແຮງໃຫ້ບັນດາປະເທດທີ່ຖືກກົດຂີ່ລຸກຂຶ້ນເພື່ອຍາດເອົາເອກະລາດ, ອິດສະຫຼະພາບ.

ຈາກແປວໄຟເດືອນສິງຫາ, ຊາດຫວຽດນາມ ໄດ້ສືບຕໍ່ສ້າງໜ້າປະຫວັດສາດທີ່ສະຫງ່າລາສີ: ດ້ຽນບຽນຝູ “ສະໜັ່ນຫວັ່ນໄຫວໄປທົ່ວໂລກ”; ໄຊຊະນະໃນລະດູບານໃໝ່ປີ 1975, ທ້ອນໂຮມປະເທດຊາດເປັນເອກະພາບ. ໃນພາລະກິດປ່ຽນແປງໃໝ່ໃນປະຈຸບັນ, ຈິດໃຈຂອງການປະຕິວັດເດືອນສິງຫາຍັງປະກາຍແສງຮຸ່ງເຮືອງເຫຼືອງເຫຼື້ອມ, ຕໍ່ກຳລັງແຮງເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງ,  ມີຄວາມໝາຍປະຫວັດສາດ.

ໃນຂະບວນການນັ້ນ, ກອງທັບປະຊາຊົນຫວຽດນາມ ໂດຍ ພັກ ແລະປະທານ ໂຮ່ຈີມິນ ສ້າງຕັ້ງ, ຝຶກຝົນຫຼໍ່ຫຼອມ ຍາມໃດກໍ່ເປັນກຳລັງປະຈັນບານ ແລະຈົ່ງຮັກພັກດີ. ຈາກກອງທະຫານໂຄສະນາປົດປ່ອຍຫວຽດນາມ ໃນເບື້ອງຕົ້ນ, ກອງທັບຫວຽດນາມ ໄດ້ພ້ອມກັນກ້າວຂຶ້ນກັບປະເທດຊາດ, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະຂອງການປະຕິວັດເດືອນສິງຫາ. ມູນເຊຶ້ອ ແລະຈິດໃຈເດືອນສິງຫາ ຍາມໃດກໍ່ໄດ້ຝັງເລິກໃນດວງໃຈຂອງພະນັກງານ, ນັກຮົບທົ່ວກອງທັບ ລຸ້ນຕ່າງໆ ເພື່ອພ້ອມກັນຍົກສູງຄວາມຕັດສິນໃຈກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ ແລະທັນສະໄໝ.

ສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ, ຊາວຫວຽດນາມ ທຸກຄົນ ຍິ່ງເຂົ້າໃຈຄຸນຄ່າອັນລ້ຳຄ່າຂອງເອກະລາດ ແລະອິດສະຫຼະພາບ; ຍິ່ງຮັບຮູ້ຢ່າງຈະແຈ້ງຕື່ມອີກກ່ຽວກັບຄວາມຮັບຜິດຊອບໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍບັນດາຜົນງານຂອງການປະຕິວັດທີ່ບັນພະບຸລຸດໄດ້ປະໄວ້ໃຫ້. ຍິ່ງກວ່າເວລາໃດໝົດ, ຂໍໃຫ້ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງຄວາມຄາດຫວັງ, ຕັດສິນໃຈສ້າງສາປະເທດຫວຽດນາມ ໃຫ້ພັດທະນາຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ.

ໂດຍ: ທະນາພອນ