ກອງປະຊຸມສຸດຍອດ BRICS ເປີດກວ້າງປີນີ້ ໄດ້ດຳເນີນໄປໃນສະພາບການຂອງໂລກມີການຜັນແປຢ່າງວ່ອງໄວ, ສັບສົນ, ມີລັກສະນະບາດລ້ຽວ. ສັນຕິພາບ, ການຮ່ວມມື ແລະການພັດທະນາຍັງຄົງແມ່ນທ່າອ່ຽງໃຫຍ່, ແຕ່ກໍ່ພວມປະສົບກັບອຸປະສັກ, ຄວາມຫຍຸ້ງຍາກຫຼາຍຢ່າງ. ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ການປະທະກັນຍັງສືບຕໍ່ດໍາເນີນໃນຫຼາຍຮູບການ, ສັບສົນ ແລະຮຸນແຮງກວ່າ. ເສດຖະກິດໂລກຟື້ນຟູຊັກຊ້າ, ຊ້ອນແຝງຄວາມສ່ຽງຫຼາຍ. ສິ່ງທ້າທາຍຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການທະຫານໄດ້ສະລັບກັນໄປຢ່າງສັບສົນ, ສົ່ງຜົນກະທົບຫຼາຍດ້ານຕໍ່ຄວາມໝັ້ນຄົງ ແລະການພັດທະນາຂອງບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດທີ່ກຳລັງພັດທະນາ. ໃນສະພາບການນັ້ນ, ກອງປະຊຸມສຸດຍອດ BRICS ຄັ້ງທີ 17 ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືທາງທິດໃຕ້ ເພື່ອການປົກຄອງແບບກວມລວມ ແລະຍືນຍົງ” ຈະເປັນກາລະໂອກາດເພື່ອໃຫ້ຝ່າຍຕ່າງໆຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງປັນຍາປະດິດ ກໍ່ຄືການຮ່ວມມືດ້ານຄວາມໝັ້ນຄົງ, ສາທາລະນະສຸກ...
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍພັນລະຍາ ໄປຮອດປະເທດບຣາຊິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ G20, ເດືອນພະຈິກ ປີ 2024. ພາບ: VGP |
ໃນຊຸມປີມໍ່ໆມານີ້, ຕາມຄຳເຊີນຂອງປະເທດປະທານ BRICS, ຫວຽດນາມ ໄດ້ສົ່ງຜູ້ແທນເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດ BRICS ເປີດກວ້າງ. ພິເສດ, ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທີ່ກອງປະຊຸມສຸດຍອດ BRICS ເປີດກວ້າງ ປີ 2024 ໄດ້ສະແດງໃຫ້ເຫັນຈິດໃຈທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ຄວາມມານະພະຍາຍາມລວມໃນທົ່ວໂລກ, ເຊິ່ງໄດ້ຮັບການຊົມເຊີຍຈາກບັນດາປະເທດ BRICS ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.
ປີນີ້, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງເປັນຄັ້ງທຳອິດໃນຖານະເປັນປະເທດຄູ່ຮ່ວມມືຂອງ BRICS. ນີ້ແມ່ນການຢັ້ງຢືນທີ່ຕັ້ງ, ບົດບາດສຳຄັນຂອງຫວຽດນາມ, ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຢືນຢັນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ.
ໃນຂອບເຂດການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຈະດຳເນີນການເຄື່ອນໄຫວສອງຝ່າຍຢູ່ ບຣາຊິນ - ປະເທດຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ພາກພື້ນອາເມລິກາລາຕິນ. ໃນໄລຍະຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ-ບຣາຊິນ ມີຫຼາຍບາດກ້າວພັດທະນາທີ່ຕັ້ງໜ້າ. ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳ. ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດມີທ່າອ່ຽງເພີ່ມຂຶ້ນ, ດ້ວຍວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 7,98 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,2% ເມື່ອທຽບໃສ່ປີ 2023. ສອງຝ່າຍໄດ້ສະໜັບສະໜູນເຊິ່ງກັນ ແລະກັນເປັນປະຈຳຢູ່ອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ.
ດ້ວຍບົດບາດ, ທີ່ຕັ້ງສຳຄັນຢູ່ພາກພື້ນອາຊຽນ ແລະອາເມລິກາໃຕ້, ຫວຽດນາມ ແລະບຣາຊິນ ພວມຢືນຢູ່ຕໍ່ໜ້າໂອກາດອັນໃຫຍ່ຫຼວງ ເພື່ອກ້າວໄປເຖິງກອບການພົວພັນທີ່ສູງກວ່າໃນອະນາຄົດ, ເພື່ອການພັດທະນາທີ່ຈະເລີນຮຸ່ງເຮືອງ ແລະເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອພາລະກິດສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ສອງພາກພື້ນ ແລະໃນໂລກ.
ຜ່ານການແລກປ່ຽນ, ການພົບປະຂັ້ນສູງໃນຂອບເຂດການປະຕິບັດງານ, ສອງຝ່າຍຈະແບ່ງປັນການກຳນົດທິດໃຫຍ່ເພື່ອຊຸກຍູ້ການຮ່ວມມື, ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນເລິກເຊິ່ງຂຶ້ນກວ່າອີກ, ຍົກສູງທີ່ຕັ້ງ, ບົດບາດ ແລະປະກອບສ່ວນຄວາມຮັບຜິດຊອບຂອງຫວຽດນາມ ໃນກົນໄກຫຼາຍຝ່າຍ; ພ້ອມດຽວກັນນັ້ນກໍ່ເປັນການສົ່ງສານກ່ຽວກັບຫວຽດນາມ ກຳລັງກ້າວເຂົ້າສູ່ສັງກາດໃໝ່ຢ່າງແຂງແຮງ, ສັງກາດບືນຕົວຂຶ້ນຂອງຊາດ, ປະເທດຫວຽດນາມ ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່ປະດິດສ້າງ ແລະເປັນສະຖານທີ່ລົງທຶນແຖວໜ້າຂອງນັກລົງທຶນສາກົນທັງຫຼາຍ.
ໂດຍ: ຈາງຫງວຽນ