ບົດນຳ
ຂີດໝາຍປະຫວັດສາດ
ກປ.ອອນໄລ - ມື້ນີ້, ວັນທີ 1 ກໍລະກົດ ໄດ້ບັນທຶກໄວ້ໃນປະຫວັດສາດປະເທດຫວຽດນາມ ວ່າ ເປັນຂີດໝາຍໃໝ່ໃນ ວິວັດທະນາການພັດທະນາຂອງປະເທດ ເມື່ອຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນໄດ້ເຄື່ອນໄຫວເປັນເອກະພາບໃນທົ່ວປະເທດ. ນີ້ແມ່ນສະແດງອອກໃຫ້ເຫັນຢ່າງມີຊີວິດຊີວາໃຫ້ແກ່ຄວາມຄາດຫວັງຢາກພັດທະນາບຸກທະລຸຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໃນໄລຍະໃໝ່.
ນະວັດຕະກຳພວມກາຍເປັນທ່າອ່ຽງໃນທົ່ວໂລກ. ເລື່ອງສືບຕໍ່ຮັກສາວິທີການຄຸ້ມຄອງແບບເກົ່າ, ກົງຈັກການຄຸ້ມຄອງບໍ່ຮັດກຸມ, ບໍ່ມີພິກໄຫວ ຈະກີດກັ້ນການພັດທະນາຂອງປະເທດ. ພັກ, ລັດຫວຽດນາມ ກ້າເລືອກປ່ຽນແປງໃໝ່, ກ້າປະເຊີນໜ້າກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ຄືດັ່ງວິທີທີ່ພວກເຮົາໄດ້ປະຕິບັດກິດຈະການປ່ຽນແປງໃໝ່ມາແຕ່ປີ 1986 ຢ່າງກ້າຫານ.
ຄວາມກ້າຫານດັ່ງກ່າວໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ. ສິ່ງດັ່ງກ່າວນັ້ນ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງຜ່ານອັດຕາສ່ວນສະໜັບສະໜູນຂຶ້ນເຖິງກວ່າ 99% ສຳລັບການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ປີ 2013 - ດ້ວຍເນື້ອໃນຕົ້ນຕໍ ແລະສຳຄັນທີ່ສຸດນັ້ນແມ່ນຂໍ້ກຳນົດກ່ຽວກັບຮູບແບບອຳນາດການປົກຄອງສອງຂັ້ນ. ໝາກຜົນດັ່ງກ່າວນັ້ນໄດ້ພິສູດໃຫ້ເຫັນວ່າ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ເຊື່ອໝັ້ນຢ່າງແນ່ວແນ່ຕໍ່ແນວທາງຂອງພັກ, ເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງປະເທດ ພາຍໃຕ້ການນຳພາຂອງພັກ ເມື່ອດຳເນີນກິດຈະການ “ຈັດປະເທດຄືນໃໝ່”. ດ້ວຍການຈັດຫຼາຍລະບຽບການບໍລິຫານໄປສູ່ຂັ້ນໃກ້ກັບປະຊາຊົນຫຼາຍທີ່ສຸດ-ຂັ້ນຕາແສງ, ປະຊາຊົນແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ຈະແມ່ນຜູ້ໄດ້ຊົມໃຊ້ໂດຍກົງ ແລະຮູ້ສຶກໄດ້ຢ່າງຊັດເຈນທີ່ສຸດ.
    |
 |
ພາບປະກອບຄັດຈາກ: chinhphu.vn |
ແນ່ນອນ, ບໍ່ວ່າການປ່ຽນແປງໃດໃນເບື້ອງຕົ້ນກໍ່ລ້ວນແຕ່ມີຄວາມສັບສົນ. ພະນັກງານ, ລັດຖະກອນ ພາກສ່ວນໜຶ່ງຕ້ອງໄດ້ປັບຕົວໃຫ້ເຂົ້າກັບຕຳແໜ່ງໃໝ່, ເງື່ອນໄຂໃໝ່. ແຕ່ວ່າ ຈະມິີການເປີດກວ້າງຫຼາຍຢ່າງ: ປະເທດ ມີໂອກາດພັດທະນາໄວກວ່າ, ສັງຄົມທັນສະໄໝກວ່າ, ປະຊາຊົນ, ວິສາຫະກິດໄດ້ຮັບໃຊ້ດີກວ່າ. ມີແຕ່ຕ້ອງການໃຫ້ລະຄົນມານະພະຍາຍາມຕື່ມອີກເລັກນ້ອຍ, ແບ່ງປັນເລັກນ້ອຍ ແລະມີຈິດໃຈຮັບຜິດຊອບ, ແລ້ວທຸກຄວາມຫຍຸ້ງຍາກກໍ່ຈະຜ່ານພົ້ນໄປ.
ດ້ວຍບັນຍາກາດໃໝ່, ຄວາມຄາດຫວັງໃໝ່ ແລະຄວາມໄວ້ເນື້ອເຊື່ອໃຈໄດ້ຮັບການເພີ່ມພູນຄູນສ້າງຢ່າງໜັກແໜ້ນໃນຕະຫຼອດປະຫວັດສາດຂອງການປະຕິວັດ, ປະເທດ ຫວຽດນາມ-ພາຍໃຕ້ການນຳພາຂອງພັກ-ແນ່ນອນວ່າ ຈະບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າໃນໄລຍະຈະມາເຖິງ.
ໂດຍ: ແສງເດືອນ