ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານ Miguel Diaz-Canel Bermudez ໃນຖານະທີ່ເປັນເລຂາຜູ້ທີໜຶ່ງ, ປະທານປະເທດແຫ່ງ ສ. ກູບາ. ການຢ້ຽມຢາມແມ່ນມີຄວາມໝາຍປະຫວັດສາດ, ດຳເນີນໄປໃນສະພາບທີ່ສອງປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ເປັນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາການກໍານົດທິດໃຫຍ່ພ້ອມດ້ວຍມາດຕະການທີ່ລະອຽດເພື່ອແນໃສ່ນຳການພົວພັນ ຫວຽດນາມ - ກູບາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນກວ່າ.
ໃນປະຫວັດສາດຂອງໂລກໃນຍຸກປະຈຸບັນ, ຍາກທີ່ຈະມີສາຍພົວພັນໃດພິເສດຄືກັບການພົວພັນຫວຽດນາມ - ກູບາ. ການສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສອງຊາດໄດ້ກາຍເປັນແບບຢ່າງກ່ຽວກັບນໍ້າໃຈມິດຕະພາບແບບພິເສດ, ສັດຊື່ບໍລິສຸດ, ຈິງໃຈ ແລະຍືນຍົງ, ຜ່ານຜ່າທຸກເຂດແດນທາງພູມສັນຖານ ກໍ່ຄືບັນດາສິ່ງທ້າທາຍໃນຍຸກສະໄໝ.
    |
 |
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ເຖິງວ່າຢູ່ຫ່າງໄກກັນເຄິ່ງຊີກໂລກກໍ່ຕາມ, ແຕ່ ຫວຽດນາມ ແລະ ກູບາ ຍາມໃດກໍ່ສາມັກຄີກັນສະໜິດແໜ້ນ, ຄຽງບ່າຄຽງໄຫຼ່ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາບັນດາຜົນງານແຫ່ງການປະຕິວັດ ແລະພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ. ໃນໄລຍະຕໍ່ສູ້ຕ້ານອາເມລິກາ ເພື່ອກອບກູ້ປະເທດ, ກູບາ ໄດ້ນຳໜ້າໃນຂະບວນການປະຊາຊົນໃນໂລກສາມັກຄີສະໜັບສະໜູນພາລະກິດຕໍ່ສູ້ຂອງຫວຽດນາມ, ໄດ້ສະໜັບສະໜູນຫວຽດນາມ, ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະມີປະສິດທິຜົນ. ພາຍຫຼັງປີ 1975, ກູບາ ສືບຕໍ່ຮັກສາການຮ່ວມມືຊ່ວຍເຫຼືອ, ຢຶດໝັ້ນຕໍ່ຫຼັກໝັ້ນຫຼັກການປະຕິວັດ, ສະໜັບສະໜູນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ.
ເພື່ອຕອບແທນຄືນ, ຫວຽດນາມ ຍາມໃດກໍ່ສະຫງວນໃຫ້ກູບາ ນໍ້າໃຈສາມັກຄີ, ການຮ່ວມມືຖານອ້າຍນ້ອງ, ຜູກພັນກັນຢ່າງຈິງໃຈ, ຖືຄວາມສາມັກຄີ, ການຊ່ວຍເຫຼືອກູບາ ແມ່ນພັນທະທີ່ເກີດຈາກຈິດໃຈ, ເປັນໜ້າທີ່ທີ່ອອກມາຈາກໃຈ ແລະນ້ຳໃຈສາກົນອັນບໍລິສຸດຜຸດຜ່ອງຂອງປະເທດຊາດ. ຫວຽດນາມ ແບ່ງປັນປະສົບການຫຼາຍຢ່າງກັບກູບາ, ເຊັ່ນ: ທິດສະດີປັດຊະຍາ “ສົງຄາມປະຊາຊົນປົກປັກຮັກສາປະເທດຊາດຕ້ານການຮຸກຮານ”, ຊ່ວຍເຫຼືອກູບາ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ຮ່ວມມືຊ່ວຍກູບາ ຜະລິດປູກເຂົ້າ ແລະພັດທະນາສະບຽງອາຫານ, ບົດຮຽນໃນການກໍ່ສ້າງ, ພັດທະນາເສດຖະກິດ - ສັງຄົມ, ການເຊື່ອມໂຍງເຂົ້າກັບໂລກ. ການນຳຂອງສອງປະເທດໄດ້ເນັ້ນໜັກຫຼາຍເທື່ອວ່າ ການພົວພັນລະຫວ່າງສອງປະເທດແມ່ນ "ແບບຢ່າງລະຫວ່າງສອງປະເທດສັງຄົມນິຍົມ", "ການພົວພັນຂອງພັກແມ່ນຮາກຖານ", "ສັນຍາລັກຂອງຍຸກສະໄໝ".
ໃນຊຸມປີມໍ່ໆມານີ້, ການພົວພັນສາມັກຄີທີ່ເປັນມູນເຊື້ອ, ການສະໜັບສະໜູນ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່, ປັບປຸງ, ຊຸກຍູ້ ແລະພັດທະນາໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ສອງຝ່າຍຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ໃນນັ້ນມີການຢ້ຽມຢາມທາງລັດຖະກິດຢູ່ກູບາ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ ກັນຍາ 2024, ໄດ້ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງສອງປະເທດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງແຂງແຮງ, ເພີ່ມທະວີການຮ່ວມມືຢ່າງແທດຈິງ ແລະສ້າງກຳລັງໜູນໃໝ່ໃຫ້ແກ່ໂຄງການຮ່ວມມືລະຫວ່າງສອງປະເທດ.
ການຮ່ວມມືດ້ານເສດຖະກິດ - ການຄ້າ ໄດ້ມີຄວາມກ້າວໜ້າອັນສຳຄັນ. ປີ 2024, ວົງເງິນການຄ້າສອງຝ່າຍບັນລຸເກືອບ 200 ລ້ານໂດລາສະຫະລັດ. ຫວຽດນາມ ແມ່ນນັກລົງທຶນໃຫຍ່ທີ່ສຸດຂອງກູບາ ແລະແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງກູບາ ຢູ່ອາຊີ. ພິເສດ, ສັນຍາການຄ້າ ຫວຽດນາມ - ກູບາ (ໄດ້ລົງນາມໃນປີ 2018, ມີຜົນສັກສິດໃນປີ 2020) ແມ່ນພື້ນຖານນິຕິກຳທີ່ສຳຄັນເພື່ອໃຫ້ບັນດາວິສາຫະກິດສອງຝ່າຍຊຸກຍູ້ການຮ່ວມມື, ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 500 ລ້ານໂດລາສະຫະລັດ ໃນໄລຍະຈະມາເຖິງ.
ດ້ານສາທາລະນະສຸກ, ສອງຝ່າຍໄດ້ມີການຮ່ວມມືຢ່າງມີປະສິດທິຜົນ, ນັບແຕ່ການສົ່ງນັກຊ່ຽວຊານດ້ານສາທາລະນະສຸກ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຊີ ຕະຫຼອດຮອດການສົມທົບກັນຄົ້ນຄວ້າ ແລະປ້ອງກັນ, ຕ້ານພະຍາດ. ໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນ ດ້ວຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການຮ່ວມມືດ້ານການບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ວຽກງານພັກ, ວຽກງານການເມືອງ...
ນອກຈາກນັ້ນ, ຫວຽດນາມ ແລະ ກູບາ ຍັງໄດ້ຜັນຂະຫຍາຍບັນດາກົນໄກທາບທາມຄວາມເຫັນ ແລະຮ່ວມມືຢ່າງເປັນປະຈໍາ ແລະມີປະສິດທິຜົນ ຄື: ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ, ຄະນະກຳມະການລະຫວ່າງລັດຖະບານ, ເວທີປາໄສລັດຖະສະພາ ຫວຽດນາມ - ກູບາ, ທາບທາມຄວາມເຫັນດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ... ຫວຽດນາມ ສືບຕໍ່ຕັ້ງໜ້າໜູນຊ່ວຍ ກູບາ ກ່ຽວກັບຄວາມໝັ້ນຄົງທາງດ້ານສະບຽງອາຫານໂດຍຜ່ານການສະໜອງສິນເຊື່ອບຸລິມະສິດໃຫ້ແກ່ ກູບາ ຊື້ເຂົ້າສານຂອງຫວຽດນາມ, ຜັນຂະຫຍາຍບັນດາໂຄງການຮ່ວມມືບຳລຸງສ້າງການຜະລິດເຂົ້າ, ແນວພັນ, ສິນໃນນ້ຳ... ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ ສປຊ.
ໃນປີມິດຕະພາບ ຫວຽດນາມ - ກູບາ 2025, ສອງປະເທດໄດ້ເອົາໃຈໃສ່ເປັນພິເສດຕໍ່ການພົວພັນສອງຝ່າຍ, ຜັນຂະຫຍາຍຢ່າງມີຈຸດສຸມ, ຈຸດໃຈກາງຕາມແຜນນະໂຍບາຍຮ່ວມເດີນທາງ, ພ້ອມກັນຮ່ວມມື, ພ້ອມກັນພັດທະນາ ແລະບັນລຸໄດ້ໝາກຜົນຢ່າງແທດຈິງ, ເປັນຕົ້ນແມ່ນການຜັນຂະຫຍາຍບັນດາຮູບແບບການຮ່ວມມືໃໝ່ໃນບັນດາຂົງເຂດຍຸດທະສາດ, ຄື: ກະສິກຳ, ພະລັງງານ, ການຢາ ແລະເຕັກໂນໂລຊີຊີວະພາບ.
ດ້ວຍນ້ຳໃຈບໍລິສຸດ, ຈິງໃຈ, ຊື່ສັດ, ຄວາມໄວ້ເນື້ອເຊື່ອໃຈເປັນພິເສດ ແລະຈິດໃຈສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນ, ສາມາດຢືນຢັນຢ່າງແຂງແຮງວ່າ ການພົວພັນແບບພິເສດຫວຽດນາມ - ກູບາ ພວມໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ປັບປຸງ ແລະພັດທະນາຮອບດ້ານ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານ Miguel Diaz-Canel Bermudez, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ສ. ກູບາ ພ້ອມດ້ວຍພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ກູບາ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.
ໂດຍ: ຈາງຫງວຽນ