ກອງປະຊຸມສຸດຍອດ SCO 2025 (SCO Summit) ທີ່ຈັດຂຶ້ນຢູ່ນະຄອນ Tianjin, ປະເທດຈີນ ແມ່ນກິດຈະກຳສຳຄັນທີ່ສຸດໃນຫຼາຍກວ່າ 10 ກິດຈະກຳທີ່ຈີນ ໄດ້ ແລະຈະຈັດຕັ້ງໃນບົດບາດເປັນປະທານໝູນວຽນ ໄລຍະ 2024-2025. ຄາດວ່າຈະມີການນຳ 20 ກວ່າປະເທດ ແລະການນຳຂອງອົງການຈັດຕັ້ງສາກົນຈຳນວນໜຶ່ງເຂົ້າຮ່ວມ. ກອງປະຊຸມ SCO ເປີດກວ້າງ ມີຫົວຂໍ້ວ່າ “ປະຕິບັດລັດທິຫຼາຍຝ່າຍ, ຮັກສາຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການພັດທະນາແບບຍືນຍົງ”. ຈີນ ຖື SCO ເປັນເສົາຄ້ຳໃນນະໂຍບາຍດ້ານການທູດບ້ານໃກ້ເຮືອນຄຽງ. ໃນຊຸມປີມໍ່ໆມານີ້, ໂດຍຄຽງຄູ່ກັບຈຸດສຸມການຮ່ວມມືກ່ຽວກັບຄວາມໝັ້ນຄົງ, ຕ້ານການກໍ່ການຮ້າຍ, SCO ໄດ້ເພີມທະວີການເປີດກວ້າງການຮ່ວມມືນັບແຕ່ການປ້ອງກັນຄວາມສະຫງົບໄປສູ່ຂົງເຂດເສດຖະກິດ, ການເຊື່ອມຕໍ່, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ...
ກອງປະຊຸມໄດ້ດຳເນີນໄປໃນສະພາບການໂລກ ແລະພາກພື້ນຜັນແປຢ່າງສັບສົນ. ອາຊີ-ປາຊີຟິກ ແລະມະຫາສະໝຸດອິນເດຍ ຍັງຄົງເປັນກຳລັງໜູນຂອງການເຕີບໂຕທົ່ວໂລກ, ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຍັງເປັນຈຸດໃຈກາງຂອງການແກ້ງແຍ້ງ: ຍາດຊິງຂອງປະເທດໃຫຍ່, ໃນຂະນະທີ່ຫຼາຍຈຸດເຄັ່ງຮ້ອນ ກຳລັງສະແດງອອກໃຫ້ເຫັນສັນຍານຫັນໄປສູ່ພາກພື້ນອາຊີ...
ໃນສະພາບການນັ້ນ, ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ແລະມີບົດກ່າວຄຳເຫັນທີ່ກອງປະຊຸມ SCO ເປີດກວ້າງ ພ້ອມກັບບັນດາການເຄື່ອນໄຫວພົບປະສອງຝ່າຍກັບການນຳຂອງບັນດາປະເທດ, ອົງການຈັດຕັ້ງສາກົນ, ບັນດາກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ ຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ປະກອບສ່ວນ ແລະສະເໜີຂໍ້ລິເລີ່ມ, ປະກອບສ່ວນຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ກໍ່ຄືເປົ້າໝາຍລວມຂອງກອງປະຊຸມ. ຜ່ານນັ້ນ ເປັນການຢືນຢັນບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງສາກົນໃຫ້ນັບມື້ນັບເພີ່ມຂຶ້ນ ແລະການປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ.
    |
 |
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ກອງປະຊຸມ SCO ກໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ແນະນຳບັນດາໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຢັ້ງຢືນຄວາມຕັດສິນໃຈ ແລະຄວາມມານະພະຍາຍາມໃນການປະຕິບັດບັນດາເປົ້າໝາຍການເຕີບໂຕ, ບັນດາການກໍານົດທິດຍຸດທະສາດຂອງປະເທດຊາດໃນຍຸກໃໝ່; ພ້ອມກັນນັ້ນ, ກໍ່ຍາດແຍ່ງເອົາແຫຼ່ງກຳລັງເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍການພັດທະນາຂອງປະເທດ, ເປັນຕົ້ນແມ່ນ ປີ 2025, ແມ່ນປີແຫ່ງການເພີ່ມຄວາມໄວກ່ຽວກັບການຍູ້ແຮງການສຳເລັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກໄດ້ວາງອອກ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການແລກປ່ຽນບົດຮຽນ, ປະສົບການ, ຊອກຫາກາລະໂອກາດຮ່ວມມືດ້ານພື້ນຖານໂຄງລ່າງ, logistics, ພະລັງງານ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນຢູ່ພາກພື້ນ ອາຊີ - ເອີລົບ ຢ່າງກວ້າງຂວາງ.
ໃນຂອບເຂດການປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຈະມີການເຄື່ອນໄຫວສອງຝ່າຍກັບຈີນ, ໃນນັ້ນມີການພົບປະກັບການນຳຂັ້ນສູງ, ຜ່ານນັ້ນຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດສູງສຸດໃຫ້ແກ່ການພົວພັນຫວຽດນາມ - ຈີນ; ພ້ອມທັງຫັນເປັນລະອຽດ ແລະຜັນຂະຫຍາຍຄວາມຮັບຮູ້ລວມຂັ້ນສູງຢ່າງມີປະສິດທິຜົນໃນການຢ້ຽມຢາມເຊິ່ງກັນ ແລະກັນລະຫວ່າງເລຂາທິການໃຫຍ່ສອງທ່ານຢ່າງມີປະສິດທິຜົນ.
ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ອີກເທື່ອໜຶ່ງໄດ້ຢັ້ງຢືນເຖິງບາດກ້າວພັດທະນາຢ່າງຕັ້ງໜ້າ ແລະສະດວກກ່ວາອີກ, ດ້ວຍບັນດາການຫັນປ່ຽນຢ່າງຈະແຈ້ງ ແລະຮອບດ້ານກ່ຽວກັບການກໍານົດທິດ “6 ກວ່າ”, ພິເສດແມ່ນພາຍຫຼັງການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໄດ້ຮັບການຍົກລະດັບຂຶ້ນເປັນປະຊາຄົມແບ່ງປັນອະນາຄົດມີຄວາມໝາຍຍຸດທະສາດ. ໃນໄລຍະຜ່ານມາ, ການພົວພັນຮ່ວມມື ຫວຽດນາມ - ຈີນ ບັນລຸໄດ້ບັນດາໝາກຜົນສຳຄັນ, ເປັນຕົ້ນແມ່ນໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (18 ມັງກອນ 1950 / 18 ມັງກອນ 2025) ແລະປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ 2025. ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໄດ້ຮັບການເພີ່ມທະວີຜ່ານການແລກປ່ຽນຍຸດທະສາດຂັ້ນສູງຢ່າງສະໜິດສະໜົມແບບບໍ່ເຄີຍມີກ່ອນ. ກົນໄກຮ່ວມມືນັບມື້ນັບຮອບດ້ານ. ການຮ່ວມມືທີ່ແທດຈິງນັບມື້ນັບພັດທະນາ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານການສຶກສາ, ວັດທະນະທຳໄດ້ດໍາເນີນຢ່າງຟົດຟື້ນ. ການຮ່ວມມືຢູ່ເວທີປາໄສສາກົນກໍ່ໄດ້ຮັບການເປີດກວ້າງ...
ການຢ້ຽມຢາມຈີນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຄາດວ່າຈະຊຸກຍູ້ການພົວພັນຮ່ວມມືອັນແທດຈິງລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ “ພູເຊື່ອມຕໍ່ພູ, ແມ່ນ້ຳເຊື່ອມຕໍ່ແມ່ນ້ຳ” ຢ່າງແຂງແຮງກວ່າອີກ, ເປັນຕົ້ນແມ່ນໃນບັນດາຂົງເຂດຮ່ວມມືຍຸດທະສາດ, ຄວາມໝັ້ນຄົງ, ການບໍລິຫານໂລກ, ການເຊື່ອມຕໍ່, ວັດທະນະທຳ, ການທ່ອງທ່ຽວ...
ບົນພື້ນຖານການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະການພົວພັນທີ່ກຳລັງພັດທະນາຢ່າງດີງາມ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮັບການເຊື່ອໝັ້ນວ່າ ຈະເປີດກາລະໂອກາດໃໝ່ໃຫ້ແກ່ການຮ່ວມມືຫຼາຍຝ່າຍ, ສ້າງກຳລັງໜູນໃຫ້ແກ່ການຮ່ວມມືສອງຝ່າຍ, ສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນກວ່າອີກ, ປະກອບສ່ວນແທດຈິງເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ.
ໂດຍ: ຈາງຫງວຽນ