ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງພະມະຫາກະສັດ ແລະພະລາຊິນີ ບູຖານ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດ. ການຢ້ຽມຢາມແມ່ນມີຄວາມໝາຍສໍາຄັນ, ມີລັກສະນະປະຫວັດສາດ, ສະແດງໃຫ້ເຫັນການຖືເປັນສໍາຄັນຂອງບູຖານ ຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ, ກໍ່ຄື ບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ.

ບູຖານ ເປັນປະເທດໜຶ່ງຢູ່ພາກພື້ນອາຊີໃຕ້, ຕັ້ງຢູ່ສາຍພູ Himalaya, ທາງທິດເໜືອຕິດກັບປະເທດຈີນ  ແລະທາງທິດໃຕ້, ທິດຕາເວັນອອກ ແລະທິດຕາເວັນຕົກ ຕິດກັບອິນເດຍ. ໄດ້ຮັບການຂະໜານນາມວ່າ ເປັນປະເທດທີ່ມີຄວາມຜາສຸກທີ່ສຸດໃນໂລກ, ບູຖານ ບໍ່ໄດ້ວັດແທກການພັດທະນາເສດຖະກິດດ້ວຍດັດຊະນີລວມຍອດຜະລິດຕະພັນພາຍໃນ (GDP) ປົກກະຕິ, ແຕ່ວັດແທກດ້ວຍດັດຊະນີຄວາມຜາສຸກແຫ່ງຊາດ (GNH). ຍຸດທະສາດໄລຍະຍາວຂອງປະເທດແມ່ນພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການອະນຸລັກຮັກສາວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ ແລະຄວາມຜາສຸກຂອງມະນຸດ.

leftcenterrightdel
ທ່ານ ດ່າວງອກຢູງ ລັດຖະມົນຕີກະຊວງຊົນເຜົ່າ ແລະສາສະໜາ  ຕ້ອນຮັບພະມະຫາກະສັດ Jigme Khesar Namgyel Wangchuck ແລະພະລາຊີນີ ບູຖານ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ແລະບູຖານ ໄດ້ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນ, ມີຄວາມໃກ້ຊິດສະໜິດສະໜົມ, ພິເສດແມ່ນວັດທະນະທຳພຸດທະສາສະໜາ, ປະຊາຊົນຮັກຫອມສັນຕິພາບ. ທັງສອງປະເທດວາງເປົ້າໝາຍອອກເພື່ອຮັບປະກັນການພັດທະນາດຸ່ນດ່ຽງ ແລະຍືນຍົງ. ປີ 2012 ໄດ້ສ້າງຂີດໝາຍທີ່ມີລັກສະນະບາດລ້ຽວໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ ເມື່ອຫວຽດນາມ ແລະ ບູຖານ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນັບແຕ່ນັ້ນມາຮອດປະຈຸບັນ, ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໄດ້ພັດທະນາຢ່າງຕັ້ງໜ້າ. ການນຳສອງຝ່າຍໄດ້ແລກປ່ຽນຈົດໝາຍ,  ໂທລະເລກຢ່າງເປັນປະຈຳເນື່ອງໃນໂອກາດວັນສຳຄັນຂອງສອງປະເທດ. ຫວຽດນາມ ແລະ ບູຖານ ກໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ, ເປັນຕົ້ນແມ່ນຢູ່ ສປຊ. ກ່ອນການຢ້ຽມຢາມຫວຽດນາມ ຂອງພະມະຫາກະສັດ Jigme Khesar Namgyel Wangchuck, ພະລາຊີນີ Gyalyum Dorji Wangmo Wangchuck  ໄດ້ມາຢ້ຽມຢາມຫວຽດນາມໃນປີ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ຫວຽດນາມ ແລະ ບູຖານ ພວມມານະພະຍາຍາມຊຸກຍູ້ການແລກປ່ຽນການຄ້າສອງຝ່າຍ. ຫວຽດນາມ ມີສອງໂຄງການລົງທຶນຢູ່ ບູຖານ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 937.000 ໂດລາສະຫະລັດ, ໄດ້ຮັບການຕີລາຄາສູງຈາກ ບູຖານ. ເຖິງວ່າວົງເງິນການຄ້າສອງຝ່າຍຍັງຈຳກັດ, ພຽງແຕ່ປະມານ 20.000 ໂດລາສະຫະລັດ/ປີ ໃນປະຈຸບັນ, ຕົ້ນຕໍແມ່ນການສົ່ງອອກຂອງຫວຽດນາມ ໄປຍັງບູຖານ, ແຕ່ກໍ່ຍັງເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ.

ການຮ່ວມມືດ້ານການທ່ອງທ່ຽວແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ. ການຂຸດຄົ້ນສາຍການບິນໂດຍກົງລະຫວ່າງຫວຽດນາມ ແລະ ບູຖານ ແມ່ນກຳລັງໜູນສໍາຄັນໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ. ສອງຝ່າຍພວມພິຈາລະນາສ້າງຕັ້ງກົນໄກທາບທາມຄວາມເຫັນລະຫວ່າງກະຊວງການຕ່າງປະເທດສອງປະເທດ ແລະລົງນາມໃນຂໍ້ຕົກລົງຈຳນວນໜຶ່ງເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມື ຄື ສັນຍາຮ່ວມມືດ້ານການບໍລິການທາງອາກາດ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງອົງການການບິນພົນລະເຮືອນ.

ສອງປະເທດກໍ່ຍູ້ແຮງການຮ່ວມມືໃນຂົງເຂດສາສະໜາ, ເປັນຕົ້ນແມ່ນພຸດທະສາສະໜາ, ການສຶກສາ ແລະແລກປ່ຽນຊັບພະຍາກອນມະນຸດ. ບູຖານ ຖືເປັນສຳຄັນການຮ່ວມມືກັບ ຫວຽດນາມ ໃນການແລກປ່ຽນຄະນະວິຊາການ, ວັດທະນະທຳ ແລະຊຸກຍູ້ການພົບປະແລກປ່ຽນປະຊາຊົນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ.

ຄວາມສາມາດບົ່ມຊ້ອນໃນການເປີດກວ້າງການຮ່ວມມືລະຫວ່າງສອງປະເທດຍັງມີຫຼາຍຢູ່, ພິເສດແມ່ນໃນສະພາບທີ່ບູຖານ ພວມປ່ຽນແປງນະໂຍບາຍຈາກການປິດປະຕູ ໄປສູ່ການເປີດປະຕູ, ດຶງດູດແຫຼ່ງກຳລັງຈາກພາຍນອກ. ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຂອງພະມະຫາກະສັດ ແລະພະລາຊີນີ ບູຖານ ແມ່ນໂອກາດເພື່ອໃຫ້ສອງຝ່າຍຕີລາຄາສັງລວມການພົວພັນສອງຝ່າຍໃນໄລຍະຜ່ານມາ ກໍ່ຄືວາງອອກການກຳນົດທິດຮ່ວມມືໃໝ່ໃຫ້ແທດເໝາະກັບເງື່ອນໄຂພັດທະນາຂອງສອງປະເທດໃນໄລຍະຈະມາເຖິງ. ການຢ້ຽມຢາມກໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຍູ້ແຮງ ແລະເຮັດໃຫ້ການພົວພັນສອງຝ່າຍກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ພິເສດແມ່ນບັນດາປະເທດໃນພາກພື້ນອາຊີໃຕ້, ໃນນັ້ນມີ ບູຖານ.

ບົນພື້ນຖານການພົວພັນມິດຕະພາບອັນດີງາມ, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຈະແມ່ນບາດກ້າວສໍາຄັນ, ເປີດໄລຍະຮ່ວມມືໃໝ່, ປະກອບສ່ວນນໍາການພົວພັນສອງຝ່າຍ ຫວຽດນາມ - ບູຖານ ໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະແທດຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ