ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ, ມະຕິຈໍານວນ 48 ສະບັບ ເຊິ່ງລ້ວນແຕ່ຂຶ້ນກັບຂົງເຂດສຳຄັນ, ຫຼັກແຫຼ່ງທີ່ຕິດພັນກັບຄວາມຕ້ອງການປ່ຽນແປງໃໝ່, ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງກົງຈັກການຈັກຕັ້ງຂອງປະເທດໃຫ້ກະທັດຮັດ. ພິເສດ, ສະພາແຫ່ງຊາດ ໄດ້ປຶກສາຫາລື ແລະຮັບຮອງເອົາມະຕິວ່າດ້ວຍການປັບປຸງ ແລະເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສ້າງພື້ນຖານນິຕິກຳໃຫ້ແກ່ການປ່ຽນແປງໃໝ່, ສັບຊ້ອນກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ເສີມຂະຫຍາຍແຫຼ່ງກຳລັງຢ່າງສຸດຂີດ, ຮັບໃຊ້ແນວທາງນະໂຍບາຍຂອງລັດ ເພື່ອຄວາມສຸກຂອງປະຊາຊົນ, ປົກປັກຮັກສາ ແລະພັດທະນາປະເທດຊາດ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກ່າວຄໍາເຫັນອັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ XV. ພາບ: ສໍານັກຂ່າວສານຫວຽດນາມ.

ໃນເກືອບ 80 ປີແຫ່ງການສ້າງກົດໝາຍ, ພັກ ແລະລັດຫວຽດນາມ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດຂອງລະບອບລະບຽບການ, ກົດໝາຍ ແລະໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍທີ່ສອດຄ່ອງກັບແຕ່ລະໄລຍະພັດທະນາໃນປະຫວັດສາດຂອງປະເທດ. ຄຽງຂ້າງຜົນງານທີ່ບັນລຸໄດ້ນັ້ນ, ຍັງມີຂໍ້ຈຳກັດ, “ຈຸດອຸດຕັນ” ຈໍານວນບໍ່ໜ້ອຍ ກ່ຽວກັບລະບອບລະບຽບການ ເຊິ່ງ ທ່ານ ໂຕເລິມ ເລຂາທິການໃຫຍ່  ໄດ້ສະເໜີຫຼາຍເທື່ອນັ້ນ ແມ່ນຕ້ອງແກ້ໄຂຂໍ້ຈຳກັດ, ຈຸດອ່ອນໂດຍໄວ, ຊ່ວຍໃຫ້ປະເທດພັດທະນາໄວ ແລະຍືນຍົງ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ XV ໄດ້ປ່ຽນແປງໃໝ່ຢ່າງແຂງແຮງກ່ຽວກັບຈິນຕະນາການດ້ານນິຕິກຳ ຜ່ານລັດຖະໂຍບາຍສຳຄັນທີ່ມີລັກສະນະ “ເປັນບາດລ້ຽວ”, ໂດຍສະເພາະແມ່ນການແບ່ງຂັ້ນ, ແບ່ງສິດອໍານາດຢ່າງແຂງແຮງໃຫ້ແກ່ທ້ອງຖິ່ນຕາມທິດນໍາທີ່ວ່າ “ທ້ອງຖິ່ນຕັດສິນໃຈ, ທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ”, ຕິດພັນກັບການພັດທະນາໃໝ່ຂອງແຕ່ລະບໍລິເວນ, ຫັນປ່ຽນຈາກແນວຄິດຄຸ້ມຄອງ ໄປສູ່ການບຸກເບີກແຫຼ່ງກໍາລັງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອໃຫ້ປະເທດ ນັບມື້ນັບພັດທະນາໄວ ແລະຍືນຍົງ.

ປີ 2025 ແມ່ນປີທີ່ມີຄວາມໝາຍສໍາຄັນຍິ່ງໃນການຈັດຕັ້ງປະຕິບັດໃຫ້ສໍາເລັດໜ້າທີ່ວຽກງານຂອງອາຍຸການ 2021-2026, ໂດຍສະເພາະແມ່ນການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ໃນຊຸມວັນຈະມາເຖິງ ຮຽກຮ້ອງໃຫ້ມີການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດກົດໝາຍຍິ່ງຕ້ອງຄົບຊຸດ, ວ່ອງໄວ ແລະທົ່ວເຖິງໃນໝູ່ປະຊາຊົນທຸກຊັ້ນຄົນ, ອົງການຈັດຕັ້ງການເມືອງ-ສັງຄົມ. ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຫັນບັນດາມະຕິ, ກົດໝາຍ ໂດຍ ສະພາແຫ່ງຊາດ ໄດ້ຮັບຮອງເອົາດ້ວຍດຳລັດ, ໜັງສືແນະນໍາ ພາຍຫຼັງກອງປະຊຸມໃຫ້ລະອຽດໂດຍໄວ, ຊ່ວຍແກ້ໄຂບັນດາຂໍ້ຂາດຕົກບົກຜ່ອງ, ຂໍ້ຈຳກັດ, ຂໍ້ຕິດຂັດໃນການປະຕິບັດກົດໝາຍໂດຍໄວ, ຊ່ວຍໃຫ້ອຳນາດການປົກຄອງທ້ອງຖິ່ນສອງຂັ້ນໄດ້ເຄື່ອນໄຫວເປັນປົກກະຕິ ແລະເດີນແລ່ນສະດວກນັບແຕ່ວັນທີ 1 ກໍລະກົດ ເປັນຕົ້ນໄປ.

ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ແມ່ນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາປະເທດຊາດ ຍິ່ງຕ້ອງໄດ້ຊາບຊຶມ, ຍົກສູງຄຸນສົມບັດຂອງທະຫານລຸງໂຮ່ ໃນການປະຕິບັດກົດໝາຍ. ນອກຈາກການຊາບຊຶມ, ປະຕິບັດກົດໝາຍຈໍານວນ 11 ສະບັບທີ່ກ່ຽວຂ້ອງເຖິງຂົງເຂດການທະຫານ, ການປ້ອງກັນຊາດ ແລະບັນດາກົດໝາຍ, ມະຕິ ທີ່ສະພາແຫ່ງຊາດ ຫາກໍ່ຮັບ ຮອງເອົາຢ່າງມີປະສິດທິຜົນແລ້ວ, ພະນັກງານ, ນັກຮົບກໍ່ຕ້ອງຍົກສູງລະດັບຄວາມຮູ້ວັດທະນະທຳກົດໝາຍຢ່າງບໍ່ຢຸດຢັ້ງ, ກໍາແໜ້ນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ບັນດາຈຸດທີ່ຍັງບໍ່ທັນສອດຄ່ອງໃນການຈັດຕັ້ງປະຕິບັດ ແລະການເຄື່ອນໄຫວຂອງກົງຈັກລັດ, ອຳນາດການປົກຄອງທ້ອງຖິ່ນ ເພື່ອເປັນເສນາທິການ, ສະເໜີຄວາມເຫັນ, ຊ່ວຍໃຫ້ພັກ ແລະລັດ ປັບປຸງລະບົບກົດໝາຍຫວຽດນາມ ໃຫ້ສົມບູນແບບກວ່າອີກຢ່າງບໍ່ຢຸດຢັ້ງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດ. ກໍ່ສ້າງລະບົບກົດໝາຍຫວຽດນາມໃຫ້ນັບມື້ນັບສົມບູນແບບຂຶ້ນຕື່ມ, ໂດຍສະເພາະແມ່ນບັນດາຂໍ້ກໍານົດ, ນະໂຍບາຍກ່ຽວກັບການທະຫານ, ການປ້ອງກັນຊາດ; ຂໍ້ກໍານົດຂອງອໍານາດການປົກຄອງທຸກຂັ້ນ ບ່ອນທີ່ກົມກອງຕັ້ງທັບ; ຊ່ວຍໃຫ້ລັດຖະໂຍບາຍກາຍເປັນພື້ນຖານທີ່ສໍາຄັນໃຫ້ແກ່ການເຕີບໂຕ ແລະການແກ່ງແຍ້ງຂອງຊາດ; ປະກອບສ່ວນກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ທ່າສະໜາມສົງຄາມປະຊາຊົນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ; ກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ