ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ UNOC, ແມ່ນການຢ້ຽມຢາມຝຣັ່ງ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ນັບແຕ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນຕຸລາ 2024), ສືບທອດການຢ້ຽມຢາມຫວຽດນາມ ຂອງທ່ານ Emmanuel Macron ປະທານາທິບໍດີ ຝຣັ່ງ (ເດືອນພຶດສະພາ 2025); ແມ່ນການຢ້ຽມຢາມເອສໂຕເນຍ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດ (ເມື່ອປີ 1992), ພ້ອມທັງແມ່ນການຢ້ຽມຢາມຊູແອັດ ຂອງນາຍົກລັດຖະມົນຕີຫວຽດນາມ ພາຍຫຼັງ 7 ປີ.

ການປະຕິບັດງານໄດ້ດຳເນີນໄປໃນສະພາບການໂລກ ແລະພາກພື້ນພວມມີການຜັນແປຢ່າງວ່ອງໄວ, ມີລັກສະນະບາດລ້ຽວ, ຊຸກຍູ້ສະພາບການໂລກຫັນປ່ຽນຕາມທິດຫຼາຍຂົ້ວ, ຫຼາຍຈຸດສູນກາງ, ຫຼາຍລະດັບ. ສັນຕິພາບ, ການຮ່ວມມື ແລະການພັດທະນາຍັງແມ່ນທ່າອ່ຽງໃຫຍ່, ແຕ່ລັກສະນະຄວາມບໍ່ໝັ້ນຄົງ ແລະຄວາມບໍ່ແນ່ນອນຍິ່ງນັບມື້ນັບເພີ່ມຂຶ້ນ. ສະພາບການທາງດ້ານເມືອງ, ເສດຖະກິດໂລກຄາດຄະເນວ່າຈະສືບຕໍ່ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຊ້ອນແຝງຄວາມສ່ຽງຫຼາຍຢ່າງ. ຄຽງຂ້າງນັ້ນ, ສິ່ງທ້າທາຍຕ່າງໆ, ຄື: ໄພພິບັດທໍາມະຊາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ໂລກລະບາດ… ສືບຕໍ່ນາບຂູ່ການພັດທະນາແບບຍືນຍົງທົ່ວໂລກ, ໃນຂະນະທີ່ຍັງຂາດເຂີນແຫຼ່ງກໍາລັງພັດທະນາ, ເຮັດໃຫ້ການສໍາເລັດເປົ້າໝາຍພັດທະນາແບບຍືນຍົງ (SDGs) ໄດ້ຕີລາຄາວ່າຍາກທີ່ຈະບັນລຸໄດ້ໃນປີ 2030.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: nhandan.vn

UNOC ໂດຍທ່ານເລຂາທິການໃຫຍ່ ສປຊ ຮຽກໂຮມດ້ວຍຮອບວຽນປະມານ 3 ປີ/ຄັ້ງ, ໂດຍແມ່ນ 1 ປະເທດພັດທະນາ ແລະ 1 ປະເທດພວມພັດທະນາຮ່ວມກັນເປັນເຈົ້າພາບຈັດຕັ້ງ, ມຸ່ງໄປເຖິງການປະຕິບັດ SDG 14 ຂຶ້ນກັບໂຄງການດໍາເນີນງານກ່ຽວກັບ SDG ຂອງ ສປຊ ກ່ຽວກັບການອະນຸລັກຮັກສາ ແລະນໍາໃຊ້ທະເລ, ມະຫາສະໝຸດ, ທະເລ ແລະຊັບພະຍາກອນທາງທະເລແບບຍືນຍົງ. UNOC 3 ດໍາເນີນຢູ່ນະຄອນ Nice (ຝຣັ່ງ) ດ້ວຍຫົວຂໍ້ວ່າ “ຍູ້ໄວການກະທໍາ ແລະລະດົມບັນດາຝ່າຍເຂົ້າຮ່ວມການອະນຸລັກຮັກສາ ແລະນຳໃຊ້ມະຫາສະໝຸດແບບຍືນຍົງ”, ໂດຍ ຝຣັ່ງ ແລະ ຄອສຕາລີກາ ເປັນປະທານຮ່ວມ, ຄາດວ່າຈະປຶກສາຫາລືບັນດາບັນຫາທີ່ປະຊາຄົມສາກົນພວມປະເຊີນໜ້າ ແລະຄວນຊຸກຍູ້ການຮ່ວມມື, ແນໃສ່ດຶງດູດ, ຫັນເປັນແຫຼ່ງກຳລັງດ້ານການເງິນ, ວິທະຍາສາດ-ເຕັກໂນໂລຢີເປັນຫຼາຍຮູບຫຼາຍແບບເພື່ອແກ້ໄຂສິ່ງທ້າທາຍ, ຄຸ້ມຄອງທະເລຢ່າງມີປະສິດທິຜົນ. ກອງປະຊຸມໄດ້ດຶງດູດຄວາມສົນໃຈ ແລະການເຂົ້າຮ່ວມຂອງປະມຸກລັດ, ການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນຫຼາຍທ່ານ.

ຫວຽດນາມ ພວມມີແຜນນະໂຍບາຍຍູ້ແຮງການພັດທະນາເສດຖະກິດທະເລແບບຍືນຍົງບົນພື້ນຖານການເຕີບໂຕສີຂຽວ, ລະບົບນິເວດທະເລ... ຫວຽດນາມ ພວມເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະລະດັບນໍ້າທະເລເພີ່ມຂຶ້ນ, ເພີ່ມທະວີການຮ່ວມມືຢູ່ພາກພື້ນ ແລະທົ່ວໂລກ. ສະນັ້ນ UNOC 3 ຈຶ່ງສອດຄ່ອງກັບບຸລິມະສິດຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືສາກົນ ແລະເພີ່ມທະວີການຄຸ້ມຄອງ, ອະນຸລັກຮັກສາ ແລະນຳໃຊ້ທະເລ ແລະມະຫາສະໝຸດແບບຍືນຍົງ.

ສຳລັບ ຝຣັ່ງ, ໃນໄລຍະຜ່ານມາ, ການພົວພັນສອງຝ່າຍສືບຕໍ່ພັດທະນາອັນດີງາມ. ສອງປະເທດສ້າງຕັ້ງການພົວພັນຢ່າງເປັນທາງການໃນປີ 1973 ແລະຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນຕຸລາ 2024, ນໍາ ຝຣັ່ງ ກາຍເປັນປະເທດທຳອິດໃນສະຫະພາບເອີລົບ (ອີຢູ) ທີ່ມີລະດັບການພົວພັນສູງສຸດກັບຫວຽດນາມ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງເປັນປະຈຳ; ຮັກສາຫຼາຍກົນໄກເຈລະຈາ, ຮ່ວມມື; ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບບັນຫາສາກົນ ແລະພາກພື້ນ, ສະໜັບສະໜູນລັດທິຫຼາຍຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງສາກົນ, ຄື: ສປຊ, ອາຊຽນ-ອີຢູ… ຝຣັ່ງ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ແລະແມ່ນນັກລົງທຶນໃຫຍ່ອັນດັບ 2 ໃນ ອີຢູ ຂອງຫວຽດນາມ, ແມ່ນນັກອຸປະຖຳ ODA ສອງຝ່າຍໃຫຍ່ທີ່ສຸດຂອງຫວຽດນາມ.

ສໍາລັບ ເອສໂຕເນຍ, ສອງຝ່າຍໄດ້ສ້າງຕັ້ງການພົວພັນທາງການທູດໃນປີ 1992 ແລະນັບແຕ່ນັ້ນມາຍາມໃດກໍ່ໄດ້ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມໄວ້. ເອສໂຕເນຍ ໄດ້ຢືນຢັນຫຼາຍຄັ້ງວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ກວ່າອີກ. ສອງປະເທດໄດ້ສົມທົບກັນຢ່າງຕັ້ງໜ້າ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ. ເອສໂຕເນຍ ໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ  ລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອີຢູ (EVFTA), ແມ່ນໜຶ່ງໃນບັນດາປະເທດອີຢູ ທຳອິດທີ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມ ແລະອີຢູ (EVIPA).

ສຳລັບ ຊູແອັດ, ນັບແຕ່ສ້າງຕັ້ງການພົວພັນທາງການທູດໃນປີ 1969, ການພົວພັນສອງຝ່າຍສືບຕໍ່ພັດທະນາຢ່າງຕັ້ງໜ້າ. ຊູແອັດ ແມ່ນໜຶ່ງໃນບັນດາປະເທດຕາເວັນຕົກທຳອິດທີ່ຮັບຮູ້ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ຕັ້ງໜ້າສະໜັບສະໜູນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ ກໍ່ຄືກິດຈະການສ້າງສາ ແລະພັດທະນາປະເທດຊາດ ໃນປະຈຸບັນ. ປີ 2024, ສອງປະເທດໄດ້ຜັນຂະຫຍາຍການເຄື່ອນໄຫວທີ່ອຸດົມສົມບູນເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ປະຈຸບັນສອງປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນຂົງເຂດ: ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ໂທລະຄົມມະນາຄົມ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ແລະເສດຖະກິດໝູນວຽນ, ການສຶກສາ-ກໍ່ສ້າງ, ພັດທະນາພື້ນຖານໂຄງລ່າງ, ພະລັງງານທົດແທນ, ອຸດສາຫະກຳປ້ອງກັນຊາດ...

ເລື່ອງ ຝຣັ່ງ, ເອສໂຕເນຍ ແລະຊູແອັດ ຕ້ອນຮັບທ່ານນາຍົກລັດຖະມົນຕີໄປຢ້ຽມຢາມ ແລະເຮັດວຽກຢ່າງເປັນທາງການ, ສະແດງໃຫ້ເຫັນການຖືເປັນສໍາຄັນຂອງບັນດາປະເທດສໍາລັບບົດບາດ, ທີ່ຕັ້ງນັບມື້ນັບສຳຄັນຂອງຫວຽດນາມ ຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ກໍ່ຄືປາດຖະໜາຢາກຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ, ປະກອບສ່ວນຜັນຂະຫຍາຍຍຸດທະສາດການຮ່ວມມືຂອງ ອີຢູ ໃນພາກພື້ນນີ້. ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບ ດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ສະແດງໃຫ້ເຫັນວ່າ, ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ໄດ້ ແລະພວມຕັ້ງໜ້າຜັນຂະຫຍາຍບັນດາມາດຕະການອະນຸລັກຮັກສາ ແລະນຳໃຊ້ຊັບພະຍາກອນທາງທະເລແບບຍືນຍົງ, ກຽມພ້ອມປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນບັນຫານີ້. ການຢ້ຽມຢາມກໍ່ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນກັບບັນດາປະເທດພາກພື້ນເອີລົບ, ໃນນັ້ນມີ ຝຣັ່ງ, ເອສໂຕເນຍ ແລະຊູແອັດ.

ພວກເຮົາ ອວຍພອນໃຫ້ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ປະສົບຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນ ຫວຽດນາມ ແລະບັນດາປະເທດຈະມີກາລະໂອກາດເພີ່ມພູນຄູນສ້າງການພົວພັນຄູ່ຮ່ວມມືທີ່ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ຍືນຍົງ ແລະມຸ່ງໄປເຖິງອະນາຄົດ.

ໂດຍ: ເຈິ່ນຮວ່ຽນ