ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ໂລກ ແລະພາກພື້ນພວມປະສົບກັບການຜັນປ່ຽນຢ່າງວ່ອງໄວ, ມີລັກສະນະບາດລ້ຽວ, ຊຸກຍູ້ສະພາບການໂລກໃຫ້ຫັນປ່ຽນໄປຕາມທິດຫຼາຍຂົ້ວ, ຫຼາຍສູນກາງ, ຫຼາຍຂັ້ນຫຼາຍຊັ້ນ. ກ່ຽວກັບສະພາບການໂດຍລວມ, ສັນຕິພາບ, ການຮ່ວມມື ແລະການພັດທະນາຍັງແມ່ນທ່າອ່ຽງໃຫຍ່, ແຕ່ຄວາມບໍ່ໝັ້ນຄົງນັບມື້ນັບເພີ່ມຂຶ້ນ. ເສດຖະກິດໂລກພວມຟື້ນຟູຢ່າງຊ້າໆ, ຊ້ອນແຝງຄວາມສ່ຽງຫຼາຍຢ່າງ. ບັນດາປະເທດຍູ້ແຮງການຫັນປ່ຽນຮູບແບບການເຕີບໂຕເສດຖະກິດໄປສູ່ສີຂຽວ, ດີຈີຕອນ, ໝູນວຽນ ແລະຍືນຍົງ.
    |
 |
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ |
ເອີລົບ ສືບຕໍ່ປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງ, ລວມທັງການເພີ່ມຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ-ຈີນ, ສະພາບການດ້ານການເມືອງທີ່ຂາດສະຖຽນລະພາບຢູ່ພາຍໃນສະຫະພາບເອີລົບ (ອີຢູ) ແລະສິ່ງທ້າທາຍຄວາມໝັ້ນຄົງຈາກການປະທະກັນຢູ່ຢູແກຣນ. ລິດວາ ແມ່ນໜຶ່ງໃນບັນດາສູນການເງິນສາກົນທີ່ສຳຄັນຢູ່ພາກພື້ນເອີລົບຕາເວັນອອກກາງ. ຜ່ານຜ່າສິ່ງທ້າທາຍລວມ ເຊິ່ງພາກພື້ນຕ້ອງປະເຊີນໜ້າ, ລິດວາ ເຫັນວ່າພື້ນຖານເສດຖະກິດພວມກັບຄືນສູ່ທ່າເຕີບໂຕພາຍຫຼັງພະຍາດໂຄວິດ-19, ລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2024 ເພີ່ມຂຶ້ນ 2,2%; ສືບຕໍ່ຍູ້ແຮງການຕິດພັນຮອບດ້ານໃນ ອີຢູ, ເພີ່ມທະວີການພົວພັນກັບອາເມລິກາ ແລະອົງການສົນທິສັນຍາອັດລັງຕິກເໜືອ (NATO).
ໃນຂະນະນັ້ນ, ພາກພື້ນອາຊີ-ປາຊີຟິກ ສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະຮ່ວມສໍາພັນເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ, ມີບົດບາດສໍາຄັນສໍາລັບສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງໂລກ, ແຕ່ກໍ່ເຫັນປະຈັກຕາການແກ່ງແຍ້ງຍາດຊິງຍຸດທະສາດເພີ່ມຂຶ້ນ. ບັນດາປະເທດນັບມື້ນັບມີຄວາມສົນໃຈ ແລະຊຸກຍູ້, ຜັນຂະຫຍາຍນະໂຍບາຍ, ຍຸດທະສາດການຮ່ວມມືກັບພາກພື້ນອາຊີ-ປາຊີຟິກ, ໃນນັ້ນ ຫວຽດນາມ ປະກົດຂຶ້ນຄືປັດໄຈພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕັ້ງໜ້າ.
ຫວຽດນາມ ແລະລິດວາ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນັບແຕ່ສະໄໝທີ່ ລິດວາ ຍັງຂຶ້ນກັບສະຫະພາບໂຊວຽດ. ລິດວາ ໄດ້ບໍາລຸງສ້າງພະນັກງານຫຼາຍຄົນຊ່ວຍຫວຽດນາມ ແລະຮັບຜູ້ອອກແຮງງານຫວຽດນາມຫຼາຍຄົນເຂົ້າເຮັດວຽກ. ກ່ຽວກັບດ້ານການເມືອງ-ການທູດ, ໃນໄລຍະຜ່ານມາ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ເປັນຕົ້ນແມ່ນຂັ້ນສູງ. ສອງຝ່າຍໄດ້ຮັກສາການສົມທົບກັນຢ່າງຕັ້ງໜ້າຢູ່ເວທີປາໄສຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ເວທີປາໄສການຮ່ວມມືອາຊີ-ເອີລົບ (ASEM) ແລະອາຊຽນ-ອີຢູ. ລິດວາ ແມ່ນໜຶ່ງໃນບັນດາປະເທດສະມາຊິກ ອີຢູ ທຳອິດທີ່ມອບວັກຊິນໃຫ້ຫວຽດນາມ, ປະກອບສ່ວນຊ່ວຍຫວຽດນາມ ຄວບຄຸມພະຍາດໂຄວິດ-19 ໄດ້ໂດຍໄວ.
ກ່ຽວກັບດ້ານເສດຖະກິດ, ວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸກວ່າ 200 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2023. ໃນ 3 ເດືອນຕົ້ນປີ 2025, ຍອດວົງເງິນການຄ້າສົ່ງອອກ-ນໍາເຂົ້າສອງປະເທດບັນລຸ 94,7 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 94,4%. ລິດວາ ໄດ້ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ໂດຍໄວ. ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ. ຫວຽດນາມ ມີລະດັບເຕີບໂຕດ້ານເສດຖະກິດຢ່າງຕັ້ງໜ້າ, ມີຕະຫຼາດໃຫຍ່ທີ່ມີປະຊາກອນກວ່າ 100 ລ້ານຄົນ, ເປັນປະຕູເຂົ້າສູ່ອາຊຽນ; ໃນຂະນະນັ້ນ ລິດວາ ແມ່ນໜຶ່ງໃນບັນດາປະເທດນຳໜ້າຢູ່ເອີລົບ ກ່ຽວກັບການພັດທະນາລັດຖະບານເອເລັກໂຕນິກ, ບໍລິຫານດີຈີຕອນ ແລະເລີ່ມທຸລະກິດເຕັກໂນໂລຢີ, ມີທ່າແຮງກ່ຽວກັບ logistics, ເຕັກໂນໂລຢີປຸງແຕ່ງອາຫານ, ການຢາ ແລະພະລັງງານສະອາດ.
ສອງຝ່າຍໄດ້ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນໃນວິໄສທັດພັດທະນາແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນ, ການຫັນປ່ຽນດີຈີຕອນ ແລະການຮັບມືກັບສິ່ງທ້າທາຍທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ, ລະບົບຕ່ອງໂສ້ການສະໜອງ...
ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ ລິດວາ ແລະພັນລະຍາ ແມ່ນເຫດການການຕ່າງປະເທດທີ່ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງສອງປະເທດໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະລິດວາ, ແມ່ນໂອກາດເພື່ອໃຫ້ສອງຝ່າຍຕີລາຄາສັງລວມການພົວພັນສອງຝ່າຍໃນໄລຍະຜ່ານມາ ກໍ່ຄືຍົກອອກການກຳນົດທິດການຮ່ວມມືໃໝ່ທີ່ເໝາະສົມກັບເງື່ອນໄຂພັດທະນາຂອງສອງປະເທດໃນໄລຍະຈະມາເຖິງ. ເລື່ອງຫວຽດນາມ ຕ້ອນຮັບທ່ານປະທານາທິບໍດີ ລິດວາ ແລະພັນລະຍາ ມາຢ້ຽມຢາມຢ່າງເປັນທາງການກໍ່ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຍູ້ແຮງ ແລະເຮັດໃຫ້ການພົວພັນສອງຝ່າຍກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ພິເສດແມ່ນເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ລິດວາ.
ບົນພື້ນຖານນັ້ນ, ພວກເຮົາ ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີລິດວາ ແລະພັນລະຍາ ຈະປະສົບຜົນສຳເລັດ, ເປີດໜ້າປະຫວັດສາດໃໝ່ເຕັມໄປດ້ວຍຄວາມໝັ້ນໝາຍໃນການພົວພັນຮ່ວມມືສອງຝ່າຍ.
ໂດຍ: ເຈິ່ນຮວ່ຽນ