ສຳລັບເຂົາເຈົ້າ, ເພິ່ນ ບໍ່ພຽງແຕ່ແມ່ນນັກຍຸດທະສາດທີ່ປີຊາສາມາດເທົ່ານັ້ນ ຫາກຍັງແມ່ນຕົວແທນຂອງສິນທຳອາຊີຕາເວັນອອກ, ນໍ້າໃຈເມດຕາຈິດທີ່ທ້ອນໂຮມຈາກຈິດໃຈຊາດ ແລະແນວຄິດກ້າວໜ້າຂອງມວນມະນຸດ, ແມ່ນສັນຍາລັກຂອງແນວຄິດມະນຸດສະທຳຢ່າງເລິກເຊິ່ງ, ຂອງຈິດໃຈທີ່ພົວພັນກັນຢ່າງສັນຕິ, ສະໜິດສະໜົມນຳກັນ ແລະຄວາມຄາດຫວັງຢາກມີສັນຕິພາບ.

ເຊິ່ງແມ່ນຜູ້ທີ່ເຄີຍດຳລົງຊີວິດ, ເຮັດວຽກ ແລະເຄື່ອນໄຫວປະຕິວັດຢູ່ຫຼາຍປະເທດນັບແຕ່ ຝລັ່ງ, ໂຊວຽດ, ຈີນ ຈົນຮອດ ອາເມລິກາ, ອັງກິດ... ສະນັ້ນແນວຄິດຂອງເພິ່ນ ຈຶ່ງບໍ່ຈຳກັດຢູ່ໃນຂອບເຂດປະເທດເທົ່ານັ້ນ ຫາກຍັງທ້ອນໂຮມຈາກບັນດາພື້ນຖານວັດທະນະທຳໃຫຍ່. ແຕ່ວ່າບໍ່ວ່າຈະຢູ່ບ່ອນໃດນັ້ນ, ສິ່ງທີ່ລຸໂລ່ງໃນແນວຄິດນັ້ນຍັງແມ່ນຄວາມຮັກແພງຜູ້ຄົນ ແລະຄວາມຄາດຫວັງຢາກນຳເອົາຄວາມຜາສຸກມາໃຫ້ມວນມະນຸດ.

ທ່ານ Jean Lacouture ນັກຂ່າວຜູ້ທີ່ມີຊື່ສຽງຂອງຝລັ່ງ ເຄີຍສະຫຼະເວລາສ່ວນຫຼາຍເພື່ອຄົ້ນຄວ້າ ແລະຂຽນກ່ຽວກັບປະທານ ໂຮ່ຈີມິນ. ທ່ານສະແດງຄວາມນິຍົມນັບຖືຕໍ່ກັບ ໂຮ່ຈີມິນ, ພິເສດແມ່ນກ່ຽວກັບຄວາມສາມາດນຳພາສົງຄາມແຕ່ກໍ່ຍັງສາມາດຮັກສາແທ້ທາດມະນຸດສະທຳ, ຖື ໂຮ່ຈີມິນ ແມ່ນນັກປະຕິວັດທີ່ມີລັກສະນະສະເພາະຕົວ, ເຮັດໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນຕໍ່ຄວາມດີ.

leftcenterrightdel
ທ່ານປະທານ ໂຮ່ຈີມິນ ກັບປະທານ Wilhelm Pieck (ເບື້ອງຊ້າຍ) ແລະທ່ານ Grotewohl ນາຍົກລັດຖະມົນຕີ ໃນການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ເຢຍລະມັນ, ເດືອນກໍລະກົດ ປີ 1957. ພາບ: ເອກະສານ

ສ່ວນທ່ານ Wilfred Burchett ນັກຂ່າວອົດສະຕາລີ ໃນການພົບປະກັບ ລຸງໂຮ່ ຄັ້ງທໍາອິດຢູ່ ຖ໊າຍງວຽນ ຖານທີ່ໝັ້ນວຽດບັກ ໃນທ້າຍເດືອນມີນາ 1954, ກ່ອນທີ່ຈະດຳເນີນບັ້ນຮົບ ດ້ຽນບຽນຝູ - ໄດ້ພັນລະນາວ່າ: “ຍາກທີ່ຈະເຊື່ອໄດ້ວ່າ ພຽງແຕ່ສອງຊົ່ວໂມງພາຍຫຼັງໄປຮອດບ່ອນເພິ່ນຢູ່, ພວກຂ້າພະເຈົ້າ ສາມາດນັ່ງເຊິ່ງໜ້າກັບຜູ້ນຳປະຕິວັດທີ່ມະຫັດສະຈັນນີ້. ຕາມການໃຫ້ຂໍ້ສັງເກດຂອງ Wilfred Burchett, ເພິ່ນ ບໍ່ສະແດງຄວາມອາຄາດບາດໝາງ, ນັບທັງພວກສັດຕູຜູ້ຮຸກຮານ; ເພິ່ນ ລ້ວນແຕ່ສະແດງອອກໃຫ້ເຫັນຄວາມເມດຕາສົງສານ, ໂອບອ້ອມອາລີຂອງສາສະໜາພຸດ, ບວກກັບເຈດຈຳນົງອັນແຮງກ້າຂອງນັກຮົບປະຕິວັດ.

ຈິດໃຈມະນຸດສະທຳໃນແນວຄິດ ໂຮ່ຈີມິນ ຍັງສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນວິທີທີ່ເພິ່ນ ປະພຶດກັບສະເລີຍເສິກ ຝລັ່ງ, ກັບສາມັນຊົນ. ເພິ່ນສັ່ງສອນພະນັກງານວ່າ “ທະຫານເສຍອົງເຄາະເຖິງວ່າຈະແມ່ນຂອງເຮົາ ຫຼືຂອງສັດຕູ, ກໍລ້ວນແຕ່ແມ່ນຄົນ, ລ້ວນແຕ່ຕ້ອງໄດ້ປິ່ນປົວ. ຫຼັກມູນດຽວທີ່ງ່າຍດາຍ ແຕ່ວ່າສາມາດພິຊິດໃຈຄົນໄດ້ເປັນລ້ານໆດວງ.

ແນວຄິດພົວພັນກັນຢ່າງສັນຕິ ແລະສະໜິດສະໜົມນຳກັນແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນແນວທາງການຕ່າງປະເທດຂອງ ໂຮ່ຈີມິນ: ບໍ່ໃຫ້ມີຄວາມອາຄາດບາດໝາງ, ຍາມໃດກໍ່ຕ້ອງຊອກຫາວິທີແກ້ໄຂຄວາມຂັດແຍ້ງດ້ວຍການເຈລະຈາ, ດ້ວຍຄວາມເຂົ້າອົກເຂົ້າໃຈ ແລະເຄົາລົບນັບຖືກັນ. ໃນຈົດໝາຍສົ່ງເຖິງທ່ານ Harry Truman ປະທານາທິບໍດີອາເມລິກາ ໃນວັນທີ 18 ມັງກອນ 1946, ປະທານ ໂຮ່ຈີມິນ ໄດ້ສະແດງຄວາມປາດຖະໜາຢາກໃຫ້ ອາເມລິກາ ຊ່ວຍປະຊາຊົນ ຫວຽດນາມ ຍາດເອົາເອກະລາດ ແລະສະໜັບສະໜູນປະຊາຊົນຫວຽດນາມ ໃນຂະບວນການຟື້ນຟູປະເທດ. ເພິ່ນ ໃຫ້ຄຳໝັ້ນສັນຍາວ່າ ຖ້າໄດ້ຮັບການສະໜັບສະໜູນຈາກອາເມລິກາ, ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ “ຈະມີຄວາມສາມາດຢ່າງພຽງພໍ ເພື່ອປະກອບສ່ວນສ້າງພື້ນຖານສັນຕິພາບ ແລະວັດທະນາຖາວອນລວມໃນໂລກ”. ກໍ່ໃນປີ 1946, ດ້ວຍຄວາມມານະພະຍາຍາມຫຼີກລ່ຽງບໍ່ໃຫ້ເລືອດຕົກຢາງອອກ, ເພິ່ນ ໄດ້ຊອກຫາທຸກວິທີຕໍ່ລອງກັບອຳນາດການປົກຄອງ ຝລັ່ງ ແລະເມື່ອສົງຄາມເກີດຂຶ້ນ, ເພິ່ນ ຢືນຢັນວ່າ ພວກຂ້າພະເຈົ້າ ບໍ່ຕ້ານປະຊາຊົນຝລັ່ງ, ພວກຂ້າພະເຈົ້າ ຕ້ານພວກລ່າເມືອງຂຶ້ນ ຝລັ່ງ. ໜັງສືພິມ Le Monde ຂອງ ຝລັ່ງ, ພາຍຫຼັງປະທານ ໂຮ່ຈີມິນ ເສຍຊີວິດ, ໄດ້ຂຽນວ່າ ໂຮ່ຈີມິນ ແມ່ນນັກກອມມູນິດຜູ້ໜຶ່ງດຽວທີ່ເຮັດໃຫ້ທັງຝ່າຍກົງກັນຂ້າມກໍ່ຕ້ອງເຄົາລົບນັບຖືຍ້ອນມີຈິດໃຈໄກ່ເກຍປອງດອງ ແລະມີຄວາມເມດຕາປານີ.

ຕະຫຼອດຊີວິດຂອງຕົນ, ປະທານ ໂຮ່ຈີມິນ ຍາມໃດກໍ່ປະຕິບັດຕາມອຸດົມການອັນສູງສົ່ງ: ຍາດເອົາສັນຕິພາບ ແລະເສລີພາບມາໃຫ້ປະຊາຊົນຫວຽດນາມ ແລະມວນມະນຸດ. ເພິ່ນ ຢືນຢັນວ່າ: ບໍ່ມີສິ່ງໃດປະເສີດກວ່າເອກະລາດ, ເສລີພາບ. ແຕ່ວ່າເອກະລາດບໍ່ໝາຍຄວາມວ່າ ປະເຊີນໜ້າ ຫຼື ຢູ່ໂດດດ່ຽວ. ສຳລັບ ໂຮ່ຈີມິນ, ສັນຕິພາບບໍ່ພຽງແຕ່ຈຸດໝາຍປາຍທາງເທົ່ານັ້ນ ຫາກຍັງແມ່ນວິທີການກະທຳ. ເພິ່ນ ພ້ອມແລ້ວທີ່ຈະເຈລະຈາ, ຜ່ອນຜັນ, ປະນິປະນອມໃນຂອບເຂດທີ່ສາມາດເປັນໄປໄດ້ເພື່ອຮັກສາສັນຕິພາບ, ຫຼີກລ້ຽງບໍ່ໃຫ້ເລືອດຕົກຢາງອອກ. ທີ່ກອງປະຊຸມ ເຊີແນວ ປີ 1954, ຄະນະທຸຕານຸທູດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ນຳໂດຍທ່ານ ຟ້າມວັນດົ່ງ ຮອງນາຍົກລັດຖະມົນຕີ  ເປັນຫົວໜ້າຄະນະ, ພາຍໃຕ້ການຊີ້ນຳຂອງປະທານ ໂຮ່ຈີມິນ, ໄດ້ຢຶດໝັ້ນຕໍ່ຫຼັກໝັ້ນແກ້ໄຂຂໍ້ຂັດແຍ້ງກັນໂດຍສັນຕິວິທີ. ແນວຄິດພົວພັນກັນຢ່າງສັນຕິພາບ ແລະສະໜິດສະໜົມນຳກັນນັ້ນວົງການນັກສັງເກດການສາກົນ ໄດ້ຮັບຮູ້ຄືດັ່ງຂີດໝາຍທີ່ແຕກຕ່າງຂອງຫວຽດນາມ ໃນສະພາບການສົງຄາມເຢັນແບ່ງແຍກໂລກ.

ຮັບຮູ້ການປະກອບສ່ວນຂອງເພິ່ນ, ກອງປະຊຸມ ຄັ້ງທີ 24 ຂອງອົງການການສຶກສາ, ວິທະຍາສາດ ແລະວັດທະນະທໍາຂອງສະຫະປະຊາຊາດ (UNESCO) ທີ່ດຳເນີນຢູ່ ປາຣີ ປີ 1987 ໄດ້ຮັບຮອງເອົາມະຕິເຊີດຊູປະທານ ໂຮ່ຈີມິນ ແມ່ນນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ດີເລີດຂອງຫວຽດນາມ.

ເພື່ອນມິດສາກົນໄດ້ຮັບຮູ້ປະທານ ໂຮ່ຈີມິນ ບໍ່ພຽງແຕ່ໃນມູມມອງດ້ານການເມືອງເທົ່ານັ້ນ ຫາກຍັງດ້ວຍສາຍຕາທີ່ເຄົາລົບນັບຖືຕໍ່ຜູ້ທີ່ມີບຸກຄະລິກຫາຍາກ: ເພິ່ນ ບໍ່ມີຄວາມ ອາຄາດບາດໝາງຕໍ່ໄຊຊະນະ, ບໍ່ມີການແບ່ງແຍກໃນການເຈລະຈາ ແລະບໍ່ມີຍາມໃດທີ່ຈະລືມຄຸນຄ່າມະນຸດສະທຳໃນຂະບວນວິວັດແຫ່ງການຕໍ່ສູ້ປະຕິວັດ.

ໂດຍ: ແສງເດືອນ