ກອງປະຊຸມ WEF Tianjin 2025 ໂດຍ WEF ຮ່ວມກັບລັດຖະບານຈີນ ຈັດຕັ້ງ ແມ່ນເຫດການທີ່ມີຂະໜາດໃຫຍ່ ແລະມີຄວາມສໍາຄັນອັນດັບທີສອງໃນປີຂອງ WEF ຖັດຈາກ WEF Davos. ໃນສະພາບການທາງດ້ານການເມືອງ ແລະເສດຖະກິດໂລກມີການຜັນແປຢ່າງສັບສົນ, ຄາດເດົາໄດ້ຍາກ, ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດປຶກສາຫາລືກ່ຽວກັບວິໄສທັດ, ມາດຕະການໄລຍະຍາວໃຫ້ແກ່ບັນດາບັນຫາສຳຄັນສໍາລັບການພັດທະນາເສດຖະກິດທົ່ວໂລກ.
ດ້ວຍຫົວຂໍ້ “ຈິດໃຈເລີ່ມທຸລະກິດໃນສັງກາດໃໝ່”, ກອງປະຊຸມ WEF Tianjin 2025 ຈະປຶກສາຫາລື 5 ເນື້ອໃນຫຼັກ, ໃນນັ້ນລວມມີການແກ້ລະຫັດເສດຖະກິດໂລກ, ສຸມໃສ່ທ່າອ່ຽງເຕີບໂຕໃໝ່ໃນສະພາບການຂອງພູມສາດເສດຖະກິດແຕກແຍກ, ໄພເງິນເຟີ້ ແລະຕ່ອງໂສ້ການສະໜອງບໍ່ໝັ້ນຄົງ. ບັນດາຜູ້ນຳ, ຜູ້ແທນ ກໍຈະປຶກສາຫາລືກ່ຽວກັບແງ່ຫວັງຂອງຈີນ, ຮູບແບບພັດທະນາໂດຍອີງໃສ່ເຕັກໂນໂລຊີ, ປັນຍາປະດິດ, ອຸດສາຫະກຳລຸ້ນໃໝ່ ແລະການປະຕິຮູບຕະຫຼາດ...
ທ່ານ ຟ້າມມິງຈີ້ງ ເຂົ້າຮ່ວມກອງປະຊຸມ WEF Tianjin 2025 ແລະເຮັດວຽກຢູ່ ຈີນ ໃນສະພາບການຮ່ວມມືລະຫວ່າງຫວຽດນາມ ແລະ WEF ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ. ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ WEF ສືບຕໍ່ໄດ້ຮັບການປັບປຸງພາຍຫຼັງການເຂົ້າຮ່ວມ WEF Davos 2025 ທີ່ປະສົບຜົນສໍາເລັດຂອງທ່ານນາຍົກລັດຖະມົນຕີຫວຽດນາມ. ປັດຈຸບັນ ສອງຝ່າຍພວມຕັ້ງໜ້າຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ຫວຽດນາມ - WEF ໄລຍະ 2023-2026.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ເລື່ອງທ່ານ ຟ້າມມິງຈີ້ງ ໄດ້ຮັບຄໍາເຊີນເຂົ້າຮ່ວມການເຄື່ອນໄຫວຂອງ WEF ໃນຫຼາຍປີຕິດຕໍ່ກັນ ບໍ່ພຽງແຕ່ສະແດງໃຫ້ເຫັນການຖືເປັນສໍາຄັນຂອງ WEF ທີ່ມີຕໍ່ຫວຽດນາມ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການຕີລາຄາສູງຂອງ WEF ທີ່ມີຕໍ່ບົດບາດຂອງຫວຽດນາມ ໃນການປະກອບສ່ວນປຶກສາຫາລືກ່ຽວກັບບັນດາບັນຫາທົ່ວໂລກ. ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ຕັ້ງໜ້າສະເໜີແນວຄວາມຄິດໃໝ່, ຜັນຂະຫຍາຍບັນດາແຜນການຮ່ວມມືທີ່ແທດຈິງ.
ໃນຂະນະນັ້ນ, ການພົວພັນລະຫວ່າງ ຫວຽດນາມ - ຈີນ ກໍພວມພັດທະນາຢ່າງຕັ້ງໜ້າ ແລະບັນລຸໄດ້ໝາກຜົນສຳຄັນ, ໂດຍສະເພາະແມ່ນພາຍຫຼັງການຢ້ຽມຢາມເຊິ່ງກັນ ແລະກັນຂອງການນຳຂັ້ນສູງຂອງສອງປະເທດ. ເລື່ອງສອງຝ່າຍເຫັນດີສືບຕໍ່ເຮັດໃຫ້ການພົວພັນເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດ, ພ້ອມທັງກຳນົດທິດຍຸດທະສາດ ໃຫ້ແກ່ການພົວພັນສອງຝ່າຍຕາມ 6 ທິດທາງຮ່ວມມືໃຫຍ່ - “6 ກວ່າ” ໄດ້ປະກອບສ່ວນຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃຫ້ສູງກວ່າ, ປັບປຸງພື້ນຖານສັງຄົມຢ່າງໝັ້ນແກ່ນກວ່າ, ມຸ່ງໄປເຖິງສະຖຽນລະພາບ, ວັດທະນາຖາວອນລວມ ແລະປະກອບສ່ວນເຂົ້າໃນສັນຕິພາບ, ຮ່ວມມືຢູ່ພາກພື້ນ ແລະໃນໂລກ.
ພ້ອມກັນນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພື້ນຖານໂຄງລ່າງ, ກະສິກຳ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ… ກໍບັນລຸປະສິດທິຜົນແບບຍືນຍົງ, ສ້າງກຳລັງໜູນສຳຄັນເພື່ອໃຫ້ສອງຝ່າຍຜັນຂະຫຍາຍບັນດາຂົງເຂດຮ່ວມມືໃໝ່, ຄື: ນະວັດຕະກຳ, ເສດຖະກິດເອກະຊົນ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ນະຄອນອັດສະລິຍະ…
ທ່ານ ຟ້າມມິງຈີ້ງ ແລະຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສທີ່ມີຊື່ສຽງ ຄື ກອງປະຊຸມ WEF Tianjin 2025 ແມ່ນເພື່ອກໍາແໜ້ນທ່າອ່ຽງໃໝ່ຂອງເສດຖະກິດໂລກ, ແລກປ່ຽນກ່ຽວກັບຈິນຕະນາການພັດທະນາ ແລະການບໍລິຫານຢູ່ໃນລະດັບທົ່ວໂລກ ແລະລະດັບຊາດ; ສົ່ງສານທີ່ມີຄວາມໝາຍກ່ຽວກັບບົດບາດສຳຄັນທີ່ມີລັກສະນະຕັດສິນຂອງການຮ່ວມມື ແລະເຈລະຈາ, ສ້າງນະໂຍບາຍ ແລະການບໍລິຫານທົ່ວໂລກທີ່ເໝາະສົມ ເພື່ອຊຸກຍູ້ກໍາລັງໜູນເຕີບໂຕໃໝ່, ຮັບປະກັນການພັດທະນາແບບຍືນຍົງ, ກວມລວມຕໍ່ໜ້າການຜັນແປ, ຂາດສະຖຽນລະພາບ, ຄວາມບໍ່ແນ່ນອນຂອງສະພາບແວດລ້ອມສາກົນ ແລະເສດຖະກິດທົ່ວໂລກ.
ບັນດາການເຄື່ອນໄຫວພົບປະໂອ້ລົມຂອງທ່ານ ຟ້າມມິງຈີ້ງ ທີ່ກອງປະຊຸມ WEF Tianjin 2025 ຈະປະກອບສ່ວນຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງ ຫວຽດນາມ ກັບ WEF ກໍຄືບັນດາພື້ນຖານເສດຖະກິດໃຫຍ່, ກຸ່ມບໍລິສັດທົ່ວໂລກ ແລະພາກພື້ນ, ຈາກນັ້ນຍາດແຍ່ງເອົາແຫຼ່ງກໍາລັງເພື່ອຮັບໃຊ້ເປົ້າໝາຍພັດທະນາຂອງປະເທດ, ໂດຍສະເພາະແມ່ນໃນປີ 2025, ເຊິ່ງເປັນປີເລັ່ງຄວາມໄວ, ບຸກທະລຸ ແລະຍູ້ແຮງການປະຕິບັດເປົ້າໝາຍກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ວາງອອກໃຫ້ສຳເລັດ.
ນີ້ກໍແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນຖານະບົດບາດ, ທີ່ຕັ້ງ, ຄວາມຮັບຜິດຊອບຂອງຕົນຕໍ່ກັບສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະໃນໂລກ. ພ້ອມກັນນັ້ນ, ກໍສະແດງໃຫ້ເຫັນການເປັນເຈົ້າການໃນການເຂົ້າຮ່ວມ, ການປະກອບສ່ວນຂອງຫວຽດນາມ ໃນການຊອກຫາມາດຕະການແກ້ໄຂບັນຫາເສດຖະກິດ, ການພັດທະນາຢູ່ພາກພື້ນ ແລະໃນໂລກ; ແບ່ງປັນທັດສະນະ, ວິໄສທັດ ແລະບົດຮຽນປະສົບ ການຂອງຫວຽດນາມ. ຜ່ານນັ້ນໂຄສະນາພາບພົດປະເທດຊາດ, ຜົນງານແຫ່ງການພັດທະນາ, ຢັ້ງຢືນຄວາມຕັດສິນໃຈຮັກສາເປົ້າໝາຍການເຕີບໂຕ, ຮັບປະກັນການເຕີບໂຕໄວ ແລະຍືນຍົງ.
ສໍາລັບການພົວພັນສອງຝ່າຍ ຫວຽດນາມ - ຈີນ, ການຢ້ຽມຢາມແມ່ນການສືບຕໍ່ການເຄື່ອນໄຫວຕ່າງປະເທດຢ່າງເລິກເຊິ່ງກວ້າງຂວາງຂອງສອງປະເທດໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສ້າງກາລະໂອກາດໃໝ່ເພື່ອຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດ. ຜ່ານການພົບປະແລກປ່ຽນ ແລະເຮັດວຽກຂອງທ່ານ ຟ້າມມິງຈີ້ງ ກັບການນຳຂັ້ນສູງຂອງຈີນ ຈະປະກອບສ່ວນເຂົ້າໃນການຫັນຄວາມຮັບຮູ້ລວມຂັ້ນສູງເປັນລະອຽດ, ຜັນຂະຫຍາຍຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີຄວາມຄືບໜ້າໃໝ່ໃນຫຼາຍຂົງເຂດກວ່າ ແລະໃນລະດັບເລິກເຊິ່ງກວ່າ, ພ້ອມກັນນັ້ນ ກໍກຳນົດຈຸດສຸມໃນການຮ່ວມມືໃນໄລຍະຈະມາເຖິງ.
ການເຂົ້າຮ່ວມກອງປະຊຸມ WEF Tianjin 2025 ແລະເຮັດວຽກຢູ່ ຈີນ ຂອງ ທ່ານ ຟ້າມມິງຈີ້ງ ໄດ້ຮັບຄວາມເຊື່ອໝັ້ນວ່າ ຈະປະກອບສ່ວນຮັກສາ ແລະປັບປຸງທ່າພັດທະນາຢ່າງໝັ້ນຄົງ, ຕັ້ງໜ້າຂອງການພົວພັນ ຫວຽດນາມ - ຈີນ, ພ້ອມທັງຍົກສູງຖານະບົດບາດຂອງຫວຽດນາມ ໃນບັນດາກົນໄກຮ່ວມມືສາກົນ, ເປີດກາລະໂອກາດຮ່ວມມືຢ່າງລະອຽດ, ແທດຈິງ ເພື່ອພັດທະນາວັດທະນາຖາວອນ ແລະຍືນຍົງຂອງປະເທດໃນສັງກາດໃໝ່.
ໂດຍ: ໄຊຊະນະ