ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ສັນຕິພາບ, ການຮ່ວມມືຍັງຄົງແມ່ນທ່າອ່ຽງຫຼັກແຫຼ່ງ, ເຖິງຢ່າງໃດກໍ່ຕາມ, ສະພາບການຂອງໂລກ ແລະພາກພື້ນພວມມີການຜັນແປໂດຍໄວ, ມີລັກສະນະບາດລ້ຽວ. ຄວາມບໍ່ໝັ້ນຄົງທາງເສດຖະກິດໂລກເພີ່ມຂຶ້ນ, ຄວາມສ່ຽງອາດຈະເກີດສົງຄາມດ້ານການຄ້າກໍ່ເພີ່ມຂຶ້ນບັງຄັບບັນດາປະເທດຕ້ອງຍູ້ແຮງການເຊື່ອມຕໍ່ ເພື່ອແນໃສ່ຮັບມືກັບການຜັນແປ, ທົດເຊີຍການຂາດແຄນຂອງຕະຫຼາດ, ເພີ່ມທະວີລັດທິຫຼາຍຝ່າຍ.

ຝລັ່ງ ແມ່ນໜຶ່ງໃນບັນດາປະເທດມະຫາອຳນາດເສດຖະກິດແຖວໜ້າຂອງໂລກມີທ່າແຮງກ່ຽວກັບວິທະຍາສາດ-ເຕັກໂນໂລຢີ, ການບິນອາວະກາດ, ວັດຖຸອຸປະກອນຄົມມະນາຄົມຂົນສົ່ງ, ພະລັງງານ, ໂທລະຄົມມະນາຄົມ, ການບໍລິການ ແລະທ່ອງທ່ຽວ. ຝລັ່ງກໍ່ສືບຕໍ່ຮັກສາຖານະບົດບາດ, ອິດທິພົນຊື່ສຽງດ້ານການເມືອງສູງໃນໂລກ ແລະຢູ່ບັນດາອົງການຈັດຕັ້ງສາກົນດ້ວຍແນວທາງການພົວພັນຕ່າງປະເທດທີ່ເປັນເຈົ້າການ, ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຍຸດທະສາດຢູ່ພາກພື້ນ, ໃນນັ້ນ ມີຫວຽດນາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Emmanuel Macron ປະທານາທິບໍດີຝລັ່ງ. ພາບ: ສຳນັກຂ່າວສານຫວຽດນາມ

ໃນຂະນະນັ້ນ, ຢູ່ພາກພື້ນອາຊີ-ປາຊີຟິກ, ຫວຽດນາມ ແມ່ນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ກຳລັງຍູ້ແຮງການຜັນຂະຫຍາຍບັນດາເປົ້າໝາຍພັດທະນາ, ໄດ້ປະກາດໃຊ້ບັນດາແຜນນະໂຍບາຍໃຫຍ່ກ່ຽວກັບການບຸກທະລຸທາງດ້ານວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.

ໃນໄລຍະທາງກວ່າເຄິ່ງສະຕະວັດຜ່ານມາ, ການພົວພັນຫວຽດນາມ - ຝລັ່ງ ພັດທະນານັບມື້ນັບດີງາມ. ສອງປະເທດໄດ້ສ້າງຕັ້ງການພົວພັນຢ່າງເປັນທາງການໃນປີ 1973, ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ປີ 2013 ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ປີ 2024, ນຳ ຝລັ່ງ ກາຍເປັນປະເທດທຳອິດໃນສະຫະພາບເອີລົບ (ອີຢູ) ມີລະດັບການພົວພັນສູງທີ່ສຸດກັບຫວຽດນາມ.

ໃນຂົງເຂດການເມືອງ-ການພົວພັນຕ່າງປະເທດ, ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ພົ້ນເດັ່ນໃນໄລຍະຫວ່າງມໍ່ໆມານີ້ແມ່ນການຢ້ຽມຢາມ ຝລັ່ງ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ (ເດືອນ ຕຸລາ 2024), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ (ເດືອນ ພະຈິກ 2021), ການຢ້ຽມຢາມຫວຽດນາມ ຂອງທ່ານ Gérard Larcher ປະທານສະພາສູງຝລັ່ງ (2022). ສອງປະເທດໄດ້ຮັກສາຫຼາຍກົນໄກເຈລະຈາ, ຮ່ວມມື; ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບບັນຫາສາກົນ ແລະພາກພື້ນ, ສະໜັບສະໜູນລັດທິຫຼາຍຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງສາກົນ, ຄື: ສະຫະປະຊາຊາດ, ອາຊຽນ-ອີຢູ...

ໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ ແລະການຮ່ວມມືພັດທະນາ, ຝລັ່ງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເອີລົບ ແຖວໜ້າ ແລະແມ່ນນັກອຸປະຖຳ ODA ສອງຝ່າຍໃຫຍ່ທີ່ສຸດຂອງຫວຽດນາມ. ປີ 2024, ວົງເງິນການຄ້າສອງຝ່າຍບັນລຸ 5,42 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ປີກາຍ. ຝລັ່ງ ຢືນອັນດັບທີ 16/147 ປະເທດ ແລະເຂດແຄວ້ນທີ່ມີການລົງທຶນເຂົ້າຫວຽດນາມ, ມີ 700 ໂຄງການຍັງມີຜົນສັກສິດ ແລະມີຍອດວົງເງິນຈົດທະບຽນແມ່ນ 3,95 ຕື້ໂດລາສະຫະລັດ. ກົງກັນຂ້າມ, ຫວຽດນາມ ມີ 20 ໂຄງການທີ່ລົງທຶນຢູ່ ຝລັ່ງ ດ້ວຍຍອດເງິນຈົດທະບຽນບັນລຸເກືອບ 39 ລ້ານໂດລາສະຫະລັດ. ຫຼາຍກຸ່ມບໍລິສັດແຖວໜ້າຂອງຝລັ່ງ, ຄື: Airbus, Thales, EDDF... ປາດຖະໜາຢາກມາລົງທຶນຢູ່ຫວຽດນາມ, ພິເສດແມ່ນໃນຂົງເຂດພະລັງງານນິວເຄຼຍ, ພະລັງງານທົດແທນ, ພື້ນຖານໂຄງລ່າງຍຸດທະສາດ, ການຄົມມະນາຄົມຕົວເມືອງ, ທາງລົດໄຟ, ການບິນອາວະກາດ...

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ສະແດງໃຫ້ເຫັນຜ່ານກອງປະຊຸມເສນາທິການ, ເຈລະຈາຄວາມໝັ້ນຄົງ, ບຳລຸງສ້າງນາຍທະຫານ... ສິ່ງທີ່ເປັນໜ້າສົນໃຈ, ປີ 2024, ເປັນຄັ້ງທຳອິດທີ່ທ່ານລັດຖະມົນຕີກະຊວງກອງທັບຝລັ່ງ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ, ແມ່ນຂີດໝາຍສຳຄັນຢືນຢັນຄວາມປາດຖະໜາຂອງຝລັ່ງ ໃນເລື່ອງພ້ອມກັບຫວຽດນາມ “ປະລະອະດີດ, ມຸ່ງໄປເຖິງອະນາຄົດ”. ພ້ອມກັນນັ້ນ, ການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ-ກໍ່ສ້າງ, ສາທາລະນະສຸກ, ວິທະຍາສາດເຕັກນິກ... ໄດ້ດຳເນີນຢ່າງຟົດຟື້ນ ແລະນັບມື້ນັບພັດທະນາ.

ການຢ້ຽມຢາມຫວຽດນາມ ຂອງທ່ານ Emmanuel Macron ພ້ອມດ້ວຍພັນລະຍາ ສະແດງໃຫ້ເຫັນການຖືເປັນສຳຄັນຂອງ ຝລັ່ງ ຕໍ່ກັບຖານະບົດບາດ, ທີ່ຕັ້ງ ແລະການພົວພັນກັບຫວຽດນາມ-ຄູ່ຮ່ວມມືສຳຄັນຂອງຝລັ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະໃນຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ. ການຢ້ຽມຢາມກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຜັນຂະຫຍາຍປະສິດທິຜົນຈາກໝາກຜົນການຢ້ຽມຢາມ ຝລັ່ງ ໃນປີ 2024 ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ; ປະກອບສ່ວນຢັ້ງຢືນແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ.

ບົນພື້ນຖານດັ່ງກ່າວ, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງພະລັງແຮງນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຝລັ່ງ ຂຶ້ນລະດັບສູງໃໝ່, ພ້ອມທັງປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການຮ່ວມມືອາຊຽນ-ອີຢູ ເພື່ອສັນຕິພາບ, ວັດທະນາຖາວອນ ແລະການພັດທະນາຍືນຍົງຂອງໂລກ.

ໂດຍ: ແສງເດືອນ