ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍ, ຈຸດປະສົງການໄປປະຕິບັດງານຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ 2025?

ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ກອງປະຊຸມ WEF ທຽນຊີນ 2025 ແມ່ນເຫດການສໍາຄັນ, ມີຂອບຂະໜາດໃຫຍ່ຂອງ WEF, ໄດ້ຮັບຖືວ່າ ແມ່ນເວທີສົນທະນາຂອງບັນດາ “ຜູ້ນຳໜ້າ”, ເພື່ອແນໃສ່ຕີລາຄາ, ປຶກສາຫາລືບັນດາທ່າອ່ຽງໃໝ່, ບັນດາບັນຫາໃຫຍ່ທີ່ຕັ້ງຂຶ້ນຕໍ່ກັບເສດຖະກິດທົ່ວໂລກ, ຊຸກຍູ້ການຮ່ວມມືສາກົນ, ໂດຍສະເພາະແມ່ນການຮ່ວມມືພາກລັດ-ພາກເອກະຊົນ ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດ ແລະພັດທະນາແບບຍືນຍົງ. ການໄປປະຕິບັດງານຂອງທ່ານ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ 2025 ມີຄວາມໝາຍສໍາຄັນທີ່ສຸດ. ນີ້ແມ່ນປີທີ 3 ລຽນຕິດ, ຫວຽດນາມ ໄດ້ຮັບຄໍາເຊີນເຂົ້າຮ່ວມເວທີປາໄສຂອງບັນດາ “ຜູ້ນຳໜ້າ” ຈາກປະເທດເຈົ້າພາບ ຈີນ ແລະ WEF. ສິ່ງນີ້ຢັ້ງຢືນການຖືເປັນສຳຄັນຂອງ ຈີນ ຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ, ການຕີລາຄາສູງຂອງປະຊາຄົມສາກົນກ່ຽວກັບຜົນງານແຫ່ງການພັດທະນາ, ບັນດາການກຳນົດທິດພັດທະນາຍຸດທະສາດ ກໍ່ຄື ຄວາມສາມາດບົ່ມຊ້ອນ, ຖານະທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ສຳລັບຄວາມໝາຍດັ່ງກ່າວ, ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທີ່ກອງປະຊຸມ WEF ທຽນຊີນ 2025 ສະແດງໃຫ້ເຫັນການຖືເປັນສໍາຄັນ ແລະການສະໜັບສະໜູນຢ່າງແຮງຂອງຫວຽດນາມ ຕໍ່ກັບປະເທດເຈົ້າພາບ ຈີນ, ຜ່ານນັ້ນປະກອບສ່ວນສືບຕໍ່ຊຸກຍູ້ທ່າພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດ. ນີ້ແມ່ນໂອກາດສຳຄັນ ເພື່ອໃຫ້ຫວຽດນາມ ສືບຕໍ່ເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນ, ຊຸກຍູ້ມາດຕະການສຳລັບບັນຫາເສດຖະກິດ, ພັດທະນາຂອງພາກພື້ນ ແລະໂລກ, ຜ່ານນັ້ນສືບຕໍ່ຢັ້ງຢືນຖານະທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ; ສົ່ງສານມາຍັງປະຊາຄົມສາກົນ ກ່ຽວກັບເປົ້າໝາຍ, ວິໄສທັດ, ການກຳນົດທິດພັດທະນາຂອງຫວຽດນາມ, ພິເສດແມ່ນແຜນນະໂຍບາຍໃຫຍ່ຂອງຫວຽດນາມ ເພື່ອກ້າວເຂົ້າສູ່ສັງກາດພັດທະນາໃໝ່.

ທ່ານ ຟ້າມມິງຈິ໊ງ ກໍ່ຈະມີຫຼາຍການພົບປະ, ເຈລະຈາກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ, ບັນດາກຸ່ມບໍລິສັດແຖວໜ້າ ເພື່ອແນໃສ່ຍູ້ແຮງການຮ່ວມມືເສດຖະກິດ, ເປີດກວ້າງ, ຫັນຕະຫຼາດສົ່ງອອກເປັນຫຼາຍຮູບແບບ, ດຶງດູດການລົງທຶນ, ຊຸກຍູ້ການຮ່ວມມືໃນຂົງເຂດຍຸດທະສາດໃໝ່, ດຶງດູດທຸກແຫຼ່ງກຳລັງເພື່ອແນໃສ່ຮັບໃຊ້ການປະຕິບັດເປົ້າໝາຍເຕີບໂຕ ແລະພັດທະນາປະເທດ.

ນັກຂ່າວ: ສະເໜີທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ຄວາມໝາຍ, ຈຸດປະສົງ ແລະແງ່ຫວັງຕໍ່ກັບການພົວພັນຫວຽດນາມ-ຈີນ ໃນການໄປປະຕິບັດງານ, ເຮັດວຽກຢູ່ ຈີນ ຄັ້ງນີ້ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ?

ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ສືບຕໍ່ຢືນຢັນວ່າ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າສຳລັບການກໍ່ສ້າງ ແລະພັດທະນາການພົວພັນອັນດີງາມກັບພັກ, ລັດຖະບານ ແລະປະຊາຊົນຈີນ, ເພື່ອຜົນປະໂຫຍດພື້ນຖານ, ຍາວນານຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຂອງໂລກ ແລະພາກພື້ນ. ການໄປປະຕິບັດງານຈະຊຸກຍູ້ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະແທດຈິງບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ (ເດືອນສິງຫາ ປີ 2024), ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ (ເດືອນເມສາ 2025).

ການນຳຂັ້ນສູງຂອງສອງຝ່າຍ ຈະແລກປ່ຽນບັນດາມາດຕະການສຳຄັນ ເພື່ອແນໃສ່ຊຸກຍູ້ຄວາມຄືບໜ້າໃໝ່ໃນຂົງເຂດຮ່ວມມືຍຸດທະສາດ, ຄື: ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ພື້ນຖານໂຄງລ່າງຍຸດທະສາດ, ເຊື່ອມຕໍ່ທາງລົດໄຟ, ການເງິນ-ເງິນຕາ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືດ້ານການຄ້າ, ການລົງທຶນ, ການຮ່ວມມືເສດຖະກິດຊາຍແດນ, ຜະລິດຕະພັນກະເສດ, ການທ່ອງທ່ຽວ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ຈະແລກປ່ຽນມາດຕະການຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລໃຫ້ເປັນຢ່າງດີ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ການໄປປະຕິບັດງານ, ເຮັດວຽກສອງຝ່າຍຢູ່ ຈີນ ໃນຄັ້ງນີ້ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຈະສືບຕໍ່ສ້າງພະລັງແຮງໃຫ້ແກ່ການຮ່ວມມືສອງຝ່າຍ, ຜ່ານນັ້ນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດ ສືບຕໍ່ພັດທະນາໃຫ້ນັບມື້ນັບໝັ້ນຄົງ, ປອດໃສ ແລະຍືນຍົງ.

ນັກຂ່າວ: ຂໍຂອບໃຈທ່ານນາງຮອງລັດຖະມົນຕີ!

ໂດຍ: ແສງເດືອນ