ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທໍາອິດຂອງປະມຸກລັດຮຸງກາຣີ ພາຍຫຼັງ 11 ປີ, ໄດ້ດຳເນີນໄປເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025).
ກ່ອນໜ້ານີ້ 75 ປີ, ຮຸງກາລີ ແມ່ນໜຶ່ງໃນ 10 ປະເທດທຳອິດໃນໂລກທີ່ຮັບຮອງ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ນັບແຕ່ນັ້ນມາ, ຮຸງກາຣີ ຍາມໃດກໍ່ໃຫ້ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າແກ່ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະໂຮມປະເທດຊາດເປັນເອກະພາບ. ໃນໄລຍະທາງ 3/4 ຂອງສະຕະວັດທີ່ຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະຮຸງກາຣີ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ.
ທາງດ້ານການເມືອງ-ການທູດ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ພິເສດແມ່ນຂັ້ນສູງ, ພົ້ນເດັ່ນແມ່ນການຢ້ຽມຢາມຮຸງກາຣີ ຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ (ປີ 2018), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ (ປີ 2024)… ແລະການຢ້ຽມຢາມ ຫວຽດນາມ ຂອງທ່ານ Orbán Viktor ນາຍົກລັດຖະມົນຕີ ຮຸງກາຣີ (ປີ 2017). ໃນປີ 2018, ເນື່ອງໃນໂອກາດທີ່ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໄປຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການນັ້ນ, ສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ນໍາ ຮຸງກາຣີ ກາຍເປັນຄູ່ຮ່ວມມືຮອບດ້ານທຳອິດຂອງຫວຽດນາມ ຢູ່ພາກພື້ນ ເອີຣົບຕາເວັນອອກກາງ. ກ່ອນໜ້ານັ້ນ, ໃນປີ 2017, ພັກກອມມູນິດຫວຽດນາມ ແລະພັກພັນທະມິດພົນລະເມືອງຮຸງກາຣີ (FIDESZ) ກຳອຳນາດໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ສ້າງຕັ້ງການພົວພັນລະຫວ່າງສອງພັກກຳອຳນາດຢ່າງເປັນທາງການ. ສອງປະເທດໄດ້ສົມທົບກັນຢ່າງເປັນປະຈໍາ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ ແລະອົງການຈັດຕັ້ງສາກົນ.
    |
 |
ທ່ານ Sulyok Tamás ປະທານາທິບໍດີ ຮຸງກາຣີ ແລະພັນລະຍາ ມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ. |
ທາງດ້ານເສດຖະກິດ-ການຄ້າ-ການລົງທຶນ, ຮຸງກາຣີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າໃຫຍ່ຂອງ ຫວຽດນາມ ຢູ່ພາກພື້ນ ເອີຣົບຕາເວັນອອກກາງ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຮຸງກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້. ເຖິງວ່າໄດ້ຮັບຜົນສະທ້ອນຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດທົ່ວໂລກກໍ່ຕາມ, ແຕ່ວົງເງິນການຄ້າລະຫວ່າງສອງປະເທດຍັງຮັກສາຈັງຫວະການເຕີບໂຕຢ່າງຕັ້ງໜ້າ, ໃນຊຸມປີຜ່ານມາລ້ວນແຕ່ບັນລຸປະມານ 1 ຕື້ ໂດລາສະຫະລັດ/ປີ . ຮຸງກາຣີ ແມ່ນປະເທດທີ່ສະໜອງສິນເຊື່ອບຸລິມະສິດຫຼາຍທີ່ສຸດໃຫ້ແກ່ຫວຽດນາມ ຢູ່ພາກພື້ນເອີຣົບຕາເວັນອອກກາງ, ຕົ້ນຕໍແມ່ນສຸມໃສ່ໂຄງການຄຸ້ມຄອງປະຊາກອນເອເລັກໂຕນິກ ແລະການສະໜອງນໍ້າສະອາດ; ແລະແມ່ນໜຶ່ງໃນບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ທີ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVIPA). ມາຮອດປະຈຸບັນ, ຮຸງກາຣີ ມີ 21 ໂຄງການ FDI ທີ່ຍັງມີຜົນສັກສິດຢູ່ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ 50,66 ລ້ານ ໂດລາສະຫະລັດ, ຢືນອັນດັບທີ 52 ໃນຈຳນວນ 149 ປະເທດ ແລະເຂດແຄ້ວນທີ່ມີການລົງທຶນໂດຍກົງຢູ່ ຫວຽດນາມ, ຕົ້ນຕໍແມ່ນບັນດາຂົງເຂດ, ຄື: ການປຸງແຕ່ງ, ຜະລິດ, ສື່ມວນຊົນ, ດຳເນີນທຸລະກິດອະສັງຫາລິມະຊັບ...
ຜ່ານການຜັນແປຫຼາຍຢ່າງຂອງສະພາບການ, ການຮ່ວມສຳພັນທາງປະຫວັດສາດທີ່ເລິກເຊິ່ງລະຫວ່າງສອງປະເທດ ແລະປະຊາຊົນສອງປະເທດຍັງແມ່ນພື້ນຖານທີ່ໝັ້ນຄົງໃຫ້ແກ່ການພົວພັນສອງຝ່າຍ. ໃນຫຼາຍທົດສະວັດຜ່ານມາ, ຮຸງກາຣີ ສວມບົດບາດສຳຄັນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຫວຽດນາມ, ພິເສດແມ່ນຂົງເຂດເຕັກນິກ, ການແພດ, ວິທະຍາສາດທຳມະຊາດ, ໄດ້ຊ່ວຍບຳລຸງສ້າງນັກຊ່ຽວຊານໃນລະດັບມະຫາວິທະຍາໄລ ແລະເໜືອມະຫາວິທະຍາໄລຢູ່ຫວຽດນາມ ກ່ວາ 4.000 ຄົນ. ປະຈຸບັນ, ຮຸງກາຣີ ແມ່ນປະເທດທີ່ໃຫ້ທຶນການສຶກສາແກ່ຫວຽດນາມ ຫຼາຍທີ່ສຸດຢູ່ພາກພື້ນເອີລົບຕາເວັນອອກກາງ, ດ້ວຍທຶນການສຶກສາ 200 ທຶນໃນແຕ່ລະປີ. ປະຊາຄົມຊາວຫວຽດນາມ ຢູ່ ຮຸງກາຣີ ມີປະມານ 6.000 ຄົນ ດຳລົງຊີວິດຕົ້ນຕໍແມ່ນຢູ່ນະຄອນຫຼວງ Budapest, ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນໄດ້ເປັນຢ່າງດີ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງປະເທດປະຈໍາຖິ່ນ.
ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ ຮຸງກາຣີ ແລະພັນລະຍາ ໄດ້ສະແດງໃຫ້ເຫັນວ່າ ຮຸງກາຣີ ຖືເປັນສໍາຄັນບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງ ຫວຽດນາມ ໃນພາກພື້ນ ແລະສາກົນ; ພ້ອມທັງແມ່ນການຢັ້ງຢືນຄຳໝັ້ນສັນຍາອັນແຮງກ້າຂອງສອງຝ່າຍໃນການຮັກສາ ແລະພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ຍູ້ແຮງ ແລະເຮັດໃຫ້ການພົວພັນສອງຝ່າຍກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າອີກ, ພິເສດແມ່ນເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ຮຸງກາລີ.
ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອກັບການຮ່ວມສຳພັນທາງປະຫວັດສາດອັນເລິກເຊິ່ງລະຫວ່າງສອງປະເທດ ແລະປະຊາຊົນສອງປະເທດ, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Sulyok Tamás ປະທານາທິບໍດີ ແລະ ພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ, ນຳການພົວພັນສອງຝ່າຍ ຫວຽດນາມ - ຮຸງກາຣີ ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ດ້ວຍຜົນງານອັນໃຫຍ່ຫຼວງກວ່າເກົ່າ.
ໂດຍ: ຈາງຫງວຽນ