ໃນຄາວຍັງມີຊີວິດຢູ່, ໂດຍເຫັນໄດ້ຄວາມທຸກຍາກລໍາບາກຂອງປະເທດຊາດ ເມື່ອປະເທດຊາດຕົກເຂົ້າສູ່ສະພາບການທຸກຍາກປາກໝອງເປັນຂ້າທາດ, ຊາວໜຸ່ມ ຫງວຽນເຕິດແທ່ງ - ຜູ້ນຳ ຫງວຽນອ໊າຍກວກ ໄດ້ສະຫຼະຊີວິດໄວໜຸ່ມທັງໝົດຂອງຕົນໄປຊອກຫາເສັ້ນທາງກູ້ຊາດ ແລະຊ່ວຍເຫຼືອປະຊາຊົນ.
ເພິ່ນໄດ້ເຂົ້າເຖິງລັດທິມາກ-ເລນິນ, ຊອກເຫັນເສັ້ນທາງຍາດເອົາເອກະລາດມາໃຫ້ຊົນຊາດ ແລະຄວາມຜາສຸກມາໃຫ້ປະຊາຊົນຢູ່ໃນທິດສະດີປັດຊະຍາວິທະຍາສາດ ແລະການປະຕິວັດຂອງຍຸກສະໄໝ. ຈາກນັ້ນ, ພາຍໃຕ້ຄັນທຸງການນຳພາຂອງພັກກອມມູນິດຫວຽດນາມ ໂດຍເພິ່ນສ້າງຕັ້ງ ແລະຝຶກຝົນຫຼໍ່ຫຼອມ, ການປະຕິວັດຫວຽດນາມ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກສິ່ງທ້າທາຍ ແລະອັນຕະລາຍຈົນນັບບໍ່ຖ້ວນ, ເດີນໜ້າຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ.
    |
 |
ປະທານ ໂຮ່ຈີມິນ. ພາບເອກະສານ |
ດ້ວຍສາຍຕາທາງການເມືອງທີ່ເໜືອຊັ້ນ, ກຳແໜ້ນກາລະໂອກາດ ແລະການຄາດຄະເນຄວາມກ້າວໜ້າຂອງການປະຕິວັດຢ່າງປີຊາສາມາດ, ເພິ່ນໄດ້ນຳພາທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຍາດໄດ້ໄຊຊະນະຢ່າງສະຫງ່າງາມໃນການລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ, ສ້າງຕັ້ງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ. ເພິ່ນແມ່ນຈິດວິນຍານຂອງການຕໍ່ສູ້ 9 ປີທີ່ຍືດເຍື້ອຍາວນານຂອງຊາດຫວຽດນາມ ແລະການຕໍ່ສູ້ປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ.
ໂດຍປະຕິບັດຄວາມຄາດຫວັງຂອງເພິ່ນ “ຫວຽດນາມ ເອກະລາດ, ອິດສະຫຼະພາບ, ຜາສຸກ, ປະຊາທິປະໄຕ, ສີວິໄລ, ໝັ້ນຄົງເຂັ້ມແຂງ”, ພັກໄດ້ລິເລີ່ມ ແລະນຳພາພາລະກິດປ່ຽນແປງໃໝ່, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດ. ຫວຽດນາມ ໄດ້ປະຕິບັດສໍາເລັດເປົ້າໝາຍສະຫັດສະວັດກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກກ່ອນກຳນົດ 10 ປີ. ພິເສດ, ແມ່ນປະຕິບັດຄວາມມຸ່ງມາດປາດຖະໜາຂອງເພິ່ນກ່ຽວກັບປະເທດຮັ່ງມີ, ເຂັ້ມແຂງ, “ທຽບເທົ່າກັບປະເທດມະຫາອໍານາດໃນ 5 ທະວີບ”, ທັງລະບົບການເມືອງພວມມານະພະຍາຍາມປະຕິບັດໃຫ້ສໍາເລັດພາລະກິດປະຕິວັດປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ປັບປຸງລະບອບລະບຽບການໃຫ້ສົມບູນແບບ; ປະຕິບັດວຽກງານຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໃຫ້ເປັນຢ່າງດີ; ປະຕິບັດບັນດາເປົ້າໝາຍພັດທະນາຢ່າງບຸກທະລຸກ່ຽວກັບເສດຖະກິດ-ສັງຄົມ, ນັ້ນແມ່ນການເຕີບໂຕ 8% ຂຶ້ນໄປໃນປີ 2025, ໃຫ້ມີການເຕີບໂຕສອງຕົວເລກຢ່າງຕໍ່ເນື່ອງໃນໄລຍະ 2026-2030.
ທຸກໆໄຊຊະນະ ແລະທຸກໆບາດກ້າວເດີນຂອງການປະຕິວັດຫວຽດນາມ ລ້ວນແຕ່ຕິດພັນກັບຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ - ການນຳຜູ້ທີ່ຍິ່ງໃຫຍ່ຂອງພັກ ແລະປະຊາຊົນຫວຽດນາມ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ດີເລີດຂອງຫວຽດນາມ, ນັກຮົບປະຕິວັດທີ່ປີຊາສາມາດຂອງຂະບວນການກອມມູນິດສາກົນຍາມໃດກໍ່ລຽບງ່າຍ, ທຳມະດາ ແຕ່ວ່າເລິກເຊິ່ງ.
ກອງທັບປະຊາຊົນຫວຽດນາມ ໄດ້ຮັບການສ້າງຕັ້ງຈາກພັກ ແລະລຸງໂຮ່ ທີ່ແສນເຄົາລົບຮັກ, ກວ່າ 80 ປີທີ່ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຍາມໃດກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງວ່າເປັນກອງທັບທີ່ຈົງຮັກພັກດີຕໍ່ພັກ ແລະກະຕັນຍູຕໍ່ປະຊາຊົນ. ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດໂຮ່ຈີມິນ, ກອງທັບບັນລຸໄດ້ຫຼາຍຜົນງານດີເດັ່ນ, ສ້າງການປ່ຽນແປງຢ່າງໜັກແໜ້ນ, ຄົບຊຸດໃນທຸກຂົງເຂດວຽກງານ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນຫຼວງ, ຍອດຢ້ຽມ ແລະທັນສະໄໝ.
ປະທານໂຮ່ຈີມິນ ຍາມໃດກໍ່ຢູ່ໃນດວງໃຈຂອງຊາວຫວຽດນາມ ທຸກຄົນ. ສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ, ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມ ໄດ້ໃຫ້ຄຳໝັ້ນໝາຍ, ປະຕິຍານຕົນວ່າ ຈະຈົງຮັກພັກດີ ແລະສືບຕໍ່ພາລະກິດປະຕິວັດອັນຍິ່ງໃຫຍ່ທີ່ພັກ ແລະລຸງໂຮ່ ໄດ້ເລືອກ; ຢຶດໝັ້ນ, ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ; ເສີມຂະຫຍາຍນ້ຳໃຈຮັກຊາດ, ນ້ຳໃຈ “ເປັນເຈົ້າຕົນເອງ, ເຊື່ອໝັ້ນຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອກອ້າງທະນົງໃຈຂອງຊາດ” ຢ່າງແຂງແຮງ, ກຳລັງແຮງແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດພັດທະນາໃຫ້ຮັ່ງມີ, ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ.
ໂດຍ: ທະນາພອນ