ການຢ້ຽມຢາມມີຄວາມໝາຍພິເສດທີ່ສຸດເມື່ອນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ໄທ ນັບແຕ່ດຳລົງຕຳແໜ່ງ, ເປັນຄັ້ງທຳອິດທີ່ທ່ານນາງ ນາຍົກລັດຖະມົນຕີ ໄທ ຢ້ຽມຢາມ ຫວຽດນາມ ພາຍຫຼັງເວລາກວ່າໜຶ່ງທົດສະວັດ, ພ້ອມທັງແມ່ນກອງປະຊຸມຄະນະລັດຖະບານຮ່ວມ ຄັ້ງທຳອິດຂອງນາຍົກລັດຖະມົນຕີສອງປະເທດ ພາຍຫຼັງເວລາກວ່າ 9 ປີ. ສິ່ງນີ້ໄດ້ສະແດງອອກໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ແລະໄທ ຕໍ່ກັບການພົວພັນສອງຝ່າຍ.
ເມື່ອຫວນຄືນປະຫວັດສາດ, ຫວຽດນາມ ແລະໄທ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນເດືອນ 8-1976. ພາຍຫຼັງທີ່ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ໃນປີ 1995, “ຊາຍຄາລວມ” ໄດ້ເສີມກໍາລັງໜູນໃຫ້ການພົວພັນຫວຽດນາມ-ໄທ ຈະເລີນເຕີບໂຕ. ຫວຽດນາມ ແລະໄທ ກາຍເປັນສອງປະເທດສະມາຊິກອາຊຽນ ທຳອິດທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດນຳກັນໃນປີ 2013 ກ່ອນທີ່ເປັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຄືໃນປະຈຸບັນ.
ໂດຍບໍ່ຫົວຊາຕໍ່ການຜັນແປຂອງປະຫວັດສາດ ແລະການເວລາ, ພາຍຫຼັງເວລາເກືອບ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະກວ່າ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນຫວຽດນາມ-ໄທ ໄດ້ມີບາດກ້າວພັດທະນາຢ່າງກ້າວກະໂດດຂັ້ນບົນພື້ນຖານເຄົາລົບ, ໄວ້ເນື້ອເຊື່ອໃຈ, ເຂົ້າອົກເຂົ້າໃຈກັນ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ. ບັນດາການນຳສອງປະເທດ ລ້ວນແຕ່ຢັ້ງຢືນການຖືເປັນສຳຄັນ ແລະຄວາມຕັດສິນໃຈພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະແທດຈິງ.
    |
 |
ພິທີຕ້ອນຮັບທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ຢູ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສຳນັກຂ່າວສານຫວຽດນາມ |
ໃນຊຸມປີຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງດ້ວຍບັນດາການເຄື່ອນໄຫວພົບປະຂັ້ນສູງ, ບັນດາກົນໄກສອງຝ່າຍໄດ້ດຳເນີນເປັນປົກກະຕິ, ມີປະສິດທິຜົນ. ພັກກອມມູນິດຫວຽດນາມ ໄດ້ຮັກສາການພົວພັນຄູ່ຮ່ວມມືອັນດີງາມກັບບັນດາພັກການເມືອງໃຫຍ່ຢູ່ໄທ, ໃນນັ້ນມີ ພັກເພື່ອໄທ (Pheu Thai) ກໍາອໍານາດ. ຫວຽດນາມ ແລະໄທ ພວມປະຕິບັດໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີຫວຽດນາມ - ໄທ ໄລຍະ 2022-2027 ຢ່າງມີປະສິດທິຜົນ. ໃນຂະນະນັ້ນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການປັບປຸງ, ການຮ່ວມມືດ້ານເສດຖະກິດຖືວ່າແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ. ປະຈຸບັນ, ໄທ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ໃນອາຊຽນ ແລະແມ່ນນັກລົງທຶນເຂົ້າຫວຽດນາມ ໃຫຍ່ທີ 9. ການຮ່ວມມືຂອງທ້ອງຖິ່ນໄດ້ເປີດກວ້າງດ້ວຍຫຼາຍຄູ່ແຂວງ, ນະຄອນຂອງສອງປະເທດ ໄດ້ເຊັນຂໍ້ຕົກລົງຮ່ວມມື ແລະແຮກສ່ຽວນຳກັນ.
ການຮ່ວມມືໃນຂົງເຂດສຳຄັນອື່ນ, ຄື: ແຮງງານ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ... ບັນລຸໄດ້ຫຼາຍໝາກຜົນທີ່ໜ້າຮັບຮູ້. ພິເສດ, ລັດຖະບານໄທ ໄດ້ອຳນວຍຄວາມສະດວກໃຫ້ແກ່ການອະນຸລັກຮັກສາ ແລະພັດທະນາບັນດາສະຖານທີ່ວັດທະນະທຳ, ສາສະໜາຂອງປະຊາຄົມຊາວຫວຽດນາມ, ໃນນັ້ນມີບັນດາເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ, ຄຸ້ມຖະໜົນຫວຽດນາມ ທຳອິດຢູ່ໃນໂລກທີ່ອຳນາດການປົກຄອງປະເທດປະຈຳຖິ່ນ ໄດ້ຮັບຮອງເອົາຢູ່ແຂວງ ອຸດອນທານີ, ອຳນວຍຄວາມສະດວກໃຫ້ປະຊາຄົມຊາວຫວຽດນາມ ກວ່າ 100.000 ຄົນເຂົ້າຮ່ວມຊີວິດດ້ານການເມືອງ, ເສດຖະກິດ, ສັງຄົມຂອງໄທ, ກາຍເປັນຂົວຕໍ່ສຳຄັນຂອງນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. ຫວຽດນາມ ແລະໄທ ໄດ້ສົມທົບຫຼັກໝັ້ນຢູ່ເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນຢູ່ອາຊຽນ, ສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ...
ເມື່ອຫວນຄືນຜົນງານທີ່ບັນລຸໄດ້ໃນຕະຫຼອດໄລຍະທາງເກືອບເຄິ່ງສະຕະວັດຜ່ານມາ, ພວກເຮົາ ເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສຂອງການພົວພັນຫວຽດນາມ-ໄທ ພາຍໃຕ້ “ຊາຍຄາລວມ” ອາຊຽນ. ການຢ້ຽມຢາມຫວຽດນາມ ຂອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ຈະປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາວັດທະນາຖາວອນຢູ່ພາກພື້ນ.
ໂດຍ: ແສງເດືອນ