ໄຊຊະນະດັງກ້ອງກັນວານຂອງກອງທັບແດງໂຊວຽດ ແລະບັນດາປະເທດພັນທະມິດຕໍ່ຟາດຊິດເຢຍລະມັນ ໄດ້ກ້າວເຂົ້າສູ່ປະຫວັດສາດໂລກປຽບເໝືອນດັ່ງຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນສະຕະວັດທີ 20, ສ້າງປະຖົມປັດໄຈສຳຄັນສິ້ນສຸດສົງຄາມໂລກ ຄັ້ງທີ 2 - ສົງຄາມ ທີ່ດຸເດືອດທີ່ສຸດ, ນອງເລືອດທີ່ສຸດ ແລະກໍ່ຄວາມເຈັບປວດທີ່ສຸດໃນປະຫວັດສາດມວນມະນຸດ.

ຫວນຄືນປະຫວັດສາດ, ການສ້າງຕັ້ງພັນທະມິດຕ້ານຟາດຊິດ ແມ່ນສັນຍາລັກອັນສະຫວ່າງສະໄຫວສຳລັບກຳລັງແຮງສາມັກຄີຂອງບັນດາຊົນຊາດ, ເຖິງວ່າມີຄວາມແຕກຕ່າງກັນທາງດ້ານອຸດົມການກໍ່ຕາມ, ແຕ່ກໍ່ໄດ້ພ້ອມກັນສ້າງຕັ້ງພັນທະມິດທັບມ້າງ, ທຳລາຍຫາຍຍະນະຂອງລັດທິຟາດຊິດ. ນັ້ນແມ່ນການຕັດສິນໃຈທີ່ຖືກຕ້ອງ ເຊິ່ງມາຮອດປະຈຸບັນ, ບໍ່ມີປະເທດໃດ ແລະບຸກຄົນໃດສາມາດປະຕິເສດໄດ້, ຍ້ອນວ່າໄຊຊະນະນັ້ນໄດ້ກາຍເປັນອະນຸສາວະລີອັນໃສແຈ້ງໃຫ້ແກ່ອະນາຄົດຂອງມວນມະນຸດ.

ການທັບມ້າງ, ທຳລາຍລັດທິຟາດຊິດ ໃນສະຕະວັດທີ 20 ໄດ້ປ່ຽນແປງໂລກ, ແມ່ນປະຖົມປັດໄຈໃຫ້ຜົນສຳເລັດຂອງຫຼາຍການປະຕິວັດປົດປ່ອຍຊາດ, ຕໍ່ສູ້ເພື່ອປະຊາທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ. ປະຊາຊົນບັນດາປະເທດທີ່ເປັນຫົວເມືອງຂຶ້ນ ໃນທົ່ວໂລກໄດ້ລຸກຮື້ຂຶ້ນຕ້ານລັດທິຈັກກະພັດ, ພວກລ່າເມືອງຂຶ້ນ, ຍາດເອົາເອກະລາດ. ໄດ້ຕໍ່ກຳລັງຈາກໄຊຊະນະປະຫວັດສາດນັ້ນ, ປະຊາຊົນຫວຽດນາມ, ພາຍໃຕ້ການນຳພາຂອງພັກ ແລະປະທານໂຮ່ຈີມິນ, ໄດ້ສາມັກຄີ, ຮ່ວມແຮງຮ່ວມໃຈ, ດຳເນີນການລຸກຮື້ຂຶ້ນຍາດເອົາອຳນາດການປົກຄອງ, ຍາດເອົາໄຊຊະນະອັນສະຫງ່າລາສີຂອງການປະຕິວັດເດືອນສິງຫາ ປີ 1945, ສ້າງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ເປີດສັງກາດເອກະລາດ, ເສລີພາບ ແລະສັງຄົມນິຍົມ.

leftcenterrightdel
ນັກຮົບກອງທັບແດງ ປັກທຸງໄຊຊະນະຢູ່ຫໍສະພາແຫ່ງຊາດເຢຍລະມັນ, ຕອນບ່າຍວັນທີ 30 ເມສາ 1945. ພາບ: Getty Images

ພ້ອມກັນນັ້ນ, ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ຍັງສ້າງພື້ນຖານໃຫ້ກົນໄກຮ່ວມມືຫຼາຍຝ່າຍໃນໂລກປະຈຸບັນ, ພົ້ນເດັ່ນທີ່ສຸດແມ່ນການກຳເນີດສະຫະປະຊາຊາດ ດ້ວຍບັນດາຫຼັກການພົວພັນສາກົນຄືເຄົາລົບສິດສະເໝີພາບ, ສິດຕັດສິນໃຈເອງລະຫວ່າງບັນດາປະເທດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ... ປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເປັນລະບຽບໃນໂລກ.

ທຸກປີ, ເມື່ອຮອດຊຸມວັນເດືອນພຶດສະພາ, ຢູ່ຫຼາຍປະເທດໄດ້ດຳເນີນຫຼາຍກິດຈະກຳສະເຫຼີມສະຫຼອງວັນໄຊຊະນະຟາດຊິດ ປຽບເໝືອນໂອກາດເພື່ອຫວນຄືນບົດເພງອະມະຕະຂອງປະຫວັດສາດຢູ່ໃນສະຕະວັດທີ 20, ເຊີດຊູການປະກອບສ່ວນ, ການເສຍສະຫຼະຊີວິດເລືອດເນື້ອອັນໃຫຍ່ຫຼວງຂອງກຳລັງປະຊາທິປະໄຕ ແລະສັນຕິພາບ, ໃນນັ້ນມີກອງທັບ ແລະປະຊາຊົນໂຊວຽດ ໃນການປົດປ່ອຍມວນມະນຸດໃຫ້ຫຼຸດພົ້ນອອກຈາກໂສກນາດຕະກຳຟາດຊິດ, ນຳເອົາສັນຕິພາບມາໃຫ້ໂລກ.

ດ້ວຍຄວາມເປັນກຽດ ແລະເອກອ້າງທະນົງໃຈແທ້ໆໃນການຕໍ່ສູ້ຕ້ານຟາດຊິດ ໃນໄລຍະກ່ອນໄດ້ມີບັນດານັກຮົບອາສາສະໝັກຫວຽດນາມ ເຂົ້າຮ່ວມການຕໍ່ສູ້ປົກປັກຮັກສາ ມົດສະກູ ປີ 1941, ຫຼາຍຄົນໃນຈຳນວນນັ້ນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ, ປະເລືອດເນື້ອຢູ່ດິນແດນປະເທດລັດເຊຍ ວິລະຊົນ.

ປະຈຸບັນ, ລັດທິຟາດຊິດ ເກົ່າບໍ່ມີແລ້ວ, ສັນຕິພາບ, ການຮ່ວມມື ແລະການພັດທະນາໄດ້ກາຍເປັນກະແສຕົ້ນຕໍຂອງຍຸກສະໄໝ. ເຖິງຢ່າງໃດກໍ່ຕາມ, ສັນຍານເຕືອນໄພອັນຕະລາຍໄດ້ດັງຂຶ້ນສຳລັບມວນມະນຸດ ເມື່ອມີໂລກຊະນິດໃໝ່ເກີດຂຶ້ນຢູ່ໃນໂລກນັ້ນແມ່ນລັດທິຟາດຊິດໃໝ່, ລັດທິຫົວຮຸນແຮງ, ການຈຳແນກເຊື້ອຊາດຜິວພັນ... ຜົນຮ້າຍຕາມມາຂອງມັນແມ່ນຂາດສະຖຽນລະພາບ, ການປະທະກັນ, ສົງຄາມ, ຄວາມເຈັບປວດຢູ່ຫຼາຍບ່ອນໃນໂລກ ເຊິ່ງມວນມະນຸດທີ່ຮັກຫອມສັນຕິພາບຕ້ອງສືບຕໍ່ສາມັກຄີ ແລະຕໍ່ສູ້ເພື່ອທຳລາຍມັນ. ບັນດາບົດຮຽນເລືອດເນື້ອກ່ຽວກັບການຕໍ່ສູ້ຕ້ານລັດທິຟາດຊິດ ໃນໄລຍະກ່ອນຍັງມີຄຸນຄ່າເໝືອນເດີມຕໍ່ກັບໂລກໃນໄລຍະປະຈຸບັນ.

ບົດຮຽນປະຫວັດສາດຍາມໃດກໍ່ຕ້ອງທຳລາຍລັດທິຟາດຊິດ ໃຫ້ເຖິງກົກເຖິງຮາກຂອງມັນຍັງມີຄຸນຄ່າເໝືອນເດີມ. ເນື່ອງໃນໂອກາດນີ້, ພວກເຮົາພ້ອມກັນຫວນຄືນປະຫວັດສາດເພື່ອບໍ່ໃຫ້ລືມໂທດກຳຂອງລັດທິຟາດຊິດ, ເພື່ອບໍ່ໃຫ້ປະຫວັດສາດເສົ້າໝອງກັບຕ່າວຄືນມາໃນສັງຄົມຂອງມວນມະນຸດທີ່ກ້າວໜ້າ.

ໂດຍ: ແສງເດືອນ