ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Évariste Ndayishimiye ແລະພັນລະຍາ ເປັນຂີດໝາຍສຳຄັນໃນການພົວພັນສອງປະເທດເມື່ອນີ້ເປັນຄັ້ງທຳອິດທີ່ປະມຸກລັດ ບູຣຸນດີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະການຢ້ຽມຢາມໄດ້ດຳເນີນໄປກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ບູຣຸນດີ (16-4-1975 / 16-4-2025).

ການຢ້ຽມຢາມກໍ່ສອດຄ່ອງກັບແຜນນະໂຍບາຍຂອງຫວຽດນາມ ໃນການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ແຜນຮ່າງ “ພັດທະນາການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດພາກພື້ນຕາເວັນອອກກາງ-ອາຟະລິກາ ໄລຍະ 2016-2025” ແລະແຜນຮ່າງ “ພັດທະນາການພົວພັນ ຫວຽດນາມ ແລະສະຫະພັນອາຟະລິກາ ໄລຍະ 2021-2025”. ພ້ອມທັງ, ຢືນຢັນແຜນນະໂຍບາຍຂອງຫວຽດນາມ ຢາກຊຸກຍູ້ການພົວພັນ, ແບ່ງປັນບົດຮຽນພັດທະນາກັບບັນດາປະເທດເພື່ອນມິດຢູ່ອາຟະລິກາ, ໃນນັ້ນມີ ບູຣຸນດີ, ກໍ່ຄືເພີ່ມທະວີການສົມທົບ, ສະໜັບສະໜູນລະຫວ່າງສອງປະເທດຢູ່ເວທີປາໄສຫຼາຍຝ່າຍ.

leftcenterrightdel
ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຕ້ອນຮັບທ່ານປະທານາທິບໍດີ ບູຣຸນດີ Évariste Ndayishimiye ແລະພັນລະຍາຢູ່ສະໜາມບິນສາກົນໂນ້ຍບ່າຍ. ພາບ: ສໍານັກຂ່າວສານຫວຽດນາມ

ເຖິງວ່າຍັງບໍ່ທັນໄດ້ເປີດອົງການຜູ້ຕາງໜ້າທາງການທູດກໍ່ຕາມ, ແຕ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນໃນນໍ້າໃຈເພື່ອນມິດລະຫວ່າງຫວຽດນາມ ແລະບູຣຸນດີ ໄດ້ ແລະພວມໄດ້ຮັບການເກີດດອກອອກຜົນຜ່ານການຮ່ວມມືທີ່ນັບມື້ນັບແທດຈິງ. ຜ່ານໄລຍະທາງເຄິ່ງສັດຕະວັດແລ້ວ, ມາຮອດປະຈຸບັນ, ຫວຽດນາມ ແລະບູຣຸນດີ ໄດ້ຮັກສາການພົວພັນມິດຕະພາບອັນດີງາມໃນຊ່ອງທາງພັກ ແລະລັດ. ການນຳບູຣຸນດີ ຖືຫວຽດນາມ ເປັນແບບຢ່າງໃນການຕໍ່ສູ້ປົດປ່ອຍຊາດ ກໍ່ຄືໃນການກໍ່ສ້າງ ແລະພັດທະນາປະເທດຊາດ. ໃນໄລຍະມໍ່ໆມານີ້, ຫວຽດນາມ ແລະບູຣຸນດີ ໄດ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ. ໂຄງການຮ່ວມທຸລະກິດໂທລະຄົມມະນາຄົມ Lumitel ຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ຢູ່ບູຣຸນດີ ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນໃນການພົວພັນຮ່ວມມືດ້ານເສດຖະກິດສອງຝ່າຍ. ປະຈຸບັນ Lumitel ແມ່ນບໍລິສັດເຄືອຂ່າຍໂທລະຄົມມະນາຄົມທີ່ມີອັດຕາສ່ວນຕະຫຼາດໃຫຍ່ທີ່ສຸດ, ແມ່ນວິສາຫະກິດເສຍພາສີໃຫຍ່ອັນດັບສອງ ແລະໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ບູຣຸນດີ. ການນຳບູຣຸນດີ ຕີລາຄາສູງບົດບາດຂອງ Lumitel ທີ່ເປັນຂົວຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ.

ປະຈຸບັນ, ອາຟະລິກາ ພວມພົ້ນເດັ່ນແມ່ນເຂດພັດທະນາຢ່າງຂະຫຍັນຂັນເຄື່ອນດ້ວຍຖານະບົດບາດນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ພິເສດ, ສຳລັບຫຼາຍປະເທດອາຟະລິກາ ເວົ້າລວມ, ຫວຽດນາມ ຍາມໃດກໍ່ຖືເປັນແບບຢ່າງເພື່ອຮໍ່າຮຽນ, ແບ່ງປັນບົດຮຽນໃນການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງວ່ອງໄວ ແລະປະສົບຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ, ບູຣຸນດີ ກໍ່ໄດ້ປະຕິບັດແນວທາງຫັນການພົວພັນທີ່ຫຼາກຫຼາຍຮູບແບບໃຫ້ປະກົດຜົນເປັນຈິງ ແລະປະຈຸບັນແມ່ນສະມາຊິກຂອງຫຼາຍອົງການຈັດຕັ້ງສາກົນ ແລະພາກພື້ນທີ່ສຳຄັນ. ສະພາບການຕົວຈິງດັ່ງກ່າວ, ພ້ອມກັບພື້ນຖານແມ່ນສາຍພົວພັນເພື່ອນມິດທີ່ເປັນມູນເຊື້ອ, ຫວຽດນາມ ແລະບູຣຸນດີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນຫຼາຍຂົງເຂດ, ທັງສອງຝ່າຍ ແລະຫຼາຍຝ່າຍ. ການແຕ່ງຕັ້ງຫົວໜ້າສະຖານກົງສູນກິດຕິມະສັກ ປະຈຳ ຢູ່ບູຣຸນດີ ໃນປີ 2024 ແມ່ນ ພະຍານຫຼັກຖານທີ່ສະແດງໃຫ້ເຫັນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

ບົນພື້ນຖານການພົວພັນມິດຕະພາບອັນດີງາມທີ່ໄດ້ຮັບການຝຶກຝົນຫຼໍ່ຫຼອມໃນຕະຫຼອດ 50 ປີຜ່ານມາ, ດ້ວຍແຜນນະໂຍບາຍ ແລະຕັດສິນໃຈດ້ານການເມືອງຂອງການນຳສອງປະເທດ, ດ້ວຍແຫຼ່ງກຳລັງ ແລະຄວາມສາມາດບົ່ມຊ້ອນໃນການຮ່ວມມື, ພວກເຮົາເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ-ບູຣຸນດີ ຈະພັດທະນາໃນຫຼາຍຂົງເຂດ, ປະກອບສ່ວນຫັນຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ປະກົດເປັນຈິງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນ ແລະການພັດທະນາລວມຂອງສອງພາກພື້ນ. ອວຍພອນໃຫ້ການຢ້ຽມຢາມຂອງທ່ານປະທານາທິບໍດີ Évariste Ndayishimiye ແລະພັນລະຍາ ປະສົບຜົນສຳເລັດຢ່າງຈົບງາມ, ສ້າງກໍາລັງໜູນ “ເປີດຂໍກະແຈ” ແຫ່ງຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງຫວຽດນາມ ແລະບູຣຸນດີ.

ໂດຍ: ເຈິ່ນຮວ່ຽນ