ວັນທີ 23 ກຸມພາ 1976 ໄດ້ກາຍເປັນຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ ເອທິໂອບີ ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດສອງຝ່າຍຢ່າງເປັນທາງການ. ຜ່ານການເວລາເກືອບ 50 ປີ, ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດຍັງຢູ່ໃນທ່າພັດທະນາທີ່ຕັ້ງໜ້າ. ພັກກອມມູນິດຫວຽດນາມ ມີການພົວພັນອັນດີງາມກັບພັກວັດທະນາຖາວອນ (ເຊິ່ງແມ່ນພັກກຳອຳນາດ) ແລະແນວໂຮມປະຊາທິປະໄຕປະຕິວັດປະຊາຊົນ ເອທິໂອບີ (ຄົງຕົວມາແຕ່ປີ 1988 ເຖິງປີ 2019) ຂອງ ເອທິໂອບີ. ການນຳຂັ້ນສູງຂອງສອງພັກໄດ້ໄປຢ້ຽມຢາມຖາມຂ່າວ, ອວຍພອນເຊິ່ງກັນ ແລະກັນ ເນື່ອງໃນໂອກາດຈັດຕັ້ງກອງປະຊຸມໃຫຍ່ຂອງແຕ່ລະຝ່າຍເປັນປະຈຳ. ຫວຽດນາມ ເຄີຍເປີດສະຖານທູດ ປະຈຳ ຢູ່ Addis Ababa ໃນໄລຍະປີ 1978-1992 ແລະປະຈຸບັນ, ສະຖານທູດຫວຽດນາມ ປະຈຳ Tanzania ຮັບຜິດຊອບທັງ ເອທິໂອບີ, ສະຖານທູດ ເອທິໂອບີ ປະຈຳ ສ. ເກົາຫຼີ ຮັບຜິດຊອບທັງຫວຽດນາມ. ສອງປະເທດກໍ່ສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະບັນດາອົງການຈັດຕັ້ງສາກົນຢ່າງເປັນປົກກະຕິ.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຫວຽດນາມ ແລະເອທິໂອບີ ເຖິງວ່າໄດ້ຮັບການຕີລາຄາວ່າຍັງຈຳກັດຢູ່ກໍຕາມ, ແຕ່ວ່າເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ເອທິໂອບີ ຮັບຮູ້ພື້ນຖານເສດຖະກິດຕະຫຼາດຂອງຫວຽດນາມ ແຕ່ປີ 2024; ວົງເງິນການຄ້າສອງສົ້ນຂອງສອງປະເທດໃນໄລຍະ 4 ປີມໍ່ໆມານີ້ໄດ້ຮັບການຮັກສາຢູ່ໃນລະດັບ 10-15 ລ້ານໂດລາສະຫະລັດ/ປີ. ປີ 2024, ວົງເງິນການຄ້າສອງຝ່າຍບັນລຸ 13,1 ລ້ານໂດລາສະຫະລັດ/ປີ (ໃນນັ້ນການສົ່ງອອກຂອງຫວຽດນາມ ບັນລຸ 7,11 ລ້ານໂດລາສະຫະລັດ ແລະການນຳເຂົ້າບັນລຸ 6,06 ລ້ານໂດລາສະຫະລັດ). ຫວຽດນາມ ສົ່ງອອກຕົ້ນຕໍແມ່ນເຄື່ອງກົນຈັກ, ເຄື່ອງອາໄຫຼ່, ເສັ້ນຝ້າຍ, ເສັ້ນໄຍຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນທາດເຄມີ ແລະນຳເຂົ້າຕົ້ນຕໍແມ່ນວັດຖຸດິບຕ່ຳແຜ່ນຕັດຫຍິບ, ເກີບໜັງ, ກາເຟປະເພດຕ່າງໆຈາກ ເອທິໂອບີ. ໃນຂົງເຂດການລົງທຶນ, ບໍລິສັດ MK Group ແມ່ນວິສາຫະກິດຫວຽດນາມ ໜຶ່ງດຽວທີ່ມີໂຄງການລົງທຶນຮ່ວມທຸລະກິດໃນຂົງເຂດຜະລິດບັດອັດສະລິຍະຢູ່ ເອທິໂອບີ ດ້ວຍເງິນທຶນປະກອບ 60% ແລະພວມຊຸກຍູ້ຮ່ວມມືໃນຂົງເຂດຄວາມປອດໄພດ້ານໄຊເບີ, ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ເພື່ອຮັບໃຊ້ຈຸດປະສົງການປ້ອງກັນຊາດ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Abiy Ahmed Ali ນາຍົກລັດຖະມົນຕີເອທິໂອບີ ແລະພັນລະຍາ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ສຳນັກຂ່າວສານຫວຽດນາມ

ການຢ້ຽມຢາມຫວຽດນາມ ຂອງທ່ານ Abiy Ahmed Ali ແມ່ນການຢ້ຽມຢາມ ຄັ້ງທຳອິດຂອງການນຳຂັ້ນສູງ ເອທິໂອບີ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດ, ກໍ່ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງທຳອິດ ລະຫວ່າງສອງປະເທດ ພາຍຫຼັງເວລາ 7 ປີ. ທ່ານ Abiy Ahmed Ali ແມ່ນຜູ້ທີ່ມີອາລົມຈິດກັບຫວຽດນາມ. ໃນການພົບປະກັບການນໍາ ຫວຽດນາມ, ທ່ານ Abiy Ahmed Ali ຍາມໃດກໍ່ສະແດງຄວາມນິຍົມນັບຖືປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງຫວຽດນາມ; ຕີລາຄາສູງບັນດາຜົນງານສຳຄັນຂອງຫວຽດນາມ ໃນກິດຈະການສ້າງສາ, ພັດທະນາປະເທດຊາດ ແລະຢັ້ງຢືນການຖືເປັນສຳຄັນ, ຄວາມປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ.

ການຢ້ຽມຢາມໄດ້ພິສູດໃຫ້ເຫັນຄວາມປາດຖະໜາຂອງສອງຝ່າຍເພື່ອແນໃສ່ນຳການພົວພັນຫວຽດນາມ-ເອທິໂອບີ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີປະສິດທິຜົນ, ແທດຈິງກວ່າ, ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ, ໃນນັ້ນມີການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຊຸກຍູ້ການຮ່ວມມືໃນຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນ, ຄື: ສະບຽງອາຫານ, ສິນໃນນ້ຳ, ການຢາ, ຜະລິດຕະພັນ Halal, ຜະລິດຕະພັນຕໍ່າແຜ່ນຕັດຫຍິບ, ໂທລະຄົມມະນາຄົມ, ຫັນປ່ຽນດີຈີຕອນ...

ພ້ອມກັນນັ້ນ, ການນຳພັກ, ລັດຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເອທິໂອບີ ມາຢ້ຽມຢາມຫວຽດນາມ ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການພົວພັນທາງການທູດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ພ້ອມທັງປະກອບສ່ວນຜັນຂະຫຍາຍແຜນນະໂຍບາຍຫັນຕະຫຼາດ, ຜະລິດຕະພັນ, ຕ່ອງໂສ້ການສະໜອງເປັນຫຼາຍຮູບແບບ; ຢັ້ງຢືນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽນດາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນກັບບັນດາປະເທດຢູ່ພາກພື້ນອາຟະລິກາ, ໃນນັ້ນມີ ເອທິໂອບີ-ພື້ນຖານເສດຖະກິດທີ່ມີຄວາມສາມາດບົ່ມຊ້ອນ, ມີປະຊາກອນຂະໜາດໃຫຍ່ ແລະແມ່ນປະເທດທີ່ມີບົດບາດ, ຜົນສະທ້ອນສຳຄັນຢູ່ທະບີບ, ພິເສດແມ່ນພາກພື້ນ ອາຟະລິກາ ຕາເວັນອອກ.

ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນຫວຽດນາມ- ເອທິໂອບີ ແລະບັນດາໝາກຜົນຮ່ວມມືໃນໄລຍະຜ່ານມາ, ພວກເຮົາກໍ່ເຊື່ອໝັ້ນວ່າ ໃນການຢ້ຽມຢາມຫວຽດນາມ ຂອງທ່ານ Abiy Ahmed Ali, ການນໍາຂັ້ນສູງສອງຝ່າຍຈະເຫັນດີເປັນເອກະພາບມາດຕະການລະອຽດ ເພື່ອສືບຕໍ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືສອງຝ່າຍ, ຕອບສະໜອງຄວາມຄອງຄອຍຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະວັດທະນາຖາວອນຢູ່ແຕ່ລະປະເທດ.

ໂດຍ: ແສງເດືອນ