ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ເລືອງເກື່ອງ ໃນນາມເປັນປະທານປະເທດຫວຽດນາມ ໃນປີ 2025. ໄດ້ດຳເນີນໄປໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນໃນຊຸມມື້ຕົ້ນປີໃໝ່ຂອງລາວ, ການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຢູ່ລາວ ຂອງທ່ານ ເລືອງເກື່ອງ ແມ່ນການເຄື່ອນໄຫວຕ່າງປະເທດທີ່ສຳຄັນ ເຊິ່ງໄດ້ສະແດງໃຫ້ເຫັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງເລິກເຊິ່ງ, ແທດຈິງ ແລະມີຊີວິດຊີວາ; ຢືນຢັນແຜນນະໂຍບາຍ, ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ໃຫ້ບຸລິມະສິດແກ່ນໍ້າໃຈສາມັກຄີແບບພິເສດ, ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະໝັ້ນຄົງເຂັ້ມແຂງທີ່ສຸດກັບລາວ, ສະໜັບສະໜູນຂະບວນການປ່ຽນແປງໃໝ່ຂອງລາວ ຢ່າງແຂງແຮງ, ພ້ອມທັງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ.
ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ, ໄດ້ເພີ່ມພູນຄູນສ້າງດ້ວຍເລືອດເນື້ອເຫື່ອແຮງຂອງຫຼາຍລຸ້ນຄົນ, ໄດ້ຝຶກຝົນຫຼໍ່ຫຼອມຜ່ານຜ່າຄວາມຫຍຸ້ງຍາກລຳບາກກາກກຳ, ສິ່ງທ້າທາຍເພື່ອເອກະລາດ, ເສລີພາບ, ຄວາມຜາສຸກຂອງສອງຊາດ, ໄດ້ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຢູ່ແຕ່ລະປະເທດ.
ຕາມນັ້ນແລ້ວ, ການພົວພັນດ້ານການເມືອງນັບມື້ນັບມີຄວາມສະໜິດແໜ້ນ ແລະໄວ້ເນື້ອເຊື່ອໃຈ, ສວມບົດບາດຫຼັກແຫຼ່ງ, ກໍານົດທິດລວມໃຫ້ແກ່ການພົວພັນສອງຝ່າຍ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ, ສືບຕໍ່ໄດ້ຮັບການເພີ່ມທະວີທັງດ້ານຄຸນນະພາບ ແລະປະລິມານ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ມີການປ່ຽນແປງຢ່າງຕັ້ງໜ້າ ວົງເງິນການຄ້າສອງສົ້ນໃນ 3 ເດືອນຕົ້ນປີ 2025 ບັນລຸກວ່າ 980 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 105,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການຮ່ວມມືດ້ານການສຶກສາ, ບຳລຸງສ້າງ ແລະວັດທະນະທຳ ສືບຕໍ່ໄດ້ຮັບການຊຸກຍູ້. ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ, ຮອບດ້ານ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງປະເທດ. ຫວຽດນາມ ແລະລາວ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສການຮ່ວມມືໃນພາກພື້ນ ແລະສາກົນ, ເປັັນຕົ້ນແມ່ນໃນຂອບເຂດ ອາຊຽນ, ສະຫະປະຊາຊາດ ແລະກົນໄກອະນຸພາກພື້ນ.
ດ້ວຍຄວາມເອກອ້າງທະນົງໃຈ, ພາກພູມໃຈຕໍ່ການພັດທະນາອັນດີງາມຂອງການພົວພັນສອງຝ່າຍ, ການຢ້ຽມຢາມລາວ ຂອງທ່ານ ເລືອງເກື່ອງ ປະທານປະເທດ ແມ່ນໂອກາດເພື່ອໃຫ້ສອງປະເທດແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງຕີລາຄາການຜັນຂະຫຍາຍການຮ່ວມມືໃນໄລຍະຜ່ານມາ, ປຶກສາຫາລືບັນດາມາດຕະການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຫວຽດນາມ - ລາວ ຈາກນັ້ນພ້ອມກັນມຸ່ງໄປເຖິງອະນາຄົດອັນດີງາມໃນຕໍ່ໜ້າ.
ສາຍພົວພັນ ຫວຽດນາມ - ລາວ ແມ່ນຊັບສົມບັດລວມທີ່ລໍ້າຄ່າ, ແມ່ນກົດເກນພັດທະນາ, ແມ່ນປັດໄຈສຳຄັນທີ່ຮັບປະກັນໄຊຊະນະແຫ່ງພາລະກິດປະຕິວັດຂອງແຕ່ລະປະເທດ, ຫາຍາກໃນໂລກ ແລະເປັນສັນຍາລັກແຫ່ງຄວາມສາມັກຄີສາກົນ. ໃນໂລກທີ່ເຕັມໄປດ້ວຍການຜັນແປ ແລະສັບສົນດ້ວຍກາລະໂອກາດ ແລະສິ່ງທ້າທາຍສະລັບກັນໄປໃນປັດຈຸບັນ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະລາວ ນັບມື້ນັບມີຄວາມສຳຄັນຍິ່ງກວ່າເວລາໃດໝົດສໍາລັບທັງສອງປະເທດ.
ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຢູ່ລາວ ຂອງທ່ານ ເລືອງເກື່ອງ ປະທານປະເທດ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ແລະວັດທະນາຖາວອນໃນພາກພື້ນ ແລະໃນໂລກ.
ໂດຍ: ຈາງຫງວຽນ