ໃນໄລຍະຜ່ານມາ, ສະພາບລວມຂອງການພົວພັນລະຫວ່າງ ຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາທີ່ຕັ້ງໜ້າ ແລະບັນລຸໄດ້ບັນດາໝາກຜົນສຳຄັນຫຼາຍຢ່າງ. ພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະພັນລະຍາ (ໃນເດືອນ ທັນວາ 2023) ແລະເລື່ອງສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມວ່າດ້ວຍການສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ”, ປີ 2024, ການເຄື່ອນໄຫວພົບປະແລກປ່ຽນ, ພົບປະຂັ້ນສູງ ແລະທຸກຂັ້ນ ລະຫວ່າງສອງປະເທດໄດ້ດຳເນີນໄປຢ່າງມີຊີວິດຊີວາ, ໂດຍມີການນຳສູງສຸດ 5 ທ່ານຂອງພັກ, ລັດຫວຽດນາມ ໄດ້ໄປຢ້ຽມຢາມຈີນ; ການນຳຫຼັກແຫຼ່ງຂອງຈີນ ສອງທ່ານ (ນາຍົກລັດຖະມົນຕີ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ) ກໍ່ໄດ້ມາຢ້ຽມຢາມຫວຽດນາມ. ໃນປີນີ້, ການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະທຸກຂັ້ນສືບຕໍ່ໄດ້ຮັບການຮັກສາຢ່າງແໜ້ນແຟ້ນ, ໃນນັ້ນມີທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ໂອ້ລົມທາງໂທລະສັບກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ, ໄດ້ປະກາດເປີດ “ປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ 2025”; ການນຳຫຼັກແຫຼ່ງຂອງສອງປະເທດໄດ້ສົ່ງຈົດໝາຍ/ສານອວຍພອນໃຫ້ກັນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (1950-2025)...

leftcenterrightdel
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ກະຊວງການຕ່າງປະເທດ

ໃນນັ້ນສາມາດເຫັນໄດ້ວ່າ ນັບແຕ່ສອງປະເທດໄດ້ເຫັນດີເປັນເອກະພາບສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ ແລະພາຍຫຼັງການຢ້ຽມຢາມຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ (ເດືອນສິງຫາ 2024), ການພົວພັນສອງຝ່າຍໄດ້ພັດທະນາຢ່າງສະດວກກວ່າ, ໄດ້ຮັບການຫັນປ່ຽນຢ່າງຈະແຈ້ງກວ່າ ແລະບັນລຸໄດ້ບັນດາຜົນງານໃນທຸກຂົງເຂດການຮ່ວມມື, ຄື: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພື້ນຖານໂຄງລ່າງ, ກະສິກໍາ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທໍາ, ການທ່ອງທ່ຽວ, ການສຶກສາ, ຊັບພະຍາກອນມະນຸດ, ການແລກປ່ຽນກ່ຽວກັບທິດສະດີ, ປະສົບການລະຫວ່າງສອງພັກ, ການພົບປະແລກປ່ຽນລະຫວ່າງທ້ອງຖິ່ນ, ປະຊາຊົນ ແລະຊາວໜຸ່ມ, ການຮ່ວມມືໃນຂອບເຂດຂໍ້ລິເລີ່ມພາກພື້ນ ແລະສາກົນ ກໍ່ຄືຢູ່ບັນດາເວທີປາໄສຫຼາຍຝ່າຍ…

ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະຈີນ ໃນຊຸມປີມໍ່ໆມານີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານຕົວເລກສະຖິຕິການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນສອງຝ່າຍ. ພົ້ນເດັ່ນແມ່ນດ້ານການຄ້າ, ໃນປີ 2024, ຫວຽດນາມ ຮັກສາຖານະເປັນຄູ່ຮ່ວມມືການຄ້າໃຫຍ່ກວ່າໝູ່ໃນອາຊຽນ, ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ  4 ຂອງອາຊຽນ ແລະຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງຈີນ ຕາມມາດຖານລະດັບຊາດ. ວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸ 205,2 ຕື້ໂດລາສະຫະລັດ; ໃນ 3 ເດືອນຕົ້ນປີ 2025 ບັນລຸ 51,25 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 17,46% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ). ກ່ຽວກັບການລົງທຶນ, ປີ 2024, ຈີນຢືນອັນດັບທີ 1 ກ່ຽວກັບໂຄງການທີ່ໄດ້ອອກໃບອະນຸຍາດໃໝ່ ມີ 955 ໂຄງການ, ຢືນອັນດັບທີ 3 ໃນຈຳນວນ 110 ຄູ່ຮ່ວມມືລົງທຶນເຂົ້າຫວຽດນາມ ດ້ວຍຈຳນວນເງິນທຶນ 4,73 ຕື້ ໂດລາສະຫະລັດ. ໄລ່ມາຮອດທ້າຍເດືອນທັນວາ 2024, ຈີນ ສືບຕໍ່ຢືນອັນດັບທີ 6 ໃນຈຳນວນ 148 ປະເທດ, ເຂດແຄ້ວນທີ່ລົງທຶນ FDI ເຂົ້າຫວຽດນາມ ດ້ວຍ 5.111 ໂຄງການທີ່ຍັງມີຜົນສັກສິດ, ຍອດເງິນທຶນຈົດທະບຽນທັງໝົດບັນລຸ 30,83 ຕື້ ໂດລາສະຫະລັດ,  ກວມເອົາກວ່າ 6,2% ຍອດຈຳນວນເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ.

ການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ເອົາໃຈໃສ່ທີ່ສຸດເຖິງການພັດທະນາການພົວພັນລະຫວ່າງສອງປະເທດເມື່ອທ່ານໄດ້ເປັນການນຳສູງສຸດຂອງຈີນ ມາຢ້ຽມຢາມຫວຽດນາມ ຫຼາຍຄັ້ງທີ່ສຸດໃນປະຫວັດສາດ. ລະອຽດ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທີ 4 ຂອງທ່ານ ສີຈິ້ນຜິງ ທີ່ມາຢ້ຽມຢາມຫວຽດນາມ ໃນຖານະຕຳແໜ່ງເລຂາທິການໃຫຍ່, ປະທານປະເທດຈີນ, ແມ່ນການຢ້ຽມຢາມຄັ້ງທີ 2 ໃນອາຍຸການ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ແລະດໍາເນີນໄປໃນເວລາຍັງບໍ່ຮອດ 1 ປີ ພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ ສປ ຈີນ ທີ່ປະສົບຜົນສໍາເລັດທີ່ສຸດຂອງທ່ານ ໂຕເລິມ ເລຂາທິການໃຫຍ່.

ການຢ້ຽມຢາມຍັງເປັນການເຄື່ອນໄຫວດ້ານການພົວພັນຕ່າງປະເທດທີ່ມີຄວາມໝາຍສຳຄັນຍິ່ງ, ຍາວນານສຳລັບການພົວພັນລະຫວ່າງສອງພັກ, ສອງລັດ; ພ້ອມທັງ ຢືນຢັນການຖືເປັນສຳຄັນ ແລະໃຫ້ບຸລິມະສິດອັນດັບໜຶ່ງຂອງທັງສອງປະເທດໃນການປັບປຸງການພົວພັນຫວຽດນາມ - ຈີນ ໃຫ້ພັດທະນາຢ່າງໝັ້ນຄົງ, ມີສະຖຽນລະພາບ ແລະຍືນຍົງ, ເພື່ອຜົນປະໂຫຍດຂອງທັງສອງປະເທດ. ນອກຈາກນັ້ນ, ການຢ້ຽມຢາມຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ  ໃນໄລຍະເປີດ “ປີພົບປະແລກປ່ຽນມະນຸດສະທໍາຫວຽດນາມ - ຈີນ ປີ 2025” ແລະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດຍິ່ງສະແດງໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ແລະລະດັບປະຫວັດສາດຂອງການຢ້ຽມຢາມ.

ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ ຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ດ້ວຍຄວາມເຊື່ອໝັ້ນ ແລະຫວັງວ່າ ການຢ້ຽມຢາມຈະສ້າງຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ; ມີບົດບາດກໍານົດທິດ, ນຳພາການພົວພັນຫວຽດນາມ - ຈີນ ໃຫ້ນັບມື້ນັບພັດທະນາ ແລະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນຂອງແຕ່ລະປະເທດ.

ໂດຍ: ຈາງຫງວຽນ