ການຢ້ຽມຢາມຂອງທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ແນໃສ່ສືບຕໍ່ຢືນຢັນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ສະແດງໃຫ້ເຫັນອາລົມຈິດ ແລະການຖືເປັນສໍາຄັນຂອງຫວຽດນາມ ສໍາລັບ ສ.ກາຊັກສະຖານ, ສ.ອາແຊກໄບຢານ, ສະຫະພັນລັດເຊຍ ແລະສ.ເບລາຣຸດ, ພ້ອມທັງປາດຖະໜາຢາກຊຸກຍູ້ການຮ່ວມມືໃນໄລຍະຍາວ, ມີປະສິດທິຜົນ, ແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຫວຽດນາມ ກັບ 4 ປະເທດເພື່ອນມິດທີ່ເປັນມູນເຊື້ອນີ້.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ພັນລະຍາ ໂງເຟືອງລີ. ພາບ: ສໍານັກຂ່າວສານຫວຽດນາມ |
ສຳລັບ ສ.ກາຊັກສະຖານ, ນີ້ແມ່ນຄັ້ງທຳອິດທີ່ທ່ານ ໂຕເລິມ ປະຕິບັດການຢ້ຽມຢາມທາງລັດຖະກິດ, ແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນໍາຫຼັກແຫຼ່ງຫວຽດນາມ ໃນຮອບ 13 ປີຜ່ານມາ ແລະກໍ່ເປັນຂີດໝາຍການຢ້ຽມຢາມຄັ້ງທໍາອິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກາຊັກສະຖານ ໄດ້ຮັບການພັດທະນາອັນດີງາມ, ພິເສດແມ່ນການພົວພັນດ້ານການເມືອງມີຄວາມໄວ້ເນື້ອເຊື່ອໃຈສູງ. ການນຳຂັ້ນສູງກາຊັກສະຖານ ໄດ້ຢືນຢັນຫຼາຍຄັ້ງແລ້ວວ່າ ກາຊັກສະຖານ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ການຮ່ວມມືລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເປີດກວ້າງໄປສູ່ຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນັບທັງຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນຂະນະນັ້ນ, ສຳລັບ ສ.ອາແຊກໄບຢານ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນັບແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1992 ແລະແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງສຸດໃນຮອບ 10 ປີຜ່ານມາ. ສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນຫຼາຍຄະນະໃນທຸກຊ່ອງທາງຂອງພັກ, ລັດ, ສະພາແຫ່ງຊາດ, ລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ສ້າງພື້ນຖານ ແລະກໍາລັງໜູນຊຸກຍູ້ຂົງເຂດການຮ່ວມມືຕ່າງໆໃຫ້ພັດທະນາ...
ສຳລັບສະຫະພັນລັດເຊຍ, ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດນັບແຕ່ສະຫາຍ ໂຕເລິມ ດຳລົງຕຳແໜ່ງເລຂາທິການໃຫຍ່ ແລະກໍ່ແມ່ນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມສະຫະພັນລັດເຊຍ ພາຍຫຼັງ 7 ປີ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດທີ່ມີຄວາມສຳຄັນຍຸດທະສາດ, ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ໃນປີ 2025, ສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສ້າງຂີດໝາຍໄລຍະທາງອັນຍາວນານພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະຄວາມຫຍຸ້ງຍາກ, ໃນນັ້ນມີຊຸມປີທີ່ປະຊາຊົນຫວຽດນາມ ໄດ້ຕໍ່ສູ້ເພື່ອເອກະລາດ ແລະເສລີພາບ.
ຕ້ອງຢືນຢັນວ່າ ສາຍພົວພັນ ຫວຽດນາມ-ສະຫະພັນລັດເຊຍ ໄດ້ຢືນຢູ່ຢ່າງໝັ້ນຄົງຕໍ່ໜ້າການຜັນແປ, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ ແລະໃນໂລກ. ດ້ວຍຄວາມມານະພະຍາຍາມລວມຂອງສອງຝ່າຍ, ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ສະຫະພັນລັດເຊຍ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ, ແມ່ນຊັບສົມບັດອັນລໍ້າຄ່າຂອງປະຊາຊົນສອງປະເທດ, ແມ່ນແບບຢ່າງກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພາຍຫຼັງ 30 ປີແຫ່ງການປະຕິບັດສົນທິສັນຍາກ່ຽວກັບຫຼັກການພື້ນຖານຂອງການພົວພັນມິດຕະພາບ ແລະພາຍຫຼັງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2012, ການພົວພັນ ຫວຽດນາມ-ສະຫະພັນລັດເຊຍ ບັນລຸໄດ້ບັນດາຜົນງານທີ່ສຳຄັນ, ຄື: ການພົວພັນດ້ານການເມືອງມີຄວາມໄວ້ເນື້ອເຊື່ອໃຈ, ເຂົ້າໃຈສູງດ້ວຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະດໍາເນີນການພົບປະເປັນປະຈໍາ, ຟົດຟື້ນ, ແທດຈິງ, ພິເສດແມ່ນຢູ່ໃນຂັ້ນສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັກສາບົດບາດແມ່ນເສົາຄໍ້າສໍາຄັນໃນການພົວພັນສອງຝ່າຍ; ການຮ່ວມມືດ້ານເສດຖະກິດ-ການຄ້າໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ... ພັກກອມມູນິດຫວຽດນາມ ມີການພົວພັນອັນດີງາມກັບບັນດາພັກການເມືອງໃຫຍ່, ມີຖານະບົດບາດສໍາຄັນໃນເວທີການເມືອງສະຫະພັນລັດເຊຍ, ຄື: ພັກປະເທດລັດເຊຍ ເອກະພາບ, ພັກກອມມູນິດສະຫະພັນລັດເຊຍ... ສອງຝ່າຍໄດ້ກຳນົດວ່າ ການປັບປຸງ ແລະຍົກສູງປະສິດທິຜົນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນໜຶ່ງໃນບັນດາບຸລິມະສິດການພົວພັນຕ່າງປະເທດຂອງທັງຫວຽດນາມ ແລະສະຫະພັນລັດເຊຍ, ຕອບສະໜອງຜົນປະໂຫຍດອັນຍາວນານ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ, ຍົກສູງບົດບາດຂອງຫວຽດນາມ ແລະສະຫະພັນລັດເຊຍ ຢູ່ແຕ່ລະພາກພື້ນ ກໍ່ຄືຢູ່ໃນໂລກ.
ສໍາລັບ ສ.ເບລາຣຸດ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງສະຫາຍ ໂຕເລິມ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ພ້ອມທັງແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພາຍຫຼັງ 11 ປີ. ໃນເວລາ 30 ກວ່າປີນັບແຕ່ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການມາຮອດປະຈຸບັນ, ການພົວພັນສອງຝ່າຍໄດ້ຮັບຮູ້ວ່າມີບາດກ້າວພັດທະນາຢ່າງຕັ້ງໜ້າ, ດ້ວຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນນັບມື້ນັບສູງ. ການນຳຂັ້ນສູງ ເບລາຣຸດ ຢືນຢັນວ່າ ເບລາຣຸດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຍູ້ແຮງການຮ່ວມມືໃນຂົງເຂດທີ່ເປັນມູນເຊື້ອ ແລະເປີດກວ້າງໄປສູ່ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.
ດ້ວຍສະພາບການດັ່ງກ່າວ, ພວກເຮົາເຊື່ອໝັ້ນຢ່າງແນ່ນອນວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ, ນຳການພົວພັນລະຫວ່າງຫວຽດນາມ ກັບ ສ.ກາຊັກສະຖານ, ສ.ອາແຊກໄບຢານ ແລະສ.ເບລາຣຸດ ຂຶ້ນສູ່ລະດັບສູງໃໝ່, ຜ່ານນັ້ນສ້າງໄມ້ງັດໃຫ້ແກ່ການພົວພັນມິດຕະພາບລະຫວ່າງຫວຽດນາມ ກັບ 4 ປະເທດເພື່ອນມິດທີ່ເປັນມູນເຊື້ອນີ້ ໃຫ້ພັດທະນານັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ