ເຊິ່ງເປັນພັກການເມືອງດຽວ ແລະພັກກຳອຳນາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ນັບແຕ່ໄດ້ຮັບການສ້າງຕັ້ງໃນວັນທີ 22 ມີນາ 1955, ຜ່ານກອງປະຊຸມໃຫຍ່ ມາແລ້ວ 11 ຄັ້ງ, ພັກປະຊາຊົນປະຕິວັດລາວ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ທັງທາງດ້ານປະລິມານ ແລະຄຸນນະພາບ. ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ໄດ້ຕໍ່ສູ້ຢ່າງກ້າຫານ, ສຳເລັດຂະບວນການຕໍ່ສູ້ປົດປ່ອຍຊາດ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975, ເຊິ່ງເປັນມື້ເປີດສັງກາດໃຫ້ປະຊາຊົນລາວ ໄດ້ເປັນເຈົ້າຂອງຊາຕາກຳຂອງຕົນເອງຢ່າງແທ້ຈິງ, ເປັນເຈົ້າຂອງປະເທດທີ່ມີເອກະລາດ, ເສລີພາບຢ່າງສົມບູນ. ຈາກໄຊຊະນະອັນໃຫຍ່ຫຼວງດັ່ງກ່າວ, ຕະຫຼອດໄລຍະທາງເກືອບເຄິ່ງສັດຕະວັດ, ໂດຍສະເພາະແມ່ນນັບແຕ່ການດຳເນີນກິດຈະການປ່ຽນແປງໃໝ່ໃນປີ 1986, ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວ ເສີມຂະຫຍາຍມູນເຊື້ອອັນອົງອາດກ້າຫານ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ດໍາເນີນກິດຈະການສ້າງສາ ແລະພັດທະນາປະເທດຊາດ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ສ້າງຮູບໂສມໃໝ່ໃຫ້ປະເທດ ສປປ ລາວ ຄືປະຈຸບັນ.

leftcenterrightdel
ພາບປະກອບຈາກ Chinhphu.vn

ຜົນງານທີ່ເປັນໜ້າເອກອ້າງທະນົງໃຈນີ້ ໄດ້ຢັ້ງຢືນເຖິງແນວທາງອັນຖືກຕ້ອງ ແລະມີຫົວຄິດປະດິດສ້າງຂອງພັກປະຊາຊົນ ປະຕິວັດລາວ, ເປັນພັກປະຕິວັດທີ່ອົງອາດກ້າແກ່ນ, ໜັກແໜ້ນຕໍ່ທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສູ້ຊົນຈົນໝົດໃຈເພື່ອເປົ້າໝາຍເອກະລາດແຫ່ງຊາດ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ແລະຄວາມຜາສຸກຂອງປວງຊົນ, ເພື່ອພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ອະທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມຢູ່ໃນໂລກ.

ເຊິ່ງເປັນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງ ແລະຫຼໍ່ຫຼອມມູນເຊື້ອສາມັກຄີ, ສະໜິດສະໜົມກັນມາແຕ່ດົນນານ. ສາມາດຢືນຢັນໄດ້ວ່າ, ໃນໂລກນີ້ຫາຍາກທີ່ມີການພົວພັນສອງຝ່າຍໃດທີ່ເລິກເຊິ່ງ, ສວຍງາມ ແລະຍືນຍົງຄືການພົວພັນລະຫວ່າງປະຊາຊົນສອງປະເທດພວກເຮົາ. ຫວຽດນາມ ແລະ ລາວ ໄດ້ຮ່ວມກັນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ສ້າງຄວາມອັດສະຈັນທາງດ້ານຈິດໃຈ ແລະວັດຖຸໃຫ້ປະຊາຊົນສອງປະເທດ ໄດ້ຄຽງບ່າຄຽງໄຫຼ່, ແບ່ງປັນຄວາມທຸກຄວາມສຸກພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຈົນນັບບໍ່ຖ້ວນ. ຜ່ານຜ່າສິ່ງທ້າທາຍອັນຮ້າຍກາດຂອງສົງຄາມ ແລະຊຸມເດືອນປີທີ່ຫຍຸ້ງຍາກລຳບາກໃນຂະບວນການປ່ຽນແປງໃໝ່, ເຊື່ອມໂຍງ, ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໄດ້ກາຍເປັນຫຼັກດຳເນີນຊີວິດແບບທໍາມະຊາດ, ກົດເກນພາວະວິໄສ; ເປັນປັດໃຈອັນສໍາຄັນ, ເປັນຊັບສິນລວມທີ່ລ້ຳຄ່າ; ເປັນພື້ນຖານເພື່ອໃຫ້ສອງປະເທດເສີມຂະຫຍາຍໃນໄລຍະປະຫວັດສາດຕໍ່ໄປ. ທຸກໆຜົນສຳເລັດຂອງການປະຕິວັດສອງປະເທດນັບແຕ່ກ່ອນມາຮອດປະຈຸບັນ ລ້ວນແຕ່ໄດ້ຕິດພັນກັບບາດກ້າວພັດທະນາອັນດີງາມຂອງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈທີ່ມີໝູ່ເພື່ອນ, ສະຫາຍ, ອ້າຍນ້ອງລາວ ທີ່ສັດຊື່ບໍລິສຸດ, ຈິງໃຈຈົງຮັກພັກດີ ແລະພ້ອມກັນມີຈຸດມຸ່ງໝາຍທີ່ແນ່ວແນ່. ຜົນງານທີ່ປະຊາຊົນລາວອ້າຍນ້ອງບັນລຸໄດ້, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ  ບໍ່ພຽງແຕ່ມີຄວາມໝາຍອັນເລິກເຊິ່ງຕໍ່ກັບພາລະກິດປະຕິວັດລາວເທົ່ານັ້ນ ຫາກຍັງແມ່ນແຫຼ່ງກຳລັງໜູນ, ລະດົມກຳລັງໃຈອັນໃຫຍ່ຫຼວງຕໍ່ກັບພັກ, ລັດ ແລະປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້, ສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ.

ຊົມເຊີຍບັນດາຜົນງານທີ່ມີຄວາມໝາຍຢ່າງໃຫຍ່ຫຼວງທີ່ບັນລຸໄດ້ລາວ ໃນຕະຫຼອດໄລຍະທາງປະຫວັດສາດອັນສະຫງ່າລາສີ 70 ປີຜ່ານມາ, ພັກ, ລັດ ແລະປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ, ໂດຍສືບທອດມູນເຊື້ອຂອງລຸ້ນກ່ອນ ແລະເສີມຂະຫຍາຍບັນດາຜົນງານທີ່ຍາດມາໄດ້, ພາຍໃຕ້ການນຳພາຢ່າງສະຫຼາດສ່ອງໃສ, ເກັ່ງກ້າສາມາດ ແລະຄ່ອງແຄ້ວຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງຈະສືບຕໍ່ບັນລຸໄດ້ຫຼາຍຜົນງານໃໝ່, ໃຫຍ່ຫຼວງກວ່າເກົ່າ, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ສາມັກຄີ, ຍຸຕິທໍາ, ສີວິໄລ, ຮັ່ງມີເຂັ້ມແຂງ ຕາມເປົ້າໝາຍສັງຄົມນິຍົມ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, “ເລິກກວ່າແມ່ນ້ຳແດງ ແລະແມ່ນ້ຳຂອງ” ຈະເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ຈາງຫງວຽນ