ພະມະຫາກະສັດ Norodom Sihamoni ຖືເປັນສຳຄັນການພົວພັນກັບຫວຽດນາມ. ນັບແຕ່ຂຶ້ນຄອງລາດເມື່ອປີ 2004, ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 7 ຂອງພະມະຫາກະສັດ Norodom Sihamoni, ສືບຕໍ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຖືເປັນສໍາຄັນຂອງມະຫາກະສັດຕໍ່ຫວຽດນາມ.

ດ້ວຍຄວາມໃກ້ຊິດທາງພູມສາດ ແລະຄວາມຄ້າຍຄືກັນທາງດ້ານວັດທະນະທຳ, ປະຫວັດສາດ, ປະຊາຊົນສອງປະເທດຫວຽດນາມ ແລະກໍາປູເຈຍ ໄດ້ພ້ອມກັນສ້າງການພົວພັນທີ່ມີມູນເຊື້ອສະໜິດຕິດພັນມາແຕ່ດົນນານຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນສະຕະວັດທີ 20, ນໍ້າໃຈສາມັກຄີສູ້ຮົບລະຫວ່າງສອງປະເທດໃນຊຸມປີແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນ, ຈັກກະພັດ, ໂດຍປະທານໂຮ່ຈີມິນ ແລະບັນດາຜູ້ນຳຂະບວນການປົດປ່ອຍຊາດກໍາປູເຈຍ ລິເລີ່ມ, ໄດ້ສ້າງກຳລັງແຮງລວມອັນໃຫຍ່ຫຼວງ ເພື່ອໃຫ້ກອງທັບ ແລະປະຊາຊົນສອງປະເທດປະຕິບັດເປົ້າໝາຍປົດປ່ອຍຊາດ, ເພື່ອສິດເສລີໃນການດຳລົງຊີວິດ, ຄວາມຜາສຸກ ແລະສ້າງສາປະເທດໃຫ້ຈະເລີນຮຸ່ງເຮືອງ.

leftcenterrightdel
ພະມະຫາກະສັດ ກໍາປູເຈຍ Norodom Sihamoni. ພາບ: ກະຊວງການຕ່າງປະເທດ

ການສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະກໍາປູເຈຍ ໃນປີ 1967 ໄດ້ກາຍເປັນຂີດໝາຍສຳຄັນໃນການພົວພັນສອງຝ່າຍ, ແມ່ນ “ສະແດງໃຫ້ເຫັນນໍ້າໃຈມິດຕະພາບທີ່ສະໜິດສະໜົມ ແລະຄວາມສາມັກຄີຕໍ່ສູ້” ຄືດັ່ງປະທານໂຮ່ຈີມິນ ໄດ້ຢັ້ງຢືນໃນໂທລະເລກທີ່ສົ່ງເຖິງປະມຸກລັດ Norodom Sihanouk. ເຫດການດັ່ງກ່າວໄດ້ເປີດໄລຍະພິເສດທີ່ສຸດ, ເຊິ່ງຂີດໝາຍດ້ວຍບັນດາເຫດການປະຫວັດສາດທີ່ລືມບໍ່ໄດ້ເມື່ອປະຊາຊົນຫວຽດນາມ ແລະກໍາປູເຈຍ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ແຕ່ໄດ້ຮ່ວມທຸກຮ່ວມສຸກ, ແບ່ງທຸກແບ່ງສຸກ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມກາຍເປັນຊັບສົມບັດອັນລໍ້າຄ່າ, ສັກສິດ ແລະໝັ້ນຄົງຂອງສອງຊາດ.

ບົນພື້ນຖານການພົວພັນທີ່ມີປະຫວັດຄວາມເປັນມາແຕ່ດົນນານ ແລະຈາກການຕໍ່ສູ້ຕ້ານລ່າເມືອງຂຶ້ນ, ການສ້າງຕັ້ງການພົວພັນທາງການທູດໄດ້ສ້າງເງື່ອນໄຂສະດວກ ເພື່ອໃຫ້ປະຊາຊົນຫວຽດນາມ ແລະກໍາປູເຈຍ ສືບຕໍ່ຄຽງບ່າຄຽງໄຫຼ່ ແລະຍາດໄດ້ໄຊຊະນະປະຫວັດສາດໃນລະດູບານໃໝ່ປີ 1975, ໄດ້ໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot ຢ່າງໂຫດຮ້າຍໃນປີ 1979, ສະກັດກັ້ນບໍ່ໃຫ້ລະບອບດັບສູນເຊື້ອຊາດກັບຕ່າວຄືນມາ ແລະຟື້ນຟູປະເທດຊາດ.

ພາຍຫຼັງສັນຍາສັນຕິພາບປາຣີ ປີ 1991 ແລະການເລືອກຕັ້ງທົ່ວປະເທດກໍາປູເຈຍ ປີ 1993, ການພົວພັນ ຫວຽດນາມ-ກໍາປູເຈຍ ໄດ້ກ້າວເຂົ້າສູ່ໄລຍະໃໝ່, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະປະເທດ ແລະສະພາບສາກົນ. ນັບແຕ່ປີ 2005 ເປັນຕົ້ນມາ, ການພົວພັນສອງຝ່າຍໄດ້ຮັບການພັດທະນາຕາມທິດນຳໃໝ່ເຊິ່ງການນຳຂັ້ນສູງສອງປະເທດໄດ້ກຳນົດໄວ້, ນັ້ນແມ່ນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”. ດ້ວຍທິດທາງນັ້ນ, ໃນຊຸມປີຜ່ານມາ, ການພົວພັນ ຫວຽດນາມ-ກໍາປູເຈຍ, ໄດ້ຮັບການເພີ່ມພູນຄູນສ້າງດ້ວຍເຫື່ອແຮງ, ເລືອດເນື້ອຂອງຊາວຫວຽດນາມ ແລະກຳປູເຈຍ ຫຼາຍລຸ້ນຄົນ, ໄດ້ຮັບການປັບປຸງ ແລະພັດທະນາເປັນປົກກະຕິໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ.

ການຮ່ວມມືລະຫວ່າງສອງພັກ ມີບົດບາດສຳຄັນໃນການກໍານົດທິດທາງພົວພັນ ຫວຽດນາມ-ກໍາປູເຈຍ. ການນຳຂັ້ນສູງສອງປະເທດຮັກສາການຢ້ຽມຢາມ, ການພົບປະເປັນປະຈຳ. ບັນດາກົນໄກຮ່ວມມືສອງຝ່າຍທີ່ສໍາຄັນໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນເສົາຄໍ້າສຳຄັນ, ນັບມື້ນັບໄດ້ຮັບການພັດທະນາຢ່າງແໜ້ນແຟ້ນ ແລະແທດຈິງ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນໄດ້ພັດທະນາຢ່າງວ່ອງໄວ, ກາຍເປັນຈຸດພົ້ນເດັ່ນໃນການພົວພັນ ຫວຽດນາມ-ກໍາປູເຈຍ ດ້ວຍວົງເງິນການຄ້າສອງສົ້ນບັນລຸ 8,3 ຕື້ໂດລາສະຫະລັດ ແຕ່ຕົ້ນປີຮອດທ້າຍເດືອນ ຕຸລາ 2024, ເພີ່ມຂຶ້ນ 17,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຫວຽດນາມ ແລະກຳປູເຈຍ ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນອາຊຽນ, ສະຫະປະຊາຊາດ, ບັນດາກົນໄກອະນຸພາກພື້ນ, ປະກອບສ່ວນຍົກສູງທີ່ຕັ້ງຂອງແຕ່ລະປະເທດຢູ່ພາກພື້ນ ແລະໃນໂລກ. ການຮ່ວມມືໃນຂົງເຂດອື່ນໆໄດ້ຮັບຄວາມເອົາໃຈໃສ່, ຍູ້ແຮງຈາກສອງຝ່າຍ ແລະມີການປ່ຽນແປງໃໝ່ກ່ຽວກັບຮູບການ.

ຜົນງານຂອງການພົວພັນ ຫວຽດນາມ-ກໍາປູເຈຍ ທີ່ບັນທຶກໄວ້ໃນປະຫວັດສາດເຮັດໃຫ້ພວກເຮົາມີຄວາມປິຕິຊົມຊື່ນ, ພາກພູມໃຈ, ພ້ອມທັງມີຄວາມໄວ້ເນື້ອເຊື່ອໃຈຕື່ມຕໍ່ອະນາຄົດອັນສົດໃສຂອງນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນລໍ້າຄ່າລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ. ອວຍພອນໃຫ້ການຢ້ຽມຢາມທາງລັດຖະກິດຂອງພະມະຫາກະສັດ Norodom Sihamoni ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດຢ່າງແທດຈິງ ແລະມີປະສິດທິຜົນ. ອວຍພອນໃຫ້ການພົວພັນ ຫວຽດນາມ-ກໍາປູເຈຍ ນັບມື້ນັບພັດທະນາ, ສົມກັບການປະກອບສ່ວນ, ການເສຍສະຫຼະຂອງຄົນລຸ້ນກ່ອນຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ