leftcenterrightdel
ທະຫານ ແລະປະຊາຊົນເກາະ ເຈື່ອງຊາ, ເຂດພິເສດ ເຈື່ອງຊາ ຕອບສະໜອງ “ບຸນເຕັດປູກຕົ້ນໄມ້ ຮູ້ບຸນຄຸນລຸງໂຮ່ ຕະຫຼອດໄປ”. ພາບ: qdnd.vn

ປີ 2025, ດ້ວຍການນໍາພາຢ່າງຂ້ຽວຂາດຂອງທຸກຂັ້ນ, ພະນັກງານ, ນັກຮົບ ແລະປະຊາຊົນເຂດພິເສດ ເຈື່ອງຊາ ໄດ້ຜ່ານຜ່າເງື່ອນໄຂສະພາບດິນຟ້າອາ ກາດທີ່ຮ້າຍກາດ; ສາມັກຄີເປັນຈິດໜຶ່ງໃຈດຽວຕອບສະໜອງຢ່າງຕັ້ງໜ້າ ແລະປະຕິບັດໂຄງການ “ຫັນເຈື່ອງຊາ ເປັນສີຂຽວ” ຢ່າງມີປະສິດທິພາບ, ຜົນປະກົດວ່າ ໄດ້ປູກຕົ້ນໄມ້ປະເພດຕ່າງໆ ກວ່າ 100.000 ຕົ້ນ; ຜັກບົ້ງທະເລ ກວ່າ 150.000 ຂຸມ, ເບ້ຍໄມ້ເກືອບ 19.000 ຕົ້ນ ປະກອບສ່ວນປົກຫຸ້ມສີຂຽວເນື້ອທີ່ໃນບັນດາເກາະ ແລະເປັນເຈົ້າການແຫຼ່ງເບ້ຍໄມ້ໃຫ້ແກ່ ຊຸມປີຕໍ່ໜ້າ.

leftcenterrightdel
ພະນັກງານ, ນັກຮົບເກາະ ນາມອຽດ ຕອບສະໜອງບຸນເຕັດປູກຕົ້ນໄມ້. ພາບ: qdnd.vn

ໃນອາທິດທໍາອິດຂອງປີ 2026, ບັນດາເກາະ ໄດ້ປຸກລະດົມຂະບວນການ “ບຸນເຕັດປູກຕົ້ນໄມ້ ຮູ້ບຸນຄຸນລຸງໂຮ່ ຕະຫຼອດໄປ” ໃນບັນຍາກາດທີ່ເຄັ່ງຂຶມ ແລະເບີກບານມວ່ນຊື່ນ. ພາຍຫຼັງພິທີປຸກລະດົມ, ພະນັກງານ, ນັກຮົບ ແລະ ປະຊາຊົນເຂດພິເສດ ເຈື່ອງຊາ ໄດ້ເຂົ້າຮ່ວມການປູກ ແລະບົວລະບັດຮັກສາຕົ້ນໄມ້ 9.000 ກວ່າຕົ້ນ.

leftcenterrightdel
ພະນັກງານ, ນັກຮົບ ແລະປະຊາຊົນໃນບັນດາເກາະ ຂຶ້ນກັບເຂດພິເສດ ເຈື່ອງຊາ ຕອບສະໜອງບຸນເຕັດປູກຕົ້ນໄມ້. ພາບ: qdnd.vn

ໂຄງການ “ຫັນ ເຈື່ອງຊາ ເປັນສີຂຽວ” ບໍ່ພຽງແຕ່ມີຈຸດປະສົງສ້າງສະພາບແວດລ້ອມສີຂຽວ-ສະອາດ-ສວຍງາມ ເທົ່ານັ້ນ ຫາກຍັງປະກອບສ່ວນສໍາຄັນ ເຂົ້າໃນການປັບປຸງສະພາບດິນຟ້າອາກາດ, ຕ້ານການກັດເຊາະຂອງນໍ້າທະເລຂຶ້ນລົງ, ຄື້ນທະເລ, ຫຼຸດຜ່ອນຜົນກະທົບຂອງລົມພາຍຸ, ຍົກລະດັບຊີວິດການເປັນຢູ່ຂອງທະຫານ ແລະປະຊາຊົນໃນເກາະ ອີກດ້ວຍ.

ເສີມຂະຫຍາຍມູນເຊື້ອທະຫານລຸງໂຮ່ - ນັກຮົບທະຫານເຮືອ, ພະນັກງານ, ນັກຮົບເຂດພິເສດ ເຈື່ອງຊາ ໃຫ້ຄໍາໝັ້ນສັນຍາຈະສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກ, ຍຶດໝັ້ນການບົວລະບັດຮັກສາຕົ້ນໄມ້, ປະກອບສ່ວນກໍ່ສ້າງໝູ່ເກາະ ໃຫ້ນັບມື້ນັບມີລະບຽບແບບແຜນ, ທັນສະໄໝ, ສີຂຽວ-ສະອາດ-ສວຍງາມ, ສົມກັບຄວາມເຊື່ອໝັ້ນຮັກແພງຂອງພັກ, ລັດ ແລະປະຊາຊົນທົ່ວປະເທດ.

ໂດຍ: ໄຊຊະນະ