leftcenterrightdel
ບັນຍາກາດການພົບປະ. ພາບ: vov.vn

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກຄຸ້ມຄອງຂະແໜງສາທາລະນະສຸກ, ຖັນແຖວທ່ານໝໍ, ແພດໝໍ ດ້ວຍຄຳຂວັນທີ່ວ່າ “ຮັກສາຈັນຍາບັນທາງການແພດ - ມີເຕັກນິກວິຊາການທີ່ໝັ້ນແກ່ນ - ຍົກລະດັບວິຊາການແພດ - ຜ່ານຜ່າສິ່ງທ້າທາຍ - ທັງໝົດເພື່ອປະຊາຊົນ” ແລະ ສະເໜີ “ຂະແໜງສາທາລະນະສຸກບໍ່ປະລະໂອກາດກູ້ເອົາຊີວິດຄົນເຈັບ”.

ທ່ານ ກ່າວວ່າ: “ບໍ່ເວົ້າບໍ່, ບໍ່ເວົ້າຍາກ, ບໍ່ເວົ້າມີແຕ່ບໍ່ເຮັດ; ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຄົນເຈັບ; ບໍ່ປະລະໂອກາດກູ້ເອົາຊີວິດຄົນເຈັບ. ບັນດາແພດໝໍ, ສາດສະດາຈານຂອງພວກເຮົາເກັ່ງຫຼາຍ ແລະ ມີຄວາມອົດທົນສູງທີ່ສຸດ. ໂອກາດເຖິງວ່າໜ້ອຍສຸດ ແຕ່ກໍຫັນເປັນໂອກາດໃໝ່ເພື່ອກູ້ເອົາຊີວິດ. ຂ້າພະເຈົ້າ ຕື້ນຕັນໃຈທີ່ສຸດ. ມີໂຮງໝໍຫຼາຍແຫ່ງ ບໍ່ພຽງແຕ່ມີໂຮງໝໍຂັ້ນສູນກາງເທົ່ານັ້ນ ຫາກນັບທັງໂຮງໝໍທ້ອງຖິ່ນກໍເຮັດສິ່ງດັ່ງກ່າວໄດ້ດີທີ່ສຸດ”. 

ແຫຼ່ງຄັດຈາກ: vovworld.vn